ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປະກາດການຈັດຕັ້ງຂັ້ນກົມ ຫຼື ທຽບເທົ່າຂັ້ນກົມ, ຂັ້ນຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະການໂຍ້ກຍ້າຍບ່ອນປະຈຳການ ສະນັ້ນ, ໃນຕອນເຊົ້າຂອງວັນທີ 15 ກຸມພາ 2024 ຈຶ່ງໄດ້ຈັດພິທີປະກາດການຈັດຕັ້ງ ແລະທາບທາມບຸກຄະລາກອນຂື້ນ ພາຍໃຕ້ການເປັນປະທານໂດຍ: ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ຫົວໜ້າ ສມປຊ, ຄະນະພັກ ແລະມີຕາງໜ້າຫ້ອງການ, ກົມ, ຄະນະຕ່າງໆ ແລະ ສູນຕ່າງໆ ເຂົ້າຮ່ວມຢ່າງພ້ອມພຽງ.

        ໂດຍພິທີດັ່ງກ່າວ ທ່ານ ປທ ນ. ພອນໄຊ ລາດຊະວົງ ຫົວໜ້າຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຜ່ານ 7ເອກະສານ ຄື:

1.     ມະຕິຕົກລົງຂອງ ຄະນະເລຂາທິການສູນກາງພັກເລກທີ 26/ຄລສພ, ລົງວັນທີ 01/02/2024ວ່າດ້ວຍການແຕ່ງຕັ້ງ ທ່ານ ປອ ສຸພາວະດີ ຫຼ້າຄໍາສາຍ ເປັນຫົວໜ້າກົມຄຸ້ມຄອງການຮຽນ-ການສອນ.

2.    ມະຕິຕົກລົງຂອງ ຄະນະເລຂາທິການສູນກາງພັກເລກທີ 27/ຄລສພ, ລົງວັນທີ 01/02/2024ວ່າດ້ວຍການແຕ່ງຕັ້ງ ທ່ານ ປອ ສີສົມພອນ ວົງພະຈັນ ເປັນຫົວໜ້າກົມຄຸ້ມຄອງຄົ້ນຄວ້າວິທະຍາສາດ.

3.      ຂໍ້ຕົກລົງຂອງຫົວໜ້າ ສມປຊ ເລກທີ 148/ສມປຊ, ວັນທີ 05/02/2024 ວ່າດ້ວຍການຍົກຍ້າຍ ທ່ານ ປອ ເດັງຢ່າງ ກົງຈີ ຮອງຫົວໜ້າສູນຕົ້ນຄວ້າແນວຄິດ ໄກສອນ ພົມວິຫານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄປປະຈຳການປົກກະຕິຢູ່ ສະຖາບັນວິທະຍາສາດເສດຖະກິດ ແລະສັງຄົມແຫ່ງຊາດ.

4.     ຂໍ້ຕົກລົງຂອງຫົວໜ້າ ສມປຊ ເລກທີ 210/ສມປຊ, ວັນທີ 15/02/2024ວ່າດ້ວຍການຍົກຍ້າຍ ທ່ານ ປອ ສຸພາວະດີ ຫຼ້າຄຳສາຍ ຮອງຫົວໜ້າຄະນະບໍລິຫານສາດ ໄປເປັນຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.

5.     ຂໍ້ຕົກລົງຂອງຫົວໜ້າ ສມປຊ ເລກທີ 210/ສມປຊ, ວັນທີ 15/02/2024ວ່າດ້ວຍການຍົກຍ້າຍ ທ່ານ ທ່ານ ປອ ສີສົມພອນ ວົງພະຈັນ ຮອງຫົວໜ້າຄະນະປັດຊະຍາ ໄປເປັນຫົວໜ້າກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.

6.     ຂໍ້ຕົກລົງຂອງຫົວໜ້າ ສມປຊ ເລກທີ 213/ສມປຊ, ວັນທີ 15/02/2024 ວ່າດ້ວຍການແຕ່ງຕັ້ງຕຳແໜ່ງບໍລິຫານຂັ້ນຫົວໜ້າພະແນກ ຫຼື ທຽບເທົ່າ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ເຫັນດີແຕ່ງຕັ້ງຕຳແໜ່ງບໍລິຫານຂຶ້ນຫົວໜ້າພະແນກ ຫຼື ທຽບເທົ່າ, ຈຳນວນ 3 ທ່ານ, ຍິງ 1 ທ່ານ ເຊິ່ງມີ ລາຍຊື່ດັ່ງລຸ່ມນີ້:

1). ທ່ານ ປທ ພະສະຫວັດ ເທບສຸວັນ ຮອງຫົວໜ້າພາກວິຊາເສດຖະສາດພັດທະນາ ຂຶ້ນເປັນຫົວໜ້າພາກວິຊາເສດຖະສາດພັດທະນາ

      2). ທ່ານ ປອ ນ. ຈັນສຸລິນ ອິນຄ້າແສງ ຮອງຫົວໜ້າພາກວິຊາຂົນຂວາຍ ແລະຈິດຕະສາດ ຂຶ້ນເປັນຫົວໜັາພາກວິຊາກໍ່ສ້າງພັກ.

     3). ທ່ານ ປທ ຄໍາຝັ້ນ ແສງແກ້ວ ຮອງຫົວໜ້າພາກວິຊາລັດ ແລະກົດໝາຍ ຂຶ້ນເປັນຫົວໜ້າພາກວິຊາລັດ ແລະກົດໝາຍ,

7.     ຂໍ້ຕົກລົງ ຂອງຫົວໜ້າ ສມປຊ ເລກທີ 214/ສມປຊ, ວັນທີ 15/02/2024 ວ່າດ້ວຍການແຕ່ງຕັ້ງຕຳແໜ່ງບໍ ລິຫານຂັ້ນຮອງຫົວໜ້າພະແນກ ຫຼື ທຽບເທົ່າ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ເຫັນດີແຕ່ງຕັ້ງທ່ານ ປທ ພູນທອງ ສີວັນທອງຄຳ ພະນັກງານວິຊາການ ຂຶ້ນເປັນຮອງຫົວໜ້າພາກວິຊາການເມືອງວິທະຍາ, ຄະນະລັດທິສັງຄົມນິຍົມວິທະຍາສາດ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.

     ນອກຈາກນັ້ນ, ກໍ່ຍັງໄດ້ມີການປ່ອນບັດເພື່ອຄັດເລືອກເອົາບຸກຄະລາກອນຂັ້ນຮອງກົມທີ່ຍັງຫວ່າງ ໂດຍກໍານົດປ່ອນບັດເອົາພະນັກງານຂັ້ນຮອງພະແນກຂຶ້ນໄປ.

          ໃນໂອກາດດັ່ງກ່າວ ທ່ານ ຮສ ພູວົງ ອຸ່ນຄຳແສນ ໄດ້ໂອ້ລົມ ແລະໃຫ້ທິດຊີ້ນໍາທີ່ມີຄວາມໝາຍຄວາມສໍາຄັນຕໍ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ໃຫ້ຖືກຕ້ອງ ແລະສອດຄ່ອງກັບສະພາບເງື່ອນໄຂຕົວຈິງຂອງ ສມປຊ ໃຫ້ມີການພັດທະນາດີຂຶ້ນເທື່ອລະກ້າວ, ພ້ອມທັງຮຽກຮ້ອງມາຍັງບັນດາທ່ານທີ່ຖືກແຕ່ງຕັ້ງຈົ່ງນຳພາວຽກງານຂອງຕົນທີ່ຮັບຜິດຊອບໃຫ້ມີປະສິດທິຜົນ ແລະຍົກສູງພາລະບົດບາດການນຳພາ-ຊີ້ນຳ ພາຍໃນກົມກອງຕົນເອງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະກວ້າງຂວາງ, ມີແບບແຜນວິທີການເຮັດວຽກ, ມີຄວາມຮັບຜິດຊອບຕໍ່ວຽກງານທີ່ອົງການຈັດຕັ້ງມອບໝາຍໃຫ້ໂດຍສະເພາະການຈັດຕັ້ງປະຕິບັດ ຕໍ່ໜ້າທີ່ວຽກງານໃຫ້ມີປະສິດທິຜົນສູງ, ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ເຂັ້ມແຂງ, ມີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ປັບປຸງແບບແຜນການນຳ ພາເຮັດວຽກລວມສູນປະຊາທິປະໄຕເປັນໝູ່ຄະນະ.

ຂ່າວ/ພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ