ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນກຳມະກອນ ຄົບຮອບ 138ປີ (1.5.1886-1.5.2024) ຄະນະບໍລິຫານງານສະຫະພັນກຳມະບານ ສມປຊ ຈຶ່ງໄດ້ນໍາພາບັນດາພະນັກງານ, ຄູ-ອາຈານ, ນັກສຶກສາທຸກຮຸ່ນທຸກລະບົບເຂົ້າຮ່ວມກິດຈະກໍາ ຍ່າງເພື່ອສຸຂະພາບຂຶ້ນ ໃນຕອນເຊົ້າວັນທີ 01 ພຶດສະພາ 2024ເວລາ 7ໂມງ00ນາທີ ຢູ່ທີ່ສວນປະຕູໄຊ ໃຫ້ກຽດນໍາພາເຂົ້າຮ່ວມໂດຍ: ທ່ານ ປອ ສາຍຄໍາ ມູນມະນີວົງ ກໍາມະການພັກ ຫົວໜ້າຄະນະປັດຊະຍາ ພ້ອມດ້ວຍ ທ່ານ ປອ ສຸພາວະດີ ຫຼ້າຄຳສາຍ ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ປະທານສະຫະພັນກຳມະບານ ສມປຊ, ມີບັນດາພະນັກງານ, ຄູ-ອາຈານ, ນັກສຶກສາທຸກຮຸ່ນທຸກລະບົບກໍເຂົ້າຮ່ວມກິດຈະກໍາດັ່ງກ່າວ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 28 ທ່ານ, ຍິງ 16 ທ່ານ.

ນອກຈາກນັ້ນ, ກໍໄດ້ຮັບຟັງ ທ່ານ ພອນສານ ວິໄລເມັ້ງ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ  ໄດ້ກ່າວປະຫວັດຄວາມເປັນມາຂອງວັນດັ່ງກ່າວ ພ້ອມທັງກ່າວຈຸດປະສົງໃນການຈັດກິດຈະກໍາຍ່າງເພື່ອສຸຂະພາບໃນຄັ້ງນີ້ ກໍ່ແມ່ນເພື່ອຄໍານັບຮັບຕ້ອນ ວັນທີ່ 1 ພຶດສະພາ ຄົບຮອບ 138 ປີໃຫ້ເຕັມໄປດ້ວຍຄວາມສໍາຄັນອັນເລີກເຊີ່ງ ແລະໜັກແໜ້ນ, ພ້ອມທັງໄດ້ຮັບຮູ້ເຖີງການກະທໍາຂອງພວກນາຍທຶນ, ຊົນຊັ້ນກໍາມະກອນໄດ້ຖືກກົດຂີ່ຂູດຮີດອັນໜັກໜ່ວງໃນເມື່ອກ່ອນ ແລະທັງເປັນການເຕົ້າໂຮມລະນຶກເຖິງວັນທີ່ມີຄວາມໝາຍຄວາມສຳຄັນດັ່ງກ່າວ ພ້ອມນີ້, ຍັງເປັນການສ້າງກຳລັງໃຈໃຫ້ແກ່ຊາວຜູ້ອອກແຮງງານທຸກທົ່ວໜ້າໃນລາວ ແລະໃນໂລກ ເພື່ອສະແດງໃຫ້ເຫັນເຖິງຄວາມສາມັກຄີ, ການໃຫ້ກຳລັງໃຈທີ່ດີຕໍ່ກັນ ແລະກັນ, ການຊ່ວຍເຫຼືອຊຶ່ງກັນແລະກັນເພື່ອພັດທະນາປະເທດຊາດຂອງຕົນ ແລະເພີ່ມພູນຄວາມສຸກ, ການເປັນຢູ່ທີ່ດີໃຫ້ແກ່ຄອບຄົວ, ການຮັກສາສຸຂະພາບ ແລະການປົກປັກຮັກສາສິ່ງແວດລ້ອມໃຫ້ຍືນຍົງຄົງຕົວເພື່ອເປັນມູນມໍລະດົກໃຫ້ແກ່ຮຸ່ນລູກຫຼານໃນອະນາຄົດ.

ຂ່າວ: ນ. ທິດດາວອນ ດວງປະເສີດ

ພາບ: ຄອນສະຫວັນ ແສນຍານຸພາບ

ບັນນາທິການ: ປທ ບຸນປັນ ສຸມຸນທອງ