ໃນຕອນເຊົ້າວັນທີ 13 ມິຖຸນາ 2024 ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງ 302 ຕຶກຫັດ ຄະນະແມ່ຍິງຮາກຖານວິຊາການສອງ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ l ຂອງຮາກຖານຕົນເອງຂຶ້ນ ພາຍໃຕ້ການເປັນປະທານໂດຍ: ທ່ານ ປທ ນາງ ອານົງ ຂັນທະຍົງ ຮອງຫົວໜ້າຄະນະບໍລິ ຫານສາດ, ຮອງປະທານຄະນະບໍລິຫານງານ ສະຫະພັນແມ່ຍິງ ສມປຊ, ມີສະຫາຍ ນ. ລາລີວັນ ວົງພະຈັນ ຫົວໜ້າພະແນກອົງການຈັດຕັ້ງ ແລະສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ມີບັນດາແຂກຮັບເຊີນຈາກບັນດາຮາກຖານແມ່ຍິງອ້ອມຂ້າງ; ຄະນະໜ່ວຍພັກ; ກໍາມະບານ ແລະຊາວໜຸ່ມ ລວມທັງໝົດ 19 ທ່ານ.

         ພ້ອມກັນນັ້ນ, ໃນຕອນແລງຂອງວັນດັ່ງກ່າວທີ່ຫ້ອງປະຊຸມຊັ້ນ 3 ຫ້ອງ 302 ຕຶກຫັດ ຄະນະບໍລິຫານງານຊາວໜຸ່ມຮາກຖານກົມຄຸ້ມຄອງການຮຽນ-ການສອນ, ກົມຄຸ້ມຄອງຄົ້ນຄວ້າວິທະຍາສາດ ແລະຄະນະບໍລິຫານສາດກໍ່ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ l ຂອງຮາກຖານຕົນເອງຂຶ້ນ ພາຍໃຕ້ການເປັນປະທານໂດຍ: ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈຳພັກ, ຮອງຫົວໜ້າ ສມປຊ, ກຳມະການຄະນະບໍລິຫານງານສູນກາງຊາວໜຸ່ມ ປປລ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ສມປຊ; ມີສະຫາຍ ນ. ລາລີວັນ ວົງພະຈັນ ຫົວໜ້າພະແນກອົງການຈັດຕັ້ງ ແລະສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ມີບັນດາແຂກຮັບເຊີນຈາກບັນດາຮາກຖານຊາວໜຸ່ມອ້ອມຂ້າງ; ຄະນະໜ່ວຍພັກ; ກໍາມະບານ ແລະແມ່ຍິງ ລວມທັງໝົດ 29 ທ່ານ, ຍິງ 11 ທ່ານ.

        ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ ແລະຮັບຮອງເອົາບົດລາຍງານການເມືອງ, ໃນກອງປະຊຸມໄດ້ຕີລາຄາສູງຕໍ່ບົດລາຍງານການເມືອງ ແລະຜົນງານໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃນໄລຍະຜ່ານມາຂອງວຽກງານແມ່ຍິງ ແລະຊາວໜຸ່ມ, ເຊິ່ງໃນນັ້ນໄດ້ຕີລາຄາດ້ານດີ, ດ້ານອ່ອນ, ສາເຫດ ແລະບົດຮຽນຕະຫຼອດການ ເຄື່ອນໄຫວຽກກງານຜ່ານມາ. ໃນກອງປະຊຸມໄດ້ເອກະພາບກັນຮັບຮອງເອົາບົດລາຍງານດັ່ງກ່າວ ແລະໄດ້ຮັບຟັງການຜ່ານບົດສໍາຫຼວດ ແລະກ່າວອໍາລາໜ້າທີ່. ພ້ອມກັນນັ້ນ, ສະມາຊິກພາຍໃນຮາກຖານໄດ້ພ້ອມກັນໃຊ້ສິດຂອງຕົນປ່ອນບັດເລືອກຕັ້ງເອົາຄະນະແມ່ຍິງ ແລະຄະນະບໍລິຫານງານຊາວໜຸ່ມຮາກຖານຊຸດທີ l ຂອງຮາກຖານດັ່ງນີ້:

– ຄະນະແມ່ຍິງຮາກຖານວິຊາການສອງ ສະໄໝທີ l ມີຜູ້ລົງສະໝັກເລືອກຕັ້ງ 5 ທ່ານ. ເຊິ່ງຜົນສໍາເລັດຂອງການປ່ອນບັດຄັດເລຶອກມີດັ່ງນີ້:

  1. ທ່ານ ປທ ນາງ ຈັນສອນ ສີມະໂນວົງ ເປັນປະທານ;
  2. ທ່ານ ປທ ນາງ ແພງຄໍາຫຼ້າ ສິງດາລາ ເປັນຮອງປະທານ, ເຮັດວຽກກວດກາ;
  3. ທ່ານ ນາງ ບຸນມີ ສິງຄໍາຢອງ           ເປັນຄະນະ.

– ຄະນະບໍລິງານງານຊາວໜຸ່ມຮາກຖານກົມຄຸ້ມຄອງການຮຽນ-ການສອນ, ກົມຄຸ້ມຄອງຄົ້ນຄວ້າວິທະຍາສາດ ແລະຄະນະບໍລິຫານສາດ ສະໄໝທີ l ມີຜູ້ລົງສະໝັກເລືອກຕັ້ງ 5 ທ່ານ,ຍິງ 3 ທ່ານ. ເຊິ່ງຜົນສໍາເລັດຂອງການປ່ອນບັດຄັດເລຶອກມີດັ່ງນີ້:

  1. ທ່ານ ພອນທະວົງ ໄຊດວງຕາ ເປັນເລຂາ;
  2. ທ່ານ ນາງ ວົງຕະວັນ ວົງກິແກ້ວ ເປັນຮອງເລຂາ, ເຮັດວຽກກວດກາ;
  3. ທ່ານ ສຸລີພອນ ພົງສະຫວັດ ເປັນຄະນະ.

ໃນຕອນທ້າຍກອງປະຊຸມທ່ານປະທານໄດ້ໂອ້ລົມຕໍ່ກອງປະຊຸມ ເຊິ່ງທ່ານປະທານໄດ້ຮຽກຮ້ອງມາຍັງຄະນະແມ່ ຍິງ, ຄະນະບໍລິຫານງານຊາວໜຸ່ມຂັ້ນຮາກຖານ ແລະສະມາຊິກແມ່ຍິງ, ຊາວໜຸ່ມພາຍໃນຮາກຖານຄື:

  1. ຕໍ່ກັບຄະນະແມ່ຍິງ ແລະຄະນະບໍລິຫານງານຊາວໜຸ່ມຊຸດໃໝ່ຂັ້ນຮາກຖານ:

1). ເພີ່ມທະວີການນໍາພາ-ຊີ້ນໍາ ວຽກງານສຶກສາອົບຮົມການເມືອງ-ແນວຄິດ;

2).ປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ, ເອົາໃຈໃສ່ເພີ່ມທະວີຄວາມເປັນເອກະພາບພາຍໃນຄະນະ, ປັບປຸງແບບແຜນວິທີເຮັດວຽກ, ມີການແບ່ງງງານ, ແບ່ງຄວາມຮັບຜິດຊອບກັນຢ່າງລະອຽດ, ຈະແຈ້ງ ແລະເຮັດວຽກຢ່າງມີແຜນການ;

3). ເປັນເຈົ້າການໃນການນໍາພາຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງແມ່ຍິງ 3ດີ ແລະຂໍ້ແຂ່ງຂັນຊາວໜຸ່ມ 4ບຸກໂດຍຕິດພັນກັບການປະຕິບັດໜ້າທີ່ວິຊາສະເພາະໃຫ້ມີຄຸນນະພາບ ແລະມີປະສິດທິຜົນສູງ.

  1. ຕໍ່ກັບສະມາຊິກແມ່ຍິງ ແລະຊາວໜຸ່ມ.

1). ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ ເອົາໃຈໃສ່ພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ, ຄົ້ນຄວ້າຊອກຮູ້ຮໍ່າຮຽນ, ຍົກລະດັບດ້ານວິຊາສະເພາະໃຫ້ສູງຂຶ້ນເລື້ອຍໆ;

2). ເພີ່ມທະວີສະຕິຄວາມຕື່ນຕົວ ແລະເປັນເຈົ້າການໃນການປະຕິບັດລະບຽບ ຂອງສະຖາບັນວາງອອກຢ່າງເຂັ້ມງວດ;

3). ຕັ້ງໜ້າປະກອບສ່ວນໃນການເຂົ້າຮ່ວມຂະບວນການຕ່າງໆ ຂອງສະຖາບັນ ກໍ່ຄືຂະບວນການຂອງສາມອົງການຈັດຕັ້ງທີ່ຈັດຂຶ້ນເຊັ່ນ: ຂະບວນການອອກແຮງງານ, ຂະບວນການສິລະປະ-ກິລາ ແລະຂະບວນການອື່ນໆ.

ຂ່າວ: ນາງ ທິດດາວອນດວງປະເສີດ

ພາບ: ຄອນສະຫວັນ ແສນຍານຸພາບ

          ບັນນາທິການ: ປທ ບຸນປັນ ສຸມຸນທອງ