ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຊົມເຊີຍຜົນສຳເລັດຂອງໂຄງການ ສ້າງຄວາມເຂັ້ມແຂງທາງດ້ານສິ່ງແວດລ້ອມ ແລະ ສັງຄົມ
ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນຖານະເປັນສະຖາການສຶກສາຂັ້ນສູງ ດ້ານທິດສະດີການ ເມືອງ ແລະ ການປົກຄອງ ມີພາລະບົດບາດຕົ້ນຕໍ ໃນການກໍ່ສ້າງ ແລະ ບໍາລຸງສ້າງພະນັກງານຂັ້ນກາງ ແລະ ຂັ້ນສູງ ຕອບສະໜອງໃຫ້ອົງການຈັດຕັ້ງພັກ, ລັດ ແລະ ອົງການຈັດຕັ້ງມະຫາຊົນ ໃນຂອບເຂດທົ່ວປະເທດ. ສະນັ້ນ, ຈຶ່ງໄດ້ສະເໜີຮັບເອົາໂຄງການສ້າງຄວາມເຂັ້ມແຂງທາງດ້ານສິ່ງແວດລ້ອມ ແລະ ສັງຄົມ. ໂຄງການດັ່ງກ່າວ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ມີລະບົບການຈັດຕັ້ງຄຸ້ມຄອງບໍລິຫານໂຄງການໂດຍໄດ້ຮັບການແຕ່ງຕັ້ງຈາກຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ…