ນັກສຶກສາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ລົງກໍ່ສ້າງຮາກຖານການເມືອງ ຢູ່ເມືອງນາຊາຍທອງ
ອີງຕາມຫຼັກສູດການຮຽນ-ການສອນ ຂອງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ນັກສຶກສາແຕ່ລະບົບຕ້ອງໄດ້ລົງກໍ່ສ້າງຮາກຖານການເມືອງ. ຈຸດປະສົງຂອງການລົງກໍ່ສ້າງຮາກຖານການເມືອງແມ່ນເພື່ອເຮັດໃຫ້ປະຊາຊົນມີຄວາມໜັກແໜ້ນທາງດ້ານແນວຄິດການເມືອງ, ການຈັດຕັ້ງຂັ້ນພື້ນຖານໄດ້ຮັບການປັບປຸງ, ມີຄວາມສະຫງົບ ແລະມີຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ປະຊາຊົນສາມາດຮັບຮູ້-ເຂົ້າເຖິງຂໍ້ມູນຂ່າວສານກ່ຽວກັບວຽກງານການເມືອງ ແລະວຽກງານວັດທະນະທຳ-ສັງຄົມໄດ້ຮັບການປົວແປງເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນເປັນກ້າວໆ. ທັງເປັນການຊອກຮູ້ພຶດຕິກໍາ ສົມທຽບກັບທິດສະດີທີ່ໄດ້ຄົ້ນຄວ້າ ເຊິ່ງສະເພາະປີນີ້ແມ່ນລະບົບປະລິນຍາຕີ ຮຸ່ນທີ XXII ຫ້ອງ ກ ແລະ ຫ້ອງ ຂ, ນັກສຶກສາອະນຸປະລິນຍາ ຮຸ່ນທີ XVI ຈຳນວນທັງໝົດ 181 ທ່ານ, ຍິງ 46 ທ່ານ ເຊິ່ງໄດ້ເລືອກເອົາເມືອງນາຊາຍທອງ ເປັນບ່ອນລົງກໍ່ສ້າງຮາກຖານການເມືອງ ໃນນັ້ນໄດ້ແບ່ງອອກເປັນ 2 ກຸ່ມ: ກຸ່ມບ້ານສີເກີດ ແລະ ກຸ່ມບ້ານນາຊາຍທອງ ແລະໄລຍະຂອງການລົງກໍ່ສ້າງຮາກຖານການເມືອງແມ່ນໄດ້ເລີ່ມແຕ່ວັນທີ 20 ພະຈິກ ຫາວັນທີ 16 ທັນວາ ຈຶ່ງຈະສໍາເລັດ.
ຜ່ານການເຄື່ອນໄຫວຂອງທີມນັກສຶກສາ 2 ລະບົບດັ່ງກ່າວ ພາຍໃນ 2 ອາທິດທີ່ຜ່ານມານັກສຶກສາໄດ້ແບ່ງເປັນກຸ່ມ ເພື່ອຕິດຕາມ ແລະຊ່ວຍບາງວຽກຂອງຄະນະບ້ານ ເປັນຕົ້ນແມ່ນ ສຶກສາອົບຮົມວຽກງານການເມືອງ-ແນວຄິດ ທັງຈັດຕັ້ງເຜີຍແຜ່ເອກະສານທີ່ສໍາຄັນຕ່າງໆຂອງພັກ, ລັດ ແລະຂອງ 3 ອົງການຈັດຕັ້ງມະຫາຊົນ; ສົມທົບກັບຄະນະບ້ານ ໃນການຮັບຟັງ, ຄົ້ນຄວ້າບັນຫາປະກົດການຫຍໍ້ພາຍໃນບ້ານ ພ້ອມທັງຊອກຫາວິທີທາງໄກ່ເກ່ຍຂໍ້ຂັດແຍ່ງໃຫ້ພໍ່ແມ່ປະຊາຊົນ.
ທ່ານ ປທ ສີຈັນ ສູນດາລາ ຮອງຫົວໜ້າກົມວິຊາການ, ສມປຊ, ໃນຖານະທີ່ເປັນຄະນະຊີ້ນຳລວມຂອງການລົງຮາກຖານການເມືອງຄັ້ງນີ້ໄດ້ໃຫ້ຮູ້ວ່າ: ຕະຫຼອດໄລຍະທີ່ຜ່ານມາ ນັກສຶກສາໄດ້ມີຄວາມເປັນເຈົ້າການໃນການສ້າງຂະບວນການອັນລວມໃຫ້ແກ່ບ້ານ ເປັນຕົ້ນການກະກຽມການສະເຫຼີມສະຫຼອງວັນຊາດທີ່ 2 ທັນວາ, ລົງເກັບກຳສະຖິຕິພົນລະເມືອງຢູ່ 2 ກຸ່ມບ້ານເພື່ອເປັນພື້ນຖານແກ່ຂະບວນການ ສ້າງບ້ານ ແລະກຸ່ມບ້ານພັດທະນາຕາມ 4 ເນື້ອໃນ 4 ຄາດໝາຍ. ນອກຈາກນີ້, ນັກສຶກສາ ກັບອຳນາດການປົກຄອງຂັ້ນເມືອງ, ຂັ້ນບ້ານ ແລະປະຊາຊົນ ຍັງໄດ້ຈັດຕັ້ງການແຂ່ງຂັນກິລາເປຕັງ, ສົມທົບກັບພໍ່ແມ່ປະຊາຊົນອະນາໄມປັດກວດ, ເກັບຂີ້ເຫຍື້ອຕາມຂອບເຂດຂອງບ້ານ ເພື່ອເປັນການຮັດແໜ້ນຄວາມສາມັກຄີ ທັງເປັນການຮັກສາສິ່ງແວດລ້ອມພາຍໃນບ້ານໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະສະອາດງາມຕາ.