ຊົມເຊີຍສະມາຊິກພັກໃໝ່ຂອງໜ່ວຍພັກຮາກຖານສູນຂໍ້ມູນຂ່າວສານການເມືອງ-ການປົກຄອງ ແລະ ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ
ວັນທີ 17 ກໍລະກົດ 2020 ໜ່ວຍພັກຮາກຖານສູນຂໍ້ມູນຂ່າວສານການເມືອງ-ການປົກຄອງ ແລະ ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໄດ້ຈັດພິທີ ຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ໂດຍພາຍໃຕ້ການເຂົ້າຮ່ວມຂອງສະຫາຍ ປທ ນ. ບຸນມີ ຈຸນລະຈັກ ຄະນະບໍລິຫານງານພັກ, ປະທານກວດກາ, ຮອງຫົວໜ້າ ສມປຊ, ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ເລຂາໜ່ວຍພັກ ສຂມປ-ສນຫ, ມີບັນດາຜູ້ຕາງໜ້າຄະນະໜ່ວຍພັກອື່ນ ແລະສະມາຊິກພັກພາຍໃນໜ່ວຍຮາກຖານເຂົ້າຮ່ວມຢ່າງພ້ອມພຽງ.ໃນພິທີ ຜູ້ຕາງໜ້າພະແນກພັກ ແລະປ້ອງກັນພັກ ກົມຈັດຕັ້ງພະນັກງານ…