ພິທີມອບ-ຮັບຫົວໜ້າ ໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່
ໃນວັນທີ 9 ທັນວາ 2020 ຢູ່ທີ່ໂຮງຮຽນການເມືອງ ແລະການປົກຄອງ ແຂວງຊຽງຂວາງ ໄດ້ຈັດພິທີມອບ-ຮັບໜ້າທີ່ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ ຜູ້ເກົ່າ ແລະຜູ້ໃໝ່, ໂດຍໃຫ້ກຽດເຂົ້າຮ່ວມພິທີຂອງ ທ່ານ ບຸນໂຮມ ເທດທານີ ຮອງເລຂາພັກແຂວງ ຫົວໜ້າພະແນກກະສິກຳ ແລະປ່າໄມ້ແຂວງ, ມີຜູ້ຕາງໜ້າ ຈາກຄະນະຈັດຕັ້ງແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ຕະຫຼອດຮອດ ຄະນະໂຮງຮຽນ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ. ໃນພິທີດັ່ງກ່າວ ທ່ານ ນ. ພວງພະຈັນ ມູນທະວົງ…