ໃນຕອນເຊົ້າວັນທີ 14 ມິຖຸນາ 2024 ໜ່ວຍພັກຮາກຖານ ສຂມປ-ສນຫ ໄດ້ຈັດຕັ້ງກອງປະຊຸມເຊື່ອມ 4 ເອກະສານສໍາຄັນ, ປະກອບຄໍາເຫັນໃສ່ຮ່າງລົດລາຍງານການເມືອງ ແລະທາບບຸກຄະລາກອນໃສ່ກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍພັກຮາກຖານ, ພາຍໃຕ້ເປັນປະທານຂອງ ສະຫາຍ ປອ ນາງ ລຳພູນ ດວນສຸວັນ ເລຂາໜ່ວຍພັກຮາກຖານ ສຂມປ-ສນຫ, ໃຫ້ກຽດເຂົ້າຮ່ວມ ມີ ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈໍາພັກ, ຮອງຫົວໜ້າ ສມປຊ, ມີຜູ້ຕາງໜ້າກົມຈັດຕັ້ງ-ພະນັກງານ ແລະສະມາຊິກພັກພາຍໃນໜ່ວຍພັກຮາກຖານເຂົ້າຮ່ວມ ຈໍານວນ 24 ສະຫາຍ.

          ສະຫາຍປະທານກອງປະຊຸມໄດ້ເຜີຍແຜ່ 4 ເອກະສານສໍາຄັນຄື:

  • ເອກະສານວັນກຳມະກອນສາກົນ ຄົບຮອບ 138 ປີ (ວັນທີ 1 ພຶດສະພາ 1886 – 1 ພຶດສະພາ 2024).
  • ເອກະສານວັນໄຊຊະນະຂອງສະຫະພາບໂຊວຽດເໜືອຟາດສິດເຢຍລະມັນ. ໃນສົງຄາມໂລກຄັ້ງທີ II ຄົບຮອບ 79 ປີ (ວັນທີ 9 ພຶດສະພາ 1945 – 9 ພຶດສະພາ 2024).
  • ເອກະສານວັນເກີດທ່ານ ກາກ ມາກ ຄົບຮອບ 206 ປີ (ວັນທີ 5 ພຶດສະພາ 1818 – 05 ພຶດສະພາ 2024).
  • ເອກະສານວັນເກີດປະທານໂຮ່ຈິມິນ ຄົບຮອບ 134 ປີ (ວັນທີ 19 ພຶດສະພາ 1890 – 19 ພຶດສະພາ 2024).

ເຊິ່ງໄດ້ຍົກໃຫ້ເຫັນຄວາມໝາຍ, ຄວາມສໍາຄັນຂອງວັນດັ່ງກ່າວ ເພື່ອໃຫ້ສະມາຊິກພັກໃນໜ່ວຍພັກຮາກຖານກຳໄດ້ບັນດາເນື້ອໃນເອກະສານດັ່ງກ່າວ.

ກອງປະຊຸມດັ່ງກ່າວຍັງໄດ້ປະກອບຄໍາເຫັນໃສ່ຮ່າງບົດລາຍລາຍການເມືອງຂອງໜ່ວຍພັກຮາກຖານ ແລະນໍາໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຜູ້ທີ່ຈະລົງສະໝັກຮັບເລືອກຕັ້ງໃນຄະນະໜ່ວຍພັກຮາກຖານ ຊຸດທີ II ໃນຮອບທີ I ໂດຍມີຜູ້ມີມາດຖານເງື່ອນໄຂລົງຄັດເລືອກໃນຮອບທີ I ຈໍານວນ 16 ສະຫາຍ, ຍິງ 8 ສະຫາຍ; ເລືອກເອົາຜູ້ທີ່ມີຄະນະແນນເກີນເຄິ່ງໜຶ່ງຂອງສະມາຊິກພັກໃນຮາກຖານ ເພື່ອລົງຄັດເລືອກໃນຮອບທີ II ຕໍ່ໄປ.

ຮູບພາບ: ທິດດາວອນ ດວງປະເສີດ

ຂ່າວ: ຄອນສະຫວັນ ແສນຍານຸພາບ

ບັນນາທິການ: ປທ ບຸນປັນ ສຸມຸນທອງ