• ໜ້າຫຼັກ
  • ກ່ຽວກັບ ສມປຊ
    • ປະຫວັດຄວາມເປັນມາ
    • ທີ່ຕັ້ງ ແລະ ພາລະບົດບາດ
    • ຫນ້າທີ່ຂອງ ສມປຊ
    • ຂອບເຂດສິດຂອງ ສມປຊ
    • ຄະນະບໍລິຫານງານພັກ ສມປຊ
    • ຄະນະນຳ ສມປຊ
    • ໂຄງປະກອບກົງຈັກການຈັດຕັ້ງ
  • ຫໍສະໝຸດ
  • ຫລັກສູດ
  • ວາລະສານ
  • ການພົວພັນຕ່າງປະເທດ
  • ນິຕິກຳ
  • ຕິດຕໍ່
ໜ້າຫຼັກ

ຄົ້ນຫາ

ດາວໂຫລດເອກະສານ

ເວັບໄຊ ພາກສ່ວນລັດຖະບານ

ລາຍການບົດວິທະຍານິພົນ

ຕາຕະລາຮຽນ

ການນຳໃຊ້ພາສາລາວ

ອຸປະຖຳເງິນ ຊຸກຍູ້ວຽກງານ ສ້າງປື້ມຕຳລາຮຽນ

   ປື້ມຕຳລາການຮຽນ-ການສອນ ແມ່ນມີຄວາມສຳຄັນໃນການສຶກສາຮ່ຳຮຽນຕໍ່ກັບນັກຄົ້ນຄວ້າ ແລະ ພະນັກງານ-ຄູ ອາຈານ. ຊຶ່ງໃນປັດຈຸບັນນີ້ ປື້ມຕຳລາການຮຽນ-ການສອນຂອງສະຖາບັນການເມືອງ ແລະ ການປົກຄອງ ແຫ່ງຊາດ ນັບມື້ນັບມີຄວາມຮຽກຮ້ອງຕ້ອງການ ໃຫ້ເພີ່ມຈຳນວນການພິມຢ່າງຕໍ່ເນື່ອງ ຊຶ່ງແມ່ນວຽກງານຂອງກົມຄຸ້ມຄອງການຄົ້ນຄວ້າ ວິທະຍາສາດໂດຍກົງທີ່ຕ້ອງໄດ້ຊີ້ນຳ-ນຳພາ ໃນການສ້າງປື້ມຕຳລາທີ່ສະໜອງປື້ມແບບຮຽນນຳໃຊ້ເຂົ້າໃນ ການຮຽນ-ການ ສອນ ຢູ່ສະຖາບັນການເມືອງ ແລະ ການປົກຄອງ ແຫ່ງຊາດ ແລະ ໂຮງຮຽນການເມືອງ ແລະ ການປົກຄອງ ທ້ອງຖິ່ນ.

ອ່ານຕໍ

ຄະນະຜູ້ແທນຂັ້ນສູງ ພັກກອມມູນິດ ກູບາ ຢ້ຽມຢາມ ສມປຊ

         ໃນຕອນບ່າຍຂອງວັນທີ 1 ມິຖຸນາ 2015, ສະຖາບັນການເມືອງ ແລະ ການປົກຄອງ ແຫ່ງຊາດ ໄດ້ຕ້ອນຮັບການ ເຂົ້າຢ້ຽມຂອງ ຄະນະຜູ້ແທນຂັ້ນສູງຂອງພັກກອມມູນິດ ກູບາ ຊຶ່ງນຳໂດຍ ທ່ານ ຊາລວາດໍ ວາລເດສ ເມຊາ (Salvador valdes Mesa) ກຳມະການກົມການເມືອງ ສູນກາງພັກ, ຮອງປະທານສະພາແຫ່ງລັດ ກູບາ.

ອ່ານຕໍ

ສມປຊ ຈັດຕັ້ງປູກຕົ້ນໄມ້

       ເພື່ອເປັນການສະເຫຼີມສະຫຼອງວັນທີ 1 ມິຖຸນາ ກໍ່ຄືວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ສະນັ້ນຢູ່ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈຶ່ງໄດ້ຈັດໃຫ້ມີພິທີສະເຫຼີມສະຫຼອງວັນສຳຄັນດັ່ງກ່າວ ຂອງບັນດາທ່ານ ຄະນະພັກຄະນະນຳ ພະນັກງານ-ຄູອາຈານ ແລະ ນັກສຶກສາ ທຸກຮຸ່ນທຸກລະບົບ ພ້ອມດ້ວຍນ້ອງນ້ອຍເຍົາວະຊົນ, ອານຸຊົນ ໂຮງຮຽນປະຖົມສົມບູນ ທ່າງ່ອນ ເຂົ້າຮ່ວມສະເຫຼີມສະຫຼອງວັນສຳຄັນນີ້ຢ່າງພ້ອມພຽງ ແລະ ມ່ວນຊື່ນ.

ອ່ານຕໍ

ສະຖາບັນ ສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ

        ສະຖາບັນ ສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວຈັດຝຶກອົບຮົມ ທັກສະການວິເຄາະຂ່າວ. ໂດຍປະຕິບັດຕາມແຜນຮ່ວມມືລະຫວ່າງ ກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ແລະ ສື່ສານ ສສ ຫວຽດນາມ ກັບ ສະຖາບັນ ສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ໃນການບຳລຸງກໍ່ສ້າງກໍ່ຄືການຍົກລະດັບຄວາມຮູ້ສາມາດໃຫ້ແກ່ສື່ມວນຊົນລາວ. ດັ່ງນັ້ນ  ໃນວັນທີ 25/5/2015 ຈຶ່ງໄດ້ຈັດຊຸດຝຶກອົບຮົມຂຶ້ນ ຢູ່ທີ່ ສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວໃນຫົວຂໍ້: ທັກສະການວິເຄາະຂ່າວ ຊຶ່ງກ່າວເປີດພິທີໃນຄັ້ງນີ້ມີ ທ່ານ ສະຫວັນຄອນ ລາຊມົນຕີ ລັດຖະມົນຕີ ຊ່ວຍວ່າການ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ພ້ອມດ້ວຍ ທ່ານ ເຈືອງມິງຕວງ ລັດຖະມົນຕີ ກະຊວງຖະແຫຼງຂ່າວ ແລະ ສື່ສານ ສສ ຫວຽດນາມ, ມີຜູ້ເຂົ້າຮ່ວມຈາກຕາງໜ້າ ໂທລະພາບແຫ່ງຊາດ, ວິທະຍຸແຫ່ງຊາດ, ບັນດາສຳນັກງານໜັງສືພິມອ້ອມຂ້າງທັງພາກລັດ ແລະ ເອກະຊົນເຂົ້າຮ່ວມ ທັງໝົດ 42 ທ່ານ, ຍິງ 15 ທ່ານ ໃນນັ້ນມີນັກສຳມະນາກອນຈາກ ສມປຊ ເຂົ້າຮ່ວມ 1 ທ່ານ. 

ອ່ານຕໍ

Page 103 of 110

  • Start
  • Prev
  • 98
  • 99
  • 100
  • 101
  • 102
  • 103
  • 104
  • 105
  • 106
  • 107
  • Next
  • End
© 2014 by iDAM