ຄະນະຮັບຜິດຊອບສ້າງວີດີໂອສະເຫຼີມສະຫຼອງ ວາລະສານ ທິດສະດີການເມືອງ-ການປົກຄອງ ຄົບຮອບ 30 ປີ ເຂົ້າຖ່າຍທຳສຳພາດ ທ່ານ ຮສ ປອ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ
ໃນຕອນເຊົ້າຂອງວັນທີ 28 ຕຸລາ 2026 ທີ່ຜ່ານມາ, ຄະນະຮັບຜິດຊອບສ້າງວີດີໂອສະເຫຼີມສະຫຼອງ ວາລະສານ ທິດສະດີການເມືອງ-ການປົກຄອງ ຄົບຮອບ 30 ປີ ນຳພາໂດຍ ທ່ານ ນ. ວະໄລລັກ ອະໄພ ຫົວໜ້າສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ພ້ອມດ້ວຍຄະນະ ແລະ ທີມງານຖ່າຍທຳ ໄດ້ເຂົ້າຖ່າຍທຳ ແລະ ສຳພາດ ທ່ານ ຮສ ປອ ທອງສະລິດ ມັງໜໍ່ເມກ…
ນັກສຶກສາທິດສະດີການເມືອງຂັ້ນສູງ ຮຸ່ນທີ VIII ເຄື່ອນໄຫວທັດສະນະສຶກສາ ຢ້ຽມຊົມ ແລະ ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານຕົວຈິງ ທີ່ບໍລິສັດເບຍລາວ ແລະ ກົມປູກຝັງ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ
ເພື່ອຜັນຂະຫຍາຍແນວທາງການຮຽນການສອນ “ທິດສະດີຕິດພັນກັບການປະຕິບັດຕົວຈິງ”, ໃນວັນທີ 29 ຕຸລາ 2026 ນີ້, ຄະນະນຳ ແລະ ພະນັກງານອາຈານ ພ້ອມດ້ວຍນັກສຶກສາຊຸດຝຶກອົບຮົມທິດສະດີການເມືອງຂັ້ນສູງ ຮຸ່ນທີ VIII ໄດ້ເຄື່ອນໄຫວທັດສະນະສຶກສາຢ້ຽມຊົມ ແລະ ພົບປະແລກປ່ຽນບົດຮຽນ ທີ່ບໍລິສັດເບຍລາວ ແລະ ກົມປູກຝັງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ເຊິ່ງເປັນການເປີດກວ້າງວິໄສທັດ ແລະ ເສີມຂະຫຍາຍຄວາມຮັບຮູ້ທາງດ້ານເສດຖະກິດ-ສັງຄົມ ພາຍໃຕ້ການນຳພາທັດສະນະຂອງ ທ່ານ ປອ ພອນວິໄລ ພົມວຽງໄຊ…
ຄະນະບໍລິຫານງານພັກແຂວງຫຼວງພະບາງ ຕ້ອນຮັບຄະນະເລຂາທິການສູນກາງພັກ
ໃນວັນທີ 23 ຕຸລາ 2026 ຢູ່ຫ້ອງຮັບແຂກ ຫ້ອງວ່າການແຂວງຫຼວງພະບາງ, ສະຫາຍ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ ພ້ອມຄະນະ ໄດ້ຕ້ອນຮັບການເຂົ້າພົບ ຂອງສະຫາຍ ປອ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມຄະນະ.ໃນໂອກາດນີ້ ສະຫາຍ ຄຳຫຼ້າ ລຽນປະດິດ ໄດ້ກ່າວຕ້ອນຮັບຄະນະຢ່າງອົບອຸ່ນ ພ້ອມລາຍງານສະ ພາບລວມຂອງແຂວງ, ຈຸດພິເສດດ້ານພູມສັນຖານ, ວັດທະນະທຳ, ຮີດຄອງປະເພນີ…
ພິທີປິດຊຸດຝຶກອົບຮົມ ຫົວຂໍ້ສະເພາະ ສໍາລັບເລຂາພັກເມືອງ ທົ່ວປະເທດ ຊຸດທີ IX
ໃນຕອນແລງວັນທີ 23 ຕຸລາ 2026, ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ມີພິທີປິດຊຸດຝຶກອົບຮົມຫົວຂໍ້ສະເພາະ ສໍາລັບເລຂາພັກເມືອງ ໃນຂອບເຂດທົ່ວປະເທດ ຊຸດທີ IX (ໄລຍະ 10 ວັນ, ວັນທີ 12-23 ຕຸລາ 2026) ຢ່າງເປັນທາງການ. ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວໂອ້ລົມປິດຊຸດອົບຮົມຂອງ ທ່ານ ນາງ ສີໃສ ລືເດດມູນສອນ, ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ,…
