ໂຮງຮຽນການເມືອງ ແລະການປົກຄອງແຂວງຈຳປາສັກ ຈັດພິທີເລື່ອນສະມາຊິກພັກສຳຮອງເປັນສົມບູນ ພ້ອມທັງມອບບັດສະມາຊິກພັກສົມບູນ
ໂຮງຮຽນການເມືອງ ແລະ ການປົກຄອງແຂວງຈໍາປາສັກ ຈັດພິທີເລື່ອນສະມາຊິກພັກສໍາຮອງເປັນສະມາຊິກພັກສົມບູນ ພ້ອມທັງມອບບັດສະມາຊິກພັກໃຫ້ສະມາຊິກພັກພາຍໃນໜ່ວຍພັກ. ພິທີໄດ້ຈັດຂຶ້ນໃນຕອນບ່າຍ ວັນທີ 6 ສິງຫາ 2020 ນີ້, ທີ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ໂດຍການເປັນປະທານຂອງສະຫາຍ ໜູຈັນ ຈັນທະພົງ ຄະນະປະຈໍາພັກແຂວງ, ປະທານກວດກາພັກແຂວງ, ມີ ສະຫາຍ ບົວທອງ ສຸວັນນະສານ ກໍາມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ,ມີຜູ້ຕາງໜ້າຄະນະຈັດຕັ້ງແຂວງ, ມີບັນດາສະຫາຍໃນຄະນະພັກ, ແຂກເຊື້ອເຊີນ, ສະມາຊິກພັກພາຍໃນໜ່ວຍພັກເຂົ້າຮ່ວມ. ໂອກາດນີ້ສະຫາຍຜູ້ຕາງໜ້າຄະນະຈັດຕັ້ງແຂວງ…