ນັກສຶກສາປະລິນຍາຕີ ຮຸ່ນທີ XXIV ຈາກ ສມປຊ ທີ່ລົງກໍ່ສ້າງຮາກຖານການເມືອງ ໄດ້ນໍາພາອົງການຈັດຕັ້ງມະຫາຊົນບ້ານໝາກນາວດົງເຊື່ອມຊຶມບັນດານິຕິກຳ
ວັນທີ 21-22 ຕຸລາ 2020 ທີ່ຫ້ອງການບ້ານໝາກນາວດົງ ນັກສຶກສາປະລິນຍາຕີ ຮຸ່ນທີ XXIV ຈາກ ສມປຊ ທີ່ລົງກໍ່ສ້າງຮາກຖານການເມືອງທີ່ປະຈຳບ້ານໝາກນາວດົງ ໄດ້ຊີ້ນຳ-ນໍາພາອົງການຈັດຕັ້ງມະຫາຊົນພາຍໃນບ້ານ ຈັດພິທີເຊື່ອມຊຶມບັນດານິຕິກຳ ໂດຍແມ່ນນັກສຶກສາທີ່ລົງກໍ່ສ້າງຮາກຖານໃນດັ່ງກ່າວເປັນຜູ້ສະໜອງເອກະສານສໍາຄັນຕ່າງໆ, ພ້ອມທັງແນະນໍາວິທີການ ແລະຂັ້ນຕອນໃນການເຜີຍແຜ່ເອກະສານ. ຂຶ້ນເຜີຍແຜ່ເອກະສານສໍາຄັນຕ່າງໆນັ້ນໂດຍແມ່ນ ສະຫາຍ ໄຊພອນ ບົວພາວົງ ເລຂາໜ່ວຍຮາກຖານຊາວໜຸ່ມບ້ານ, ທ່ານ ນາງ ຈັນລອນ ພາວັນນາ ປະທານໜ່ວຍຮາກຖານສະຫະພັນແມ່ຍິງບ້ານ ເຊິ່ງບັນດາເອກະສານທີ່ນໍາເຜີຍແຜ່ເຊື່ອມຊຶມຂອງ 2 ວຽກງານດັ່ງກ່າວ (ວຽກຊາວໜຸ່ມ,…