Category: ຂ່າວ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ປະກາດການຈັດຕັ້ງຂັ້ນກົມ

ໃນວັນທີ 18 ພະຈິກ 2020 ຢູ່ຫ້ອງປະຊຸມຊັ້ນ 1 ຕຶກສູນຂໍ້ມູນຂ່າວສານ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ປະກາດການຈັດຕັ້ງຂັ້ນກົມ ໂດຍການເປັນປະທານຂອງທ່ານ ຮສ ພູວົງ ອຸ່ນຄຳແສນ ເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າ ສມປຊ, ມີຫົວໜ້າກົມຈັດຕັ້ງ-ພະນັກງານ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ພ້ອມດ້ວຍພະນັກງານ-ລັດຖະກອນ ຂອງທັງ 2 ພາກສ່ວນເຂົ້າຮ່ວມ.       ໃນວາລະພິທີດັ່ງກ່າວ, ທ່ານ ປທ ນ.…

ພິທີປ້ອງກັນບົດຈົບຊັ້ນອະນຸປະລິນຍາ ຮຸ່ນທີ V ຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງອຸດົມໄຊ ຄັ້ງວັນທີ 17-18/11/2020

ພິທີປ້ອງກັນບົດຈົບຊັ້ນອານຸປະລິນຍາຮຸ່ນທີ V ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ່ 17 ພະຈິກ 2020 ໂດຍໄດ້ຮັບກຽດເປັນປະທານພິທີ ຈາກທ່ານ ມໍຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງອຸດົມໄຊ ຜູ້ຊີນຳວຽກງານໂຮງຮຽນການເມືອງ ແລະການປົກຄອງແຂວງອຸດົມໄຊ ແລະເຂົ້າຮ່ວມພິທີໃນຄັ້ງນີ້ມີ ທ່ານ ປທ ອຸໄທທິບ ພຸດທະລາດ ຫົວໜ້າຄະນະປັດຊະຍາ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ມີຄະນະກຳມະການຈາກ ສມປຊ, ມີຄະນະອຳນວຍການ, ພະນັກງານ-ຄູອາຈານໂຮງຮຽນການເມືອງ-ການປົກຄອງ, ອາຈານຮັບເຊີນອ້ອມຂ້າງແຂວງ ແລະ ນັກສຶກສາຊັ້ນອານຸປະລິນຍາ 59…

ໂຮງຮຽນການເມືອງ ແລະການປົກຄອງແຂວງບໍ່ແກ້ວ ຈັດພິທີສອບເສັງປາກເປົ່າ ລະດັບສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ

ໃນຕອນເຊົ້າ ວັນທີ 12 ພະຈິກ 2020 ​ໂຮງຮຽນ​ການ​ເມືອງ ​ແລະ​ການ​ປົກຄອງ​ແຂວງ​ບໍ່​ແກ້ວ ​ໄດ້​ຈັດການ​ສອບ​ເສັງ​ປາກ​ເປົ່າ ລະດັບ​ສະຖາ​ບັນ​ການ​ເມືອງ ​ແລະ​ການ​ປົກຄອງ​ແຫ່ງ​ຊາດ ວິຊາ​ຂົນຂວາຍ​ມະຫາ​ຊົນ ​​ເປັນ​ປະທານ​ເປີດ​ການ​ສອບ​ເສັງ ທ່ານ ປທ ຄຳ​ແສງ​ ສຸລິຍະ​ວົງ ກຳມະການ​ພັກ​ແຂວງ  ຫົວໜ້າ​ໂຮງຮຽນ​ການ​ເມືອງ ​ແລະ ການ​ປົກຄອງ​ແຂວງ​ບໍ່​ແກ້ວ, ມີ​ບັນ​ທ່ານ​ຄະນະ​ຫົວໜ້າ​ໂຮງຮຽນ, ກຳມະການ, ນັກ​ສຶກສາ​ຮຸ່ນ​ທີ IX ​ເຂົ້າ​ຮ່ວມ ການ​ສອບ​ເສ​ັງປາກ​ເປົ່າ​ແມ່ນ​ເພື່ອ​ວັດຄວາມ​ຮູ້ ຄວາມ​ເຂົ້າໃຈ​ ຂອງ​ນັກ​ສຶກສາ​ທີ່​ໄດ້​ຜ່ານ​ການ​ຮຽນ​ຕາມຫຼັກສູດ​ຂອງ​ການ​ຮຽນ​ວິຊາ​ຂົນຂວາຍ​ມະຫາຊົນຮາກ​ຖານ​ການ​ເມືອງ​ໃນ​ການ​ເຄື່ອນ​ໄຫວ​ວຽກ​ງານ​ຂົນ​ຂວາ​ຍ​ໂຄສະນາ​ປຸກລະດົມ ຂະ​ບວນການ​ມະຫາຊົນ​ໃຫ້​ມີ​ນ້ຳ​ໃຈ​ສາມັກຄີເປັນປຶກແຜ່ນແໜ້ນໜາ ເພື່ອໃຫ້ມະຫາຊົນເປັນກໍາລັງແຮງໃນທົ່ວສັງຄົມພາຍໃຕ້ການນໍາພາຂອງພັກ…

ພິທີເປີດ ຂະບວນການແຂ່ງຂັນກີລາ 3 ອົງການຈັດຕັ້ງມະຫາຊົນ ທົ່ວສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຄັ້ງທີ II

ວັນ​ທີ 06 ພະຈິກ 2020 ນີ້, ໜ່ວຍຮາກຖານຊາວໜຸ່ມພະນັກງານ, ຄູ-ອາຈານ ຄະນະປັດຊະຍາ ແລະຄະນະກໍ່ສ້າງພັກ ແລະປະຫວັດສາດໄດ້ເປັນເຈົ້າພາບໃນການເປີດຂະບວນການກີລາ 3 ອົງການຈັດຕັ້ງມະຫາຊົນທົ່ວ ສມປຊ ຄັ້ງທີ II ຂຶ້ນ ພາຍໃຕ້ການເປັນປະທານ ຂອງ ທ່ານ ປອ ສາຍຄໍາ ມູນມະນີວົງ ກໍາມະການຄະນະບໍລິຫານງານພັກ ສມປຊ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ຮສ ພູວົງ ອຸ່ນຄໍາແສນ ເລຂາຄະນະບໍລິຫານງານພັກ,…