ຂ່າວຫຼ້າສຸດ

ພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ພ້ອມທັງສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2025 ແລະວາງທິດທາງແຜນການ ປີ 2026 ຂອງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ກອງ​​ປະ​ຊຸມກຳ​ມະ​ບານ​ຮາກ​ຖານ​ໂຮງ​ຮຽນ​ການ​ເມືອງແລະ ​ການ​ປົກ​ຄອງ ​ແຂວງໄຊຍະບູລີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດຊຸດຝຶກອົບຮົມທິດສະດີການເມືອງຂັ້ນສູງ ລະບົບເລັ່ງລັດ 45 ວັນ ຊຸດທີ I ແລະ ລະບົບປະລິນຍາເອກ ການເມືອງ-ການປົກຄອງ ຮຸ່ນທີ I ພິທີປິດ ຂະບວນການກິລາ 3 ອົງການຈັດຕັ້ງມະຫາຊົນ ຄັ້ງທີ IV ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກອງປະຊຸມປຶກສາຫາລື ວຽກງານການພົວພັນຮ່ວມມື ລະຫວ່າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ

ພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ພ້ອມທັງສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2025 ແລະວາງທິດທາງແຜນການ ປີ 2026 ຂອງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ

ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ພວມສ້າງຂະບວນການຢ່າງຟົດຟື້ນ ເພື່ອຂໍ່ານັບຮັບຕ້ອນວັນປະຫວັດສາດສຳຄັນຂອງຊາດ. ໃນຕອນເຊົ້າຂອງວັນທີ 11 ທັນວາ 2025, ທີ່ສະໂມສອນໃຫຍ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ…

ກອງ​​ປະ​ຊຸມກຳ​ມະ​ບານ​ຮາກ​ຖານ​ໂຮງ​ຮຽນ​ການ​ເມືອງແລະ ​ການ​ປົກ​ຄອງ ​ແຂວງໄຊຍະບູລີ

ໃນ​ວັນ​ທີ ​28 ພະ​ຈິກ 2025 ເວ​ລາ 10 ໂມງ 00 ນາ​ທີ​  ຢູ່​ໂຮງ​ຮຽນ​ການ​ເມືອງ ແລະ ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​ບູ​ລີ ໄດ້​ເປີດກອງ​​ປະ​ຊຸມກຳ​ມະ​ບານ​ຮາກ​ຖານ​ໂຮງ​ຮຽນ​ການ​ເມືອງ ແລະ ​ການ​ປົກ​ຄອງ​ ແຂວງໄຊຍະບູລີ ຊຶ່ງ ກອງ​ປະ​ຊຸມ​ໄດ້​ຄົ້ນ​ຄວ້າ​ປືກ​ສາ​ຫາ​ລືວຽກ​ງານ ​ແລະ ​ນ​ະ​ໂຍ​ບາຍ​ຕ່າງໆ​ ໂດຍ​ໃຫ້​ກ​ຽດ​ເປັນ​ປະ​ທານ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້​ແມ່ນທ່ານ ປ​ທ ອຸ່ນ​ເຮືອນ ແກ້ວຍອດ ປະທານກຳ​ມະ​ບານ​ຮາກ​ຖານ​ໂຮງ​ຮຽນ​ການ​ເມືອງ ແລະ ​ການ​ປົກ​ຄອງ ​ແຂວງໄຊຍະບູລີ, ມີ​ຄະ​ນະ​ກຳ​ມະ​ບານຮາກຖານ,…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດຊຸດຝຶກອົບຮົມທິດສະດີການເມືອງຂັ້ນສູງ ລະບົບເລັ່ງລັດ 45 ວັນ ຊຸດທີ I ແລະ ລະບົບປະລິນຍາເອກ ການເມືອງ-ການປົກຄອງ ຮຸ່ນທີ I

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດຫຼັກສູດຝຶກອົບຮົມທິດສະດີການເມືອງຂັ້ນສູງລະບົບເລັ່ງລັດ 45 ວັນ ຊຸດທີ I ແລະ ລະບົບປະລິນຍາເອກ ການເມືອງ-ການປົກຄອງ ຮຸ່ນທີ I ຊຶ່ງໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ທີ່ສະໂມສອນໃຫຍ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໃນຕອນເຊົ້າ ຂອງວັນທີ 8 ທັນວາ 2025. ພິທີດັ່ງກ່າວ ໄດ້ຮັບກຽດເປັນປະທານ ຈາກ ທ່ານ ນາງ ສີໃສ…

ພິທີປິດ ຂະບວນການກິລາ 3 ອົງການຈັດຕັ້ງມະຫາຊົນ ຄັ້ງທີ IV ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ໃນຕອນບ່າຍ ຂອງວັນທີ 5 ທັນວາ 2025 ຜ່ານມານີ້, ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ມີການຈັດພິທີປິດການແຂ່ງຂັນກິລາຂະບວນການແຂ່ງຂັນກິລາ ຊິງຂັນ 3 ອົງການຈັດຕັ້ງມະຫາຊົນ ຄັ້ງທີ IV ປະຈຳປີ 2025 ຢ່າງເປັນທາງການ, ພາຍຫຼັງທີ່ໄດ້ດໍາເນີນການແຂ່ງຂັນມາຢ່າງດຸເດືອດ ແລະ ຟົດຟື້ນ ເປັນເວລາ 1 ເດືອນກວ່າ (ເລີ່ມແຕ່ວັນທີ 1 ຕຸລາ 2025 ເປັນຕົ້ນມາ).…

ຂ່າວອື່ນໆ