Month: June 2024

ກອງປະຊຸມຖອດຖອນບົດຮຽນ ເກັບກຳສົ້ນເຂົ້າ-ສົ້ນອອກ ຂອງນັກສຶກສາທີ່ສຳເລັດການສຶກສາຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ລະຫວ່າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ໂຮງຮຽນການເມືອງ-ການປົກຄອງແຂວງຊຽງຂວາງ

        ໂດຍປະຕິບັດຕາມ ຂໍ້ຕົກລົງ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບລົງເກັບກຳຂໍ້ມູນປະເມີນຜົນນັກສຶກສາ ທີ່ສໍາເລັດການສຶກສາຄົ້ນຄວ້າ ຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄລຍະ 2021-2023 ຢູ່ 4ແຂວງພາກເໜືອ (ກຸ່ມທີ 1) ຄື: ແຂວງຫຼວງພະບາງ, ແຂວງໄຊຍະບູລີ, ແຂວງຊຽງຂວາງ ແລະແຂວງຫົວພັນສະບັບເລກທີ 486/ສມປຊ, ນະຄອນຫຼວງວຽງຈັນ, ວັນທີ 30 ເມສາ 2024.…

ພິທີມອບ-ຮັບໂຄງການຊ່ວຍເຫຼືອປັບປຸງລະບົບນໍ້າສະອາດ ລາວ-ອົດສະຕາລີ ໃຫ້ແກ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

          ໃນຕອນເຊົ້າວັນທີ 4ມິຖຸນາ 2024ເວລາ 10 ໂມງ ທີ່ຫ້ອງຮັບແຂກ, ຕຶກຈັດຕັ້ງ-ພະນັກງານ ສະຖາບັນການ ເມືອງ ແລະ ການປົກຄອງແຫ່ງຊາດ. ທ່ານ ນາງ ມິແກນ ຈອນ, ເອກອັກຄະລັດຖະທູດອົດສະຕີລີປະຈຳລາວ, ຮອງປະທານສະມາຄົມມິດຕະພາບອົດສະຕາລີ-ລາວ ພ້ອມດ້ວຍຄະນະໄດ້ເຂົ້າພົບປະການນໍາຂັ້ນສູງ ຂອງ ສມປຊ ເຊິ່ງໃຫ້ກຽດຕ້ອນຮັບໂດຍ: ທ່ານ ປທ ນາງ ຄຳຫຼ້າ…

ກອງປະຊຸມໃຫຍ່ຄັ້ງທີ ll ຂອງອົງການຈັດຕັ້ງ ມະຫາຊົນ ສມປຊ

          ໃນຕອນແລງວັນທີ 4ມິຖຸນາ2024 ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງ 302 ຕຶກຫັດ ຄະນະຊາວໜຸ່ມຮາກຖານຄະນະປັດຊະຍາ ແລະ ຄະນະກໍ່ສ້າງພັກ ແລະປະຫວັດສາດພັກ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ ll ຂອງຮາກຖານຕົນເອງຂຶ້ນ ພາຍໃຕ້ການເປັນປະທານໂດຍ: ທ່ານ ປທ ສົມສີ ຈັນທະພົມ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ສມປຊ ປະທານກວດກາ ຮອງຫົວໜ້າກົມກວດກາ ມີບັນດາແຂກຮັບເຊີນຈາກບັນດາຮາກຖານຊາວໜຸ່ມອ້ອມຂ້າງ; ຄະນະໜ່ວຍພັກ;…

ກອງປະຊຸມປະກອບຄໍາເຫັນໃສ່ເນື້ຶອໃນບົດຄົ້ນຄວ້າວິທະຍາສາດ ຫົວຂໍ້: “ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການສ້າງຄວາມສາມັກຄີປອງດອງຊາດ” ຮອບທີ 1

          ໃນຕອນເຊົ້າວັນທີ 4ມິຖຸນາ 2024 ທີ່ຫ້ອງປະຊຸມຊັ້ນ 1ຫ້ອງ 110, ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມປະກອບຄໍາເຫັນໃສ່ເນື້ຶອໃນບົດຄົ້ນຄວ້າວິທະຍາສາດຫົວຂໍ້: “ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການສ້າງຄວາມສາມັກຄີປອງດອງຊາດ” ຮອບທີ 1 ພາຍໃຕ້ການເປັນປະທານໂດຍ: ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ,…