ໂດຍປະຕິບັດຕາມ ຂໍ້ຕົກລົງ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບລົງເກັບກຳຂໍ້ມູນປະເມີນຜົນນັກສຶກສາ ທີ່ສໍາເລັດການສຶກສາຄົ້ນຄວ້າ ຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄລຍະ 2021-2023 ຢູ່ 4ແຂວງພາກເໜືອ (ກຸ່ມທີ 1) ຄື: ແຂວງຫຼວງພະບາງ, ແຂວງໄຊຍະບູລີ, ແຂວງຊຽງຂວາງ ແລະແຂວງຫົວພັນສະບັບເລກທີ 486/ສມປຊ, ນະຄອນຫຼວງວຽງຈັນ, ວັນທີ 30 ເມສາ 2024.

        ໃນຕອນແລງວັນທີ 10 ມິຖຸນາ 2024 ຢູ່ທີ່ຫ້ອງປະຊຸມໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ໄດ້ຈັດພິທີເປີດກອງປະຊຸມຖອດຖອນບົດຮຽນເກັບກຳສົ້ນເຂົ້າ-ສົ້ນອອກ ຂອງນັກສຶກສາທີ່ສຳເລັດການສຶກສາຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄລຍະປີ 2021-2023 ລະຫວ່າງ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ແລະໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງໃຫ້ກຽດເປັນປະທານໂດຍ: ທ່ານ ສູນທອນ ພັນມີໄຊ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີທ່ານ ປອ ຄໍາຫຼ້າ ລໍວານໄຊ ຫົວໜ້າກົມກວດກາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍທິມງານ, ມີທ່ານ ສີວອນ ບຸດດາຈັນ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ ແລະມີພະນັກງານ, ຄູ-ອາຈານ ແລະມີຜູ້ເຂົ້າຮ່ວມທັງໝົດ 26 ສະຫາຍ, ຍິງ 13 ສະ ຫາຍ.

          ໃນພິທີດັ່ງກ່າວ ທ່ານ ປອ ຄໍາຫຼ້າ ລໍວານໄຊ ຫົວໜ້າກົມກວດກາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກໍ່ໄດ້ມີຄໍາເຫັນໂອ້ລົມຕໍ່ພິທີວ່າ: ກອງປະຊຸມດໍາເນີນການປະເມີນຜົນຕ້ອງໄປຕາມຂັ້ນຕອນ ແລະທ່ານ ເອກທະນູ ພຸດສະດີ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ ກໍ່ໄດ້ລາຍງານການຕອບຄໍາຖາມເຈາະຈີ້ມ ກ່ຽວກັບການເກັບກໍາຂໍ້ມູນ ແລະບົດລາຍງານປະຈໍາປີ 2021-2024 ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ລວມທັງໝົດຈໍານວນ 18 ຫົວຂໍ້ ແລະຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ແລກປ່ຽນຄໍາຄິດ, ຄໍາເຫັນເຊິ່ງກັນແລະກັນ. ເພື່ອເຮັດໃຫ້ກອງປະຊຸມດັ່ງກ່າວມີຄວາມໝາຍ, ຄວາມສໍາຄັນເລິກເຊິ່ງ, ກວ້າງຂວາງ ແລະບັນລຸຕາມຈຸດປະສົງຄາດໝາຍ ໃນຕອນທ້າຍພິທີທ່ານປະທານໄດ້ມີຄໍາເຫັນໂອ້ລົມ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ພະນັກງານ, ຄູ-ອາຈານ ແລະຄະນະຮັບຜິດຊອບລົງເກັບກໍາການປະເມີນຜົນນັກສຶກສາ ທີ່ສໍາເລັດການສຶກສາຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຕ້ອງກໍາເກັບໃຫ້ໄດ້ບັນດາເນື້ອໃນຫຼັກຂອງຫຼັກສູດການຮຽນ-ການສອນ, ດ້ານງົບປະມານ, ນະໂຍບາຍຕໍ່ຜູ້ໄປຮຽນ ແລະຂອດການປະສານງານຕາມສາຍຕັ້ງ ແລະສາຍຂວາງ, ການອອກໄປຢັ້ງຢືນ ແລະບັນຫາອື່ນໆທີ່ປິ່ນອ້ອມໃນການປະຕິຫຼັກສູດການຣຽນ-ການສອນ, ພິທີດັ່ງກ່າວໄດ້ດໍາເນີນເປັນເວລາເຄິ່ງວັນ ແລະໄດ້ສໍາເລັດລົງຢ່າງຈົບງາມ.

 

                                                     ພາບ-ຂ່າວ ນາງ ຄໍາເພັດ ບຸນນະຈັນ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ