ໂຮງຮຽນການເມືອງ ແລະການປົກຄອງ ແຂວງວຽງຈັນ ໄຂຊຸດຮຽນທິດສະດີການເມືອງ ແລະການປົກຄອງຊັ້ນກາງ ຊຸດທີ XIV ຢ່າງເປັນທາງການ.
ຕອນເຊົ້າຂອງວັນທີ 14 ກໍລະກົດ 2020, ເວລາ 9:00 ໂມງ ທີ່ໂຮງຮຽນການເມືອງ ແລະການປົກຄອງ ແຂວງວຽງຈັນ ໄດ້ຈັດພິທີໄຂຊຸດຮຽນທິດສະດີການເມືອງ ແລະການປົກຄອງຊັ້ນກາງ ຊຸດທີ XIV ຂຶ້ນຢ່າງ ເປັນທາງການ ໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານ ຄໍາພັນ ສິດທິດໍາພາ ກໍາມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງໆວຽງຈັນ, ມີທ່ານ ຮສ ສະໝຸດທອງ ສົມພານິດ ຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ,…