ຕອນແລງວັນທີ 14 ກຸມພາ 2024 ຮາກຖານກໍາມະບານສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ແລະສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໄດ້ຈັດເຝິກອົບຮົມຂຶ້ນຢູ່ທີ່ຊັ້ນ 5 ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ພາຍໃຕ້ຫົວຂໍ້ຫັນທັກສະພື້ນຖານການເຮັດຂະນົມເຄັກກ້ວຍໃຫ້ກາຍເປັນລາຍໄດ້ ພາຍໃຕ້ການເປັນປະທານໂດຍ: ທ່ານ ປທ ນາງ ວະໄລລັກ ອະໄພ ຫົວໜ້າສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ແລະມີຕາງໜ້າ 2 ທ່ານ ຂອງແຕ່ລະຮາກຖານ ທົ່ວ ສມປຊ ເຂົ້າຮ່ວມການເຝິກອົບຮົມໃນຄັ້ງນີ້.

          ຈຸດປະສົງຕົ້ນຕໍໃນການເຝິກອົບຮົມໃນຄັ້ງນີ້ແມ່ນເພື່ອສ້າງກິດຈະກໍາ ຫັນທັກສະພື້ນຖານການເຮັດຂະນົມເຄັກກ້ວຍໃຫ້ກາຍເປັນລາຍໄດ້, ເພື່ອເພີ່ມຄຸນຄ່າ ແລະສ້າງລາຍຮັບໃຫ້ແກ່ສະມາຊິກຈາກການຂາຍ ແລະອີກສ່ວນໜຶ່ງແມ່ນຈະມອບເຂົ້າຄັງຮາກຖານ.​ ພ້ອມ​ກັນ​ນັ້ນ​, ກໍ່ຍັງເປັນ​ການ​ຂຸດຄົ້ນທ່າ ແຮງບົ່ມຊ້ອນຂອງພະນັກງານ, ຄູ-ອາຈານ ໃຫ້ມີຫົວຄິດປະດິດສ້າງ ທັງເຮັດໃຫ້ສະມາຊິກໄດ້ເຕົ້າໂຮມຄວາມສາມັກຄີ ທັງເປັນການພັດທະນາສີມືຕົນເອງ ເພື່ອຍົກສູງຄຸນນະພາບຊີວິດການເປັນຢູ່ໃຫ້ດີຂຶ້ນ. ການເຝິກອົບຮົມດັ່ງກ່າວແມ່ນດໍາເນີນໄປ ເປັນເວລາເຄິ່ງມື້ ເຊິ່ງນໍາພາລົງມືປະຕິບັດຈິງໂດຍ: ທ່ານ ນາງ ດອກໄມ້ ຈັນດາລາ.

          ໃນຕອນທ້າຍພິທີ ທ່ານ ປະທານ ໄດ້ເນັ້ນຕື່ມວ່າສໍາລັບຜູ້ທ່າຍທອດປະຕິບັດຕົວຈິງກໍຢາກໃຫ້ຖ່າຍທອດຈົນສຸດສີມື ສໍາລັບບັນດານັກເຝິກອົບຮົມກໍຢາກໃຫ້ເອົາໃຈໃສ່ ແລະຕັ້ງໃຈເຝິກເພື່ອຈະໄດ້ເປັນບົດຮຽນພື້ນຖານໃນການຕໍ່ຍອດສ້າງເປັນລາຍຮັບ ເພື່ອຍົກລະດັບຊີວິດການເປັນຢູ່ໃຫ້ດີຂຶ້ນເທື່ອລະກ້າວໃນອານາຄົດ.

ຂ່າວ/ພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ