Category: ຂ່າວ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດການຝຶກອົບຮົມ ນຳໃຊ້ໂປແກຣມ ນັບຄະແນນສຽງເລືອກຕັ້ງ

      ໃນວັນທີ 29 ມິຖຸນາ 2020 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເປີດການຝຶກອົບຮົມ ນຳໃຊ້ໂປແກຣມ ນັບຄະແນນສຽງເລືອກຕັ້ງ, ຊຶ່ງໃຫ້ກຽດເຂົ້າຮ່ວມເປັນປະທານເປີດພິທີຂອງ ທ່ານ ປທ ອຸບົນ ມະຫາໄຊ ຄະນະບໍລິຫານງານພັກ, ຮອງຫົວໜ້າ ສມປຊ. ມີຜູ້ຕາງໜ້າຈາກຫ້ອງການ, ກົມ, ຄະນະຕ່າງໆ, ສູນຂໍ້ມູນຂ່າວສານ ການເມືອງ-ການປົກຄອງ ແລະ ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ແລະນັກສໍາມະນາກອນເຂົ້າຮ່ວມ. ເພື່ອປະຕິບັດຕາມທິດທາງຂອງພັກ ທີ່ໃຫ້ຫັນເປັນທັນສະໄໝເທື່ອລະກ້າວນັ້ນ.…

ສະມາຄົມ ມິດຕະພາບ ລາວ-ຈີນ ມອບປື້ມຄຳສຳຄັນ ເພື່ອເຂົ້າໃຈປະເທດຈີນ ໃຫ້ ສມປຊ

      ໃນຕອນເຊົ້າຂອງວັນທີ 26/6/2020 ສະມາຄົມ ມິດຕະພາບ ລາວ-ຈີນ ມອບປື້ມ ຄຳສຳຄັນ ເພື່ອເຂົ້າໃຈປະເທດຈີນ, ຈຳນວນ 50 ຫົວ ໃຫ້ ຫໍສະໝຸດ ສມປຊ ເພື່ອເປັນການປະກອບສ່ວນທາງດ້ານຂໍ້ມູນຂ່າວສານ ສມປຊ ໃຫ້ບັນນດາພະນັກງານ, ຄູ-ອາຈານ ແລະ ນັກສຶກສາ, ປື້ມດັ່ງກ່າວ ຈະເປັນການປະກອບສ່ວນ ອັນສຳຄັນໃນການຮຽນ-ການສອນ, ການຄົ້ນຄວ້າວິທະຍາສາດຢ່າງມີປະສິດທິຜົນ.       ໂດຍການກ່າວມອບ ຂອງ ທ່ານ ສີຄູນ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງ-ພະນັກງານ ແລະ ຍ້ອງຍໍຜົນງານ 5 ປີ (2015-2020)

ໃນວັນທີ 26 ມິຖຸນາ 2020 ກົມຈັດຕັ້ງ-ພະນັກງານ ສມປຊ ໄດ້ຈັດກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງ-ພະນັກງານ ເພື່ອເປັນການສະຫຼຸບຕີລາຄາຄືນຕໍ່ກັບການຈັດຕັ້ງປະຕິບັດທີ່ຜ່ານມາ ແລະ ທິດທາງແຜນການ, ກອງປະຊຸມດັ່ງກ່າວໃຫ້ກຽດເປັນປະທານກອງປະຊຸມຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ຮັກສາການເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າ ສມປຊ, ພ້ອມດ້ວຍຄະນະພັກ, ຫ້ອງການ. ກົມ, ຄະນະຕ່າງໆ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມກັນຢ່າງພ້ອມພຽງ.ທ່ານ ປທ ນ.…

ຄະນະກວດກາ ສມປຊ ຜັນຂະຫຍາຍເນື້ອໃນກອງປະຊຸມວຽກງານກວດກາ ທົ່ວປະເທດ ປະຈຳປີ 2019 ແລະ ທິດທາງແຜນການ ປີ 2020

      ໃນຕອນເຊົ້າ ວັນທີ 26 /06/2020 ຢູ່ທີ່ ສະໂມສອນໃຫຍ່ ສມປຊ, ຄະນະກວດກາສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາປະຈຳປີຂຶ້ນ. ພາຍໃຕ້ການເປັນປະທານ ຂອງທ່ານ ຮສ ພູວົງ ອຸ່ນຄໍາແສນ ຮັກສາການເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າ ສມປຊ, ທ່ານ ປທ ນາງ ບຸນມີ ຈຸນລະຈັກ ຄະນະບໍລິຫານງານພັກ ປະທານກວດກາພັກ, ມີຄະນະພັກ-ຄະນະນໍາ ສມປຊ ພ້ອມດ້ວຍ…