Category: ຂ່າວ

ເລຂາພັກບ້ານ, ນາຍບ້ານເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຮັບການຝຶກອົບຮົມທິດສະດີການເມືອງ ແລະການປົກຄອງໄລຍະສັ້ນ 10 ວັນ

ພິທີເປີດຊຸດຝຶກອົບຮົມທິດສະດີການເມືອງ ແລະການປົກຄອງໄລຍະສັ້ນ 10 ວັນໃຫ້ແກ່ເລຂາພັກບ້ານ, ນາຍບ້ານທົ່ວເມືອງແກ່ນທ້າວ, ແຂວງໄຊຍະບູລີໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 28 ຕຸລາ 2020ຢູ່ທີ່ສະໂມສອນຂອງເມືອງແກ່ນທ້າວ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ປະເສີດ ອິນວົງຄຳ ຮອງເລຂາພັກເມືອງປະທານແນວລາວສ້າງຊາດເມືອງ, ໃຫ້ກຽດເຂົ້າຮ່ວມ ຂອງທ່ານ ປອ ສີສອນພັນ ບຸນສີ ກໍາມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ ມີບັນດາທ່ານຫົວໜ້າຫ້ອງການອ້ອມຂ້າງເມືອງພ້ອມດ້ວຍບັນດາທ່ານເລຂາພັກບ້ານ, ນາຍບ້ານທົ່ວເມືອງເຂົ້າຮ່ວມ 45 ສະຫາຍ, ຍິງ 4 ສະຫາຍ. ທ່ານ ນາງ…

ນັກສຶກສາລະບົບປະລິນຍາຕີ ຮຸ່ນທີ XXV ຫ້ອງ ກໍ ເປີດກອງປະຊຸມຮັບຮອງເອົາແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາສົກປີ 2020-2021

ໂດຍປະຕິບັດຕາມຄໍາສັ່ງຂອງຄະນະບໍລິຫານງານພັກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະບັບເລກທີ 446/ຄພ-ສມປຊ ລົງວັນທີ 13 ສິງຫາ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.        ໃນຕອນເຊົ້າຂອງວັນທີ 22 ຕຸລາ 2020 ນັກສຶກສາລະບົບປະລິນຍາຕີ ຮຸ່ນທີ XXV ຫ້ອງ ກໍ, ກໍໄດ້ເປີດກອງປະຊຸມຮັບຮອງເອົາແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາສົກປີ 2020-2021 ຂື້ນ. ພາຍໃຕ້ການເປັນປະທານຂອງ ສະຫາຍ…

ຄະນະບໍລິຫານງານຊາວໜຸ່ມ ສມປຊ ມອບວັດຖຸປັດໃຈ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ ເມືອງເຊໂປນ ແຂວງສະຫວັນນະເຂດ

ໃນຕອນແລງຂອງວັນທີ 23 ຕຸລາ 2020 ຄະນະບໍລິຫານງານຊາວໜຸ່ມ ສມປຊ ໄດ້ນຳເອົາວັດຖຸປັດໃຈ ທີ່ໄດ້ຈາກການປະກອບສ່ວນຂອງສະມາຊິກຊາວໜຸ່ມທົ່ວ ສມປຊ ມາມອບໃຫ້ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ດ້ວຍມູນຄ່າ 3.400.000 ກີບ ເພື່ອນຳໄປຊ່ວຍເຫຼືອພໍ່ແມ່ປະຊາຊົນຊາວເມືອງເຊໂປນ ແຂວງສະຫວັນນະເຂດ ທີ່ປະສົບໄພນ້ຳຖ້ວມ.       ໂດຍຕາງໜ້າກ່າວມອບຂອງ ສະຫາຍ ປທ ນ. ຄຳຮູ້ ວິລະທອນ ຄະນະບໍລິຫານງານຊາວໜຸ່ມ ສມປຊ ແລະ ໃຫ້ກຽດກ່າວຮັບຂອງ ສະຫາຍ ບຸນຕາ ເທບພະວົງ…

ກອງປະຊຸມຮັບສ່ອງແສງການລົງກໍ່ສ້າງຮາກຖານການເມືອງຂອງ ນັກສຶກສາ ຢູ່ເມືອງປາກງື່ມ

ວັນທີ 23 ຕຸລາ 2020 ທີ່ຫ້ອງການປົກຄອງເມືອງປາກງື່ມ, ນັກສຶກສາ ປະລິນຍາຕີ ຮຸ່ນທີ XXIV ທີ່ລົງກໍ່ສ້າງຮາກຖານການເມືອງ ໄດ້ຈັດກອງປະຊຸມຮັບສ່ອງແສງຂຶ້ນ ພາຍໃຕ້ການເປັນປະທານຂອງ ທ່ານ ປທ ສີຈັນ ສູນດາລາ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ, ຫົວໜ້າຊີ້ນຳການລົງກໍ່ສ້າງຮາກຖານການເມືອງ, ມີຕາງໜ້າຫ້ອງການປົກຄອງເມືອງປາກງື່ມ, ຫົວໜ້າກຸ່ມນັກສຶກສາທີ່ລົງກໍ່ສ້າງຮາກຖານ 13 ບ້ານ/ທ່ານ ເຂົ້າຮ່ວມ.       ໃນພິທີ ທ່ານ ປທ ສີຈັນ ສູນດາລາ ໄດ້ຮຽນເຊີນໃຫ້ບັນດາຫົວໜ້າກຸ່ມລົງກໍ່ສ້າງຮາກຖານໃນແຕ່ລະບ້ານຂຶ້ນລາຍງານສະພາບການລົງກໍ່ສ້າງຮາກຖານໃນໄລຍະຜ່ານມາ…