Category: ຂ່າວ

ສະຫະພັນແມ່ຍິງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທາບທາມບຸກຄະລາກອນ ຮອບທີ II ເພື່ອສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII

          ໃນວັນທີ 16 ກໍລະກົດ 2020 ທີ່ຫ້ອງປະຊຸມຊັ້ນ 5 ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ, ສະຫະພັນແມ່ຍິງ ສມປຊ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນຮອບທີ II ເພື່ອສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII. ໃນນັ້ນມີ ທ່ານ ປອ ສາຍຄຳ ມູນມະນີວົງ ຄະນະບໍລິຫານງານພັກ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ຮອງຫົວໜ້າຄະນະປັດຊະຍາ ທັງເປັນປະທານກອງປະຊຸມ ແລະທ່ານ ປທ ນາງ ບຸນມີ ຈຸນລະຈັກ…

ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ມອບໃບຊົມເຊີຍບັນດາຜູ້ທີ່ໃຫ້ການອຸປະຖຳ ທາງດ້ານວັດຖຸອຸປະກອນ ແລະປື້ມສຳລັບການຄົ້ນຄວ້າຕ່າງໆ

ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ, ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໃນລະຫວ່າງວັນທີ 7 ມິຖຸນາ-13 ກໍລະກົດ ຜ່ານມາໄດ້ຮັບການອຸປະຖຳທາງດ້ານ ວັດຖຸອຸປະກອນເຊັ່ນ: ກະຕິກນ້ຳຮ້ອນຈໍານວນ 3 ໜ່ວຍ, ເຄື່ອງດູດຝຸ່ນ1ຊຸດ ແລະປື້ມເອກະສານຕ່າງໆ ເພື່ອອຳນວຍ ຄວາມສະດວກໃນການປະຕິບັດໜ້າທີ່ວຽກງານພາຍໃນສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ, ແລະ ສະ ໜອງຂໍ້ມູນໃນການຄົ້ນຄວ້າຂອງພະນັກງານ, ຄູ-ອາຈານ ແລະນັກສຶກສາ ທີ່ຢູ່ພາຍໃນ ສມປຊ ແລະນອກ ສມປຊ. ຊຶ່ງມີລາຍຊື່ຜູ້ທີ່ໄດ້ຮັບໃບຊົມເຊີຍຈາກການສະໜັບສະໜູນດັ່ງນີ້: ມອບໃບຊົມເຊີຍໃຫ້ ທ່ານໂພທິຍາ…

ກອງປະຊຸມປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນ ຂອງໜ່ວຍພັກຮາກຖານ ນັກສຶກສາ

ໃນສະພາບການປັດຈຸບັນການພັດທະນາເສດຖະກິດ-ສັງຄົມ, ປະກົດການຫຍໍ້ທໍ້ໃນສັງຄົມ ແລະການສຶກສາທຸກລະບົບຢູ່ໃນປະ ເທດເຮົາເວົ້າລວມ, ເວົ້າສະເພາະກໍຄືການຮຽນ-ການສອນ ຢູ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ແມ່ນໄດ້ຮັບຜົນກະທົບມາຈາກການແຜ່ລະບາດໂລກພະຍາດໂຄວິດ COVID-19, ແຕ່ເຖິງຢ່າງໃດກໍ່ຕາມຍາມໃດພັກເຮົາກໍ່ມີຄວາມສະດຸ້ງໄວ, ມີແນວທາງອັນຖືກ ຕ້ອງຢ່າງຮອບດ້ານ ແລະມີຫຼັກການຂອງພັກ ແລະດ້ວຍຄວາມເອົາໃຈໃສ່ນໍາພາ-ຊີ້ນໍາຢ່າງຈົດຈໍຂອງອົງຄະນະພັກ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ດ້ວຍຄວາມຕັດສິນໃຈບຸກບືນ ຂອງບັນດາສະຫາຍໃນໜ່ວຍພັກຮາກຖານ ອະນຸປະລິນຍາ ຮຸ່ນທີ XVIII ແລະໜ່ວຍພັກຮາກຖານປະລິນຍາຕີ ຮຸ່ນທີ XXIII ແລະຕໍ່ເນື່ອງຮຸ່ນທີ XIV ຫ້ອງ ກໍ ແລະຫ້ອງ ຂໍ…

ເມືອງແປກ ແຂວງຊຽງຂວາງ ປີດຊຸດຝືກອົບຮົມທິດສະດີການເມືອງ ແລະ ການປົກຄອງ ສຳລັບຄະນະພັກບ້ານ, ນາຍບ້ານ ຮຸ່ນທີ I ເມືອງແປກ ປີ 2021

ໃນວັນທີ 2 ກໍລະກົດ 2021 ຢູ່ທີ່ຫ້ອງປະຊຸມເມຶອງແປກ ແຂວງຊຽງຂວາງ ໄດ້ຈັດພິທີປີດຊຸດຝຶກອົບ ຮົມທິດສະດີການເມືອງ ແລະການປົກຄອງຂຶ້ນ ພາຍໃຕ້ການເປັນປະທານຮວ່ມ ທ່ານ ໜໍບີ ຫາຕົ່ງປາວ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ-ພະນັກງາານ, ທ່ານ ກົງທະນູ ອຸ່ນສະຫວັນ ກຳມະການພັກແຂວງ, ເລຂາພັກເມືອງ ເຈົ້໊າເມືອງແປກ, ທ່ານ ປທ ຄຳຜຸຍ ໂນລາ ກຳມະການພັກແເຂວງຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ, ມີບັນດາຜູ້ຕ່າງໜ້າຈາກບັນດາຫ້ອງການ, ບ້ານພາຍໃນເມືອງແປກ ແລະມີບັນດາຄູ-ອາ…