ໃນຕອນແລງວັນທີ 29 ພຶດສະພາ 2024 ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງ 302 ຕຶກຫັດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ຄະນະກໍາມະບານຮາກຖານສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງແຫ່ງຊາດ ແລະ ສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ ll ຂອງຮາກຖານຕົນເອງຂຶ້ນ ມີຜູ້ເຂົ້າຮ່ວມກອງປະຊຸມທັງໝົດ 31 ທ່ານ, ຍິງ 17 ທ່ານ.

ໃນຕອນແລງວັນທີ 30 ພຶດສະພາ 2024 ທີ່ຫ້ອງປະຊຸມ ຊັ້ນ 3 ຕຶກຫັດ ຫ້ອງ 302 ຄະກໍາມະບານຮາກຖານປັດຊະຍາ-ຄະນະກໍ່ສ້າງພັກ ແລະປະຫວັດສາດພັກກໍ່ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ ທີ ll ຂອງຮາກຖານຕົນເອງຂຶ້ນ ມີຜູ້ເຂົ້າຮ່ວມກອງປະຊຸມທັງໝົດ 28 ທ່ານ, ຍິງ 9 ທ່ານ, ເຊິ່ງທັງສອງກອງປະຊຸມດັ່ງກ່າວໃຫ້ກຽດເປັນປະທານໂດຍ:ທ່ານ ປອ ສຸພາວະດີ ຫຼ້າຄໍາສາຍ ປະທານສະຫະພັນກຳມະບານ ສມປຊ ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ. ໃນກອງປະຊຸມຄັ້ງນີ້ລວມມີ ທ່ານ ນາງ ລາລີວັນ ວົງພະຈັນ ຫົວໜ້າພະແນກອົງການຈັດຕັ້ງ ແລະສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ແຂກທີ່ຖຶກເຊີນຈາກພາຍໃນຮາກຖານອ້ອມຂ້າງເປັນຕົ້ນແມ່ນ: ຄະນະຊາວໜຸ່ມ ແລະຄະນະກໍາມະບານ; ສະຫະພັນແມ່ຍິງແຕ່ລະຮາກຖານ; ຄະນະໜ່ວຍພັກ ແລະພະແນກອົງການຈັດຕັ້ງມະຫາຊົນກໍ່ໄດ້ເຂົ້າຮ່ວມ.

         ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ ແລະຮັບຮອງເອົາບົດລາຍງານການເມືອງຂອງແຕ່ລະຮາກຖານ, ໃນກອງປະຊຸມໄດ້ຕີລາຄາສູງຕໍ່ບົດລາຍງານການເມືອງ ແລະຜົນງານໃນການຈັດຕັ້ງປະຕິບັດມະຕິກອງປະ ຊຸມໃຫຍ່ຄັ້ງທີ Iຂອງວຽກງານກໍາມະບານ, ຊາວໜຸ່ມ ແລະແມ່ຍິງເຊິ່ງໃນນັ້ນໄດ້ຕີລາຄາດ້ານດີ, ດ້ານອ່ອນ, ສາເຫດ ແລະບົດຮຽນຕະຫຼອດການເຄື່ອນໄຫວຽກກງານຜ່ານມາ. ພ້ອມກັນນັ້ນ, ກອງປະຊຸມໄດ້ເປັນເອກະພາບກັນຮັບຮອງເອົາບົດລາຍງານດັ່ງກ່າວ ແລະໄດ້ຮັບຟັງການຜ່ານບົດສໍາຫຼວດ ແລະກ່າວອໍາລາໜ້າທີ່ ແລະສະມາຊິກພາຍໃນຮາກຖານໄດ້ພ້ອມກັນໃຊ້ສິດຂອງຕົນປ່ອນບັດເລືອກຕັ້ງເອົາຄະນະກຳມະບານຊຸດທີ ll ຂອງແຕ່ລະຮາກຖານດັ່ງນີ້:

  1. ຄະນະກໍາມະບານຮາກຖານສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ແລະ ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານຊຸດໃໝ່ ສະໄໝທີ ll ມີຜູ້ລົງສະໝັກເລືອກຕັ້ງ 5 ທ່ານ, ຍິງທ່ານ 1 ທ່ານ. ເຊິ່ງຜົນສໍາເລັດຂອງການບ່ອນບັດຄັດເລຶອກມີດັ່ງນີ້:
  2. ທ່ານ ປທ ບຸນປັນ ສຸມຸນທອງ ເປັນປະທານ;
  3. ທ່ານ ປທ ໄພຈິດ ສຸວັນນະພູມ ເປັນຮອງປະທານ, ເຮັດວຽກກວດກາ;
  4. ທ່ານ ປທ ນາງ ສີອາມອນ ວົງຈັນ ເປັນຄະນະ.
  1. ຄະນະກໍາມະບານຮາກຖານປັດຊະຍາ-ຄະນະກໍ່ສ້າງພັກ ແລະປະຫວັດສາດພັກຊຸດໃໝ່ ສະໄໝທີ ll ມີຜູ້ລົງສະໝັກເລືອກຕັ້ງ 5 ທ່ານ, ຍິງ 3 ທ່ານ. ເຊິ່ງຜົນສໍາເລັດຂອງການບ່ອນບັດຄັດເລຶອກມີດັ່ງນີ້:
  2. ທ່ານ ປອ ນາງ ຈັນສຸລິນ ອິນຄໍາແສງ ເປັນປະທານ;
  3. ທ່ານ ປທ ອຸທິດ ເຜື້ອງສະຫວັນ ເປັນຮອງປະທານ, ເຮັດວຽກກວດກາ;
  4. ທ່ານ ປທ ສຸລິໄທ ຈັນທະລັງສີ ເປັນຄະນະ.

ໃນຕອນທ້າຍກອງປະຊຸມທ່ານປະທານໄດ້ໂອ້ລົມຕໍ່ກອງປະຊຸມ ເຊິ່ງທ່ານປະທານໄດ້ຮຽກຮ້ອງມາຍັງຄະນະກໍາມະບານຊຸດໃໝ່ ແລະສະມາຊິກແຕ່ລະຮາກຖານຄື:

  • ຕໍ່ກັບຄະນະກໍາມະບານຊຸດໃໜ່: ໃຫ້ສືບຕໍ່ປະຕິບັດໜ້າທີ່ໃຫ້ດີກວ່າເກົ່າ, ແກ້ໄຂຂໍ້ບົກຜອງ ແລະເພີ່ມທະວີຄວາມສາມັກຄີ. ຍົກສູງຄວາມຮັບຜິດຊອບເປັນເຈົ້າການໃນການນໍາພາສະມະຊິກພາຍໃນຮາກຖານ ແລະແບ່ງຄວາມຮັບ ຜິດຊອບຢ່າງລະອຽດ. ສືບຕໍ່ເຊື່ອມຊຶມເອກະສານຕ່າງໆ ທີ່ທາງສະຖາບັນຈັດຂຶ້ນ, ພ້ອມທັງສືບຕໍ່ປະສານສົມທົບການ ເຄື່ອນໄຫວຂອງບັນດາອົງການຈັດຕັ້ງມະຫາຊົນ ແລະນໍາພາ-ຊີ້ນໍາສະມະຊິກຢ່າງໃກ້ຊິດຕິດແພດ.
  • ຕໍກັບສະມາຊິກກໍາມະບານ: ສືບຕໍ່ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ ເອົາໃຈໃສ່ພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ, ຄົ້ນຄວ້າຊອກຮູ້ຮໍ່າຮຽນ, ຍົກລະດັບດ້ານວິຊາສະເພາະໃຫ້ສູງຂຶ້ນເລື້ອຍໆ. ເພີ່ມທະວີສະຕິຄວາມຕື່ນຕົວ ແລະເປັນເຈົ້າການໃນການປະຕິບັດລະບຽບຂອງສະຖາບັນວາງອອກຢ່າງເຂັ້ມງວດ; ຕັ້ງໜ້າປະກອບສ່ວນໃນການເຂົ້າຮ່ວມຂະບວນການຕ່າງໆຂອງສະຖາບັນຈັດຂຶ້ນ ເປັນຕົ້ນແມ່ນ: ຂະບວການຂອງ 3 ອົງການຈັດຕັ້ງມະຫາຊົນ.

ຂ່າວ: ນາງ ທິດດາວອນດວງປະເສີດ

ພາບ: ຄອນສະຫວັນ ແສນຍານຸພາບ

          ບັນນາທິການ: ປທ ບຸນປັນ ສຸມຸນທອງ