ໃນຕອນເຊົ້າຂອງວັນທີ 14 ກຸມພາ 2024 ຢູ່ທີ່ຫ້ອງປະຊຸມຂອງ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ໄດ້ຈັດພິທີປະກາດ ພະນັກງານຮັບອຸດໜູນບຳນານ ແລະແຕ່ງຕັ້ງຮອງຂະແໜງການ ຂອງໂຮງຮຽນ ພາຍໃຕ້ການເປັນປະທານໂດຍ: ທ່ານ ສີວອນ ບຸດດາຈັນ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ມີພະນັກງານ, ຄູ-ອາຈານ, ພະນັກງານບຳນານ ແລະຄະນະພັກ, ຄະນະຫ້ອງ ຂັ້ນກາງຮຸ່ນທີ I ເຂົ້າຮ່ວມນຳ. ໃນພິທີ ທ່ານ ນາງ ສົມໄພວັນ ຈັນທະວົງ ຮອງຫົວໜ້າຂະແໜງຈັດຕັ້ງພະນັກງານ ແລະຄຸ້ມຄອງບໍລິຫານ ໄດ້ຜ່ານຂໍ້ຕົກລົງ ຂອງທ່ານ ເຈົ້າແຂວງ ສະບັບເລກທີ 29/ຊຂ ລົງວັນທີ 12 ມັງກອນ 2024 ວ່າດ້ວຍການອະນຸມັດໃຫ້ພະນັກງານ, ລັດຖະກອນ ຮັບອຸດໜູນບຳນານ ແລະຜ່ານຂໍ້ຕົກລົງ ຂອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ວ່າດ້ວຍການມອບນະໂຍບາຍໃຫ້ ທ່ານ ນາງ ຄຳພັນ ຫຼ້າບຸດດີ ຫົວໜ້າຂະແໜງຈັດຕັ້ງພະນັກງານຄຸ້ມຄອງ ແລະບໍລິຫານ ທີ່ໄດ້ຮັບອຸດໜູນບຳນານ ພ້ອມທັງໃຫ້ຜູ້ກ່ຽວຜ່ານປະຫວັດການເຄື່ອນໄຫວຂອງຕົນເອງ ນັບແຕ່ມື້ເລີ່ມຕົ້ນປະຕິບັດວຽກງານຈົນຮອດປັດຈຸບັນ ແລະອີກວາລະສຳຄັນອີກວາລະໜຶ່ງ ທ່ານ ນາງ ສົມໄພວັນ ຈັນທະວົງ ຮອງຫົວໜ້າຂະແໜງຈັດຕັ້ງພະນັກງານ ແລະຄຸ້ມຄອງບໍລິຫານ ໄດ້ຜ່ານຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ສະບັບເລກທີ 105/ຊຂ, ລົງວັນທີ 8 ກຸມພາ 2024 ວ່າດ້ວຍການແຕ່ງຕັ້ງ ທ່ານ ຈັນເພັງ ນັນທະວົງ ວິຊາການ ຂະແໜງຂໍ້ມູນຂ່າວສານ ຂຶ້ນເປັນຮອງຂະແໜງຂໍ້ມູນຂ່າວສານ ແລະແຕ່ງຕັ້ງ ທ່ານ ສອນສະຫວັນ ທຳມະວົງ ວິຊາການ ຂະແໜງຈັດຕັ້ງພະນັກງານ ແລະຄຸ້ມຄອງບໍລິຫານຂຶ້ນເປັນຮອງຂະແໜງຈັດຕັ້ງພະນັກງານ ແລະຄຸ້ມຄອງບໍລິຫານ.

         ໃນຕອນທ້າຍພິທີ ທ່ານ ສີວອນ ບຸດດາຈັນ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ ກໍໄດ້ມີຄຳໂອ້ລົມຕໍ່ພິທີ ເຊິ່ງບາງຕອນທ່ານໄດ້ກ່າວ ຕໍ່ກັບຜູ້ຮັບອຸດໜູນບຳນານວ່າ: ຂໍຍ້ອງຍໍຊົມເຊີຍ ທີ່ໄດ້ເສຍສະຫຼະເຫື່ອແຮງ, ທຸ່ມເທທັງກາຍ ແລະໃຈ, ເອົາໃຈໃສ່ຢ່າງຈູບຈ້າວຫ້າວຫັນກັບແຕ່ລະໜ້າວຽກທີ່ໄດ້ຮັບມອບໝາຍທີ່ຜ່ານມາຈົນປະສົບຜົນສຳເລັດ ແລະເປັນແບບຢ່າງທີ່ດີໃຫ້ກັບພະນັກງານໜຸ່ມນ້ອຍຮຸ່ນຕໍ່ໄປ, ຕໍ່ກັບຜູ້ທີ່ໄດ້ຮັບແຕ່ງຕັ້ງໃໝ່ ກໍ່ຄືພະນັກງານ, ຄູ-ອາຈານທັງໝົດ ຈົ່ງຕັ້ງໃຈ ເພີ່ມຄວາມຮັບຜິດຊອບສູງ, ເພີ່ມຄວາມເອົາໃຈໃສ່ຕໍ່ກັບວຽກງານ, ຜັນຂະຫຍາຍຢ່າງຕັ້ງໜ້າໃນການປະຕິບັດຕາມພາລະບົດບາດ, ສິດ ແລະໜ້າທີ່ທີ່ໄດ້ກຳນົດໄວ້ໃນຕຳແໜ່ງງານໃຫ້ເກີດດອກອອກຜົນ ແລະປະກົດຜົນເປັນຈິງ.

ພາບ-ຂ່າວ ໂດຍ: ໄຊສົມແພງ ສີສົມບັດ ໂຮງຮຽນການເມືອງ ແລະການປົກຄອງ ແຂວງຊຽງຂວາງ

ບັນນາທິການ: ປທ ບຸນປັນ ສຸມຸນທອງ