ໃນຕອນແລງວັນທີ 29 ພຶດສະພາ 2024ທີ່ຫ້ອງປະຊຸມທາງໄກຊັ້ນ 3ຫ້ອງ 411ຕຶກສູນຂໍ້ມູນຂ່າວສານການ ເມືອງ ແລະການປົກຄອງ. ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ສໍານັກພິມ ແລະຈໍາໜ່າຍປຶ້ມໄດ້ມອບປຶ້ມການຮ່ວມມືທີ່ມີຄຸນຄ່າສູງໃນແຕ່ລະຂົງເຂດ ໃຫ້ກັບສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ເຊິ່ງມອບໂດຍ: ທ່ານ ໄຊຍະພອນ ອານຸລາດ ຜູ້ອໍານວຍການສໍານັກພິມ ແລະຈໍາໜ່າຍປຶ້ມແຫ່ງລັດ ທຽບເທົ່າຮອງກົມພ້ອມດ້ວຍຄະນະ ແລະຕາງໜ້າຮັບໂດຍ: ທ່ານ ປອ ນາງ ໄກສອນ ຈັນສີນາ ຫົວໜ້າຫ້ອງການ ພ້ອມດ້ວຍຄະນະ.

ໃນການມອບປຶ້ມໃນຄັ້ງນີ້ກໍ່ເພື່ອຕ້ອນຮັບວັນສໍາຄັນຂອງຊາດ, ປະກອບສ່ວນໃຫ້ສັງຄົມໃນການຄົ້ນຄວ້າ-ຮັບຮູ້ບົດຮຽນພາຍໃນ ແລະຕ່າງປະເທດ ແລະເປັນການເພີ່ມທະວີສາຍພົວພັນຮ່ວມມື ລະຫວ່າງ ລາວ-ຫວຽດນາມ, ຫວຽດ ນາມ-ລາວ. ເຊິ່ງລາຍການປຶ້ມທີ່ໄດ້ມອບນັ້ັ້ນແມ່ນລົງເລິກແຕ່ລະຂົງເຂດເຊັ່ນ: ຂົງເຂດເສດຖະກິດ, ວັດທະນະທໍາ-ສັງ ຄົມ, ຂົງເຂດການເມືອງ-ແນວຄິດ ແລະຂົງເຂດການຄົ້ນຄວ້າອື່ນໆ ຈໍານວນ 15ຫົວເລື່ອງ, ຫົວເລື່ອງລະ 10ຊຸດ, ລວມມູນຄ່າ 22.200.000 ກີບ, ເຊິ່ງຈໍານວນປຶ້ມດັ່ງກ່າວທີ່ມອບໃຫ້ແກ່ ສມປຊ ຄັ້ງນີ້ແມ່ນບໍ່ໄດ້ຄິດເປັນມູນຄ່າ (ໃຫ້ຟຣີ).

          ໃນຕອນທ້າຍ ທ່ານ ປອ ນາງ ໄກສອນ ຈັນສີນາ ຫົວໜ້າຫ້ອງການ ພ້ອມດ້ວຍຄະນະ ໄດ້ສະແດງຄໍາຂອບໃຈມາຍັງ ທ່ານ ໄຊຍະພອນ ອານຸລາດ ອໍານວຍການສໍານັກພິມ ແລະຈໍາໜ່າຍປຶ້ມແຫ່ງລັດ ທຽບເທົ່າຮອງກົມພ້ອມດ້ວຍຄະນະທີ່ໄດ້ມອບປຶ້ມອັນແສນທີ່ມີຄຸນຄ່າໃຫ້ກັບ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະຈະນໍາເອົາປຶ້ມດັ່ງກ່າວປະກອບສ່ວນເຂົ້າໃນການຄົ້ນຄວ້າສິດສອນ-ຮໍ່າຮຽນ ແລະປະກອບສ່ວນໃຫ້ກັບຜູ້ທີ່ຕ້ອງການຄົ້ນຄວ້າ-ຮັບຮູ້ບົດ ຮຽນທັງພາຍໃນ ແລະຕ່າງປະເທດໃຫ້ເກີດຜົນປະໂຫຍດສູງທີ່ສຸດ.

                                                                                                                       ຂ່າວ: ນາງ ທິດດາວອນດວງປະເສີດ

                                                                                                                          ພາບ: ພະແນກພົວພັນຕ່າງປະເທດ

                                                                                                                     ບັນນາທິການ: ປທ ບຸນປັນ ສຸມຸນທອງ