Category: ຂ່າວ

ໂຮງຮຽນການເມືອງ ແລະການປົກຄອງແຂວງ ຊຽງຂວາງ ຈັດພິທິປາຖະກະຖາວັນສຳຄັນຕ່າງໆຂອງພັກຂອງຊາດ.

ໂດຍປະຕິບັດຕາມ ແຈ້ງການຂອງຄະນະປະຄຳພັກແຂວງຊຽງຂວາງສະບັບເລກທີ292 /ຄປພຂ ລົງວັນທີ 4 ສິງຫາ 2020 ວ່າດ້ວຍການຈັດຕັ້ງປະຖະກະຖາ, ວັນສຳຄັນຕ່າງໆຂອງພັກຂອງຊາດ ແລະເພື່ອນມິດສາກົນ. ມາໃນວັນທີ 19 ສິງຫາ 2020 ຢູ່ທີ່ໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ ຈັດພິທີປະຖະກະຖາເຜີຍແຜ່, ເຊື່ອມຊຶມເອກະສານສໍາຄັນຄັນຂອງພັກ, ຂອງຊາດ ໃຫ້ກຽດເຂົ້້າຮ່ວມເປັນປະທານພິທີມີສະຫາຍ ປທ ນາງ ບົວສີ ນາຖາວົງ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ, ມີສະຫາຍ ປທ ຄຳຜຸຍ…

ໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ ເປີດກອງປະຊຸມຖອດຖອນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ປະຈຳປີ 2019-2020.

ໃນວັນທີ 13 ສິງຫາ 2020 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ທິດສະດີການເມືອງ ແລະການປົກຄອງ ພາຍໃຕ້ການເປັນປະທານ ຂອງ ທ່ານ ຄຳແສງ ພົມມະວັນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງຜູ້ຊີ້ນຳແໂຮງຮຽນການເມືອງ ແລະການປົກຄອງ ມີທ່ານ ປທ ນ. ບົວສີ ນາຖາວົງກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ, ມີທ່ານ ປທ ສີຈັນ ສູນດາລາ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ສມປຊ, ມີບັນດາທ່ານຮອງເລຂາພັກເມືອງ…

ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໄດ້ຮັບອຸປະກອນສໍາລັບກອງປະຊຸມທາງໄກ

ວັນ​ທີ 14 ກໍລະກົດ 2020 ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດໄດ້ຮັບ ອຸປະກອນສໍາລັບກອງປະຊຸມທາງໄກ 1 ຊຸດ ມູນຄ່າ 50.803.947ຈາກກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ.      ເປັນກຽດກ່າວມອບໂດຍ ທ່ານ ທອງໃສ ຊານໄຊຍະ ຮອງລັດຖະມົນຕີ ກະຊວງໄປສະນີ, ໂທລະມະນາຄົມ ແລະ ການສື່ສານ ແລະ ເປັນກຽດກ່າວຮັບພ້ອມທັງມອບໃບຊົມເຊີຍຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຊືຶ່ອມຊຶມເອກະສານຂອງພັກ

      ໃນວັນທີ 12 ສິງຫາ 2020 ນີ້, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມ ເຜີຍແຜ່ເຊື່ອມຊຶມເອກະສານຂອງພັກ, ໂດຍການເປັນປະທານ ຂອງສະຫາຍ ຮສ ພູວົງ ອຸ່ນຄຳແສນ ເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າ ສມປຊ, ມີບັນດາຄະນະບໍລິຫານງານພັກ, ຫົວໜ້າຫ້ອງການ, ກົມ, ຄະນະຕ່າງໆ, ສູນຂໍ້ມູນຂ່າວສານ, ສູນຄົ້ນຄວ້າແນວຄິດໄກສອນພົມວິຫານ ແລະນັກສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ.ເອກະສານທີ່ນໍາມາເຊື່ອມຊຶມໃນຄັ້ງນີ້ມີຄື:       ມະຕິກອງປະຊຸມຄົບຄະນະ ຄັ້ງທີ 10…