ກອງປະຊຸມສຳມະນາວິທະຍາສາດລະດັບຊາດ ຫົວຂໍ້: “ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ ໃນຂົງເຂດວຽກງານປ້ອງກັນຊາດ”
ສະພາທິດສະດີສູນກາງພັກ, ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ສະຖາບັນ ການເມືອງ ແລະການປົກຄອງແຫ່ງຊາດ ແລະວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ສົມທົບກັນ ຈັດກອງປະຊຸມສຳມະນາວິທະຍາສາດລະດັບຊາດ ພາຍໃຕ້ຫົວຂໍ້ “ແນວຄິດປະທານໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ໃນຂົງ ເຂດວຽກງານປ້ອງກັນຊາດ” ຂຶ້ນໃນຕອນເຊົ້າຂອງວັນທີ 04 ພະຈິກ 2020, ທີ່ສະໂມສອນສອນໃຫຍ່ວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ, ໂດຍການເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດກໍາມະການກົມການເມືອງສູນກາງພັກ, ທີ່ປຶກສາຄະນະບໍລິຫານງານສູນກາງພັກສະໄໝທີ X,…