ໃນຕອນເຊົ້າວັນທີ 19ມິຖຸນາ 2024 ທີ່ຫ້ອງຮຽນຊັ້ນ 1 ຫ້ອງ 107 ຕຶກຫັດ, ໜ່ວຍພັກຫ້ອງຮຽນທິດສະດີການເມືອງຂັ້ນກາງລະບົບ 6ເດືອນ ຮຸ່ນທີ 2 ໄດ້ຈັດກອງປະຊຸມກ່ຽວກັບການຈັດຕັ້ງເຊື່ອມຊຶມ, ເຜີຍແຜ່ເອກະສານວັນປະຫວັດສາດສໍາຄັນຂອງຊາດ ຂອງພັກ ແລະສາກົນ ພາຍໃຕ້ການເປັນປະທ່ານໂດຍ: ສະຫາຍ ບົວລົມພອນ ຄໍາວົງສາ ເລຂາໜ່ວຍພັກ, ຫົວໜ້າຫ້ອງ; ມີສະຫາຍ ຄໍາພູ ຜຸຍຍະວົງ ຮອງເລຂາໜ່ວຍພັກ-ປະທານກວດກາ, ຮອງຫົວໜ້າຫ້ອງ; ສະຫາຍ ພັທ ອ່ອນຈັນ ຮຽມມະລັງສີ, ຄະນະໜ່ວຍພັກ, ຮອງຫົວໜ້າຫ້ອງ; ສະຫາຍ ເຄນທອງ ໄຊຄໍາເພັດ, ຄະນະໜ່ວຍພັກ, ຄະນະຫ້ອງ ກໍ່ໃຫ້ກຽດຮ່ວມເປັນປະທານ ແລະມີນັກສຶກສາຫ້ອງຮຽນທິດສະດີການເມືອງ ຂັ້ນກາງລະບົບ 6ເດືອນຮຸ່ນທີ 2 ກໍ່ເຂົ້າຮ່ວມຢ່າງພ້ອມພຽງ. ລວມທັງໝົດ 60ສະຫາຍ, ຍິງ 24 ສະຫາຍ.

          ຈຸດປະສົງໃນການຈັດກອງປະຊຸມຄັ້ງນີ້ ກໍ່ເພື່ອເຜີຍແຜ່ເອກະສານວັນປະຫວັດສາດສໍາຄັນຂອງຊາດ ຂອງພັກ ແລະສາກົນ ເຊິ່ງປະກອບມີ 4 ເອກະສານດັ່ງຕໍ່ໄປນີ້:

1). ວັນກໍາມະກອນສາກົນ (01 ພຶດສະພາ 1886-01ພຶດສະພາ 2024) ຄົບຮອບ 138 ປີໃຫ້ກຽດນໍາສະ

ເໜີໂດຍ: ສະຫາຍ ບົວລົມພອນ ຄໍາວົງສາ ເລຂາໜ່ວຍພັກ, ຫົວໜ້າຫ້ອງ;

2). ວັນເກີດ ທ່ານ ກາກມາກ (05 ພຶດສະພາ 1818-05 ພຶດສະພາ 2024) ຄົບຮອບ 206 ປີ; ໃຫ້ກຽດນໍາສະເໜີໂດຍ: ສະຫາຍ ຄໍາພູ ຜຸຍຍະວົງ ຮອງເລຂາໜ່ວຍພັກ-ປະທານກວດກາ, ຮອງຫົວໜ້າຫ້ອງ;

3). ວັນໄຊຊະນະ ຂອງສະພາບໂຊຫວຽດ ເໜືອຟາດຊິດເຢຍລະມັນ ໃນສົງຄາມໂລກ ຄັ້ງທີ II (09 ພຶດສະພາ 1945-09 ພຶດສະພາ 2024) ຄົບຮອບ 79 ປີ ໃຫ້ກຽດນໍາສະເໜີໂດຍ: ສະຫາຍ ພັທ ອ່ອນຈັນ ຮຽມມະລັງສີ, ຄະນະໜ່ວຍພັກ, ຮອງຫົວໜ້າຫ້ອງ;

4). ວັນເກີດ ປະທານ ໂຮຈີມິນ (19 ພຶດສະພາ 1890-19 ພຶດສະພາ 2024) ຄົບຮອບ 134 ປີ ໃຫ້ກຽດ ນໍາສະເໜີໂດຍ: ສະຫາຍ ເຄນທອງ ໄຊຄໍາເພັດ, ຄະນະໜ່ວຍພັກ, ຄະນະຫ້ອງ.

          ໃນຕອນທ້າຍກອງປະຊຸມ ສະຫາຍ ບົວລົມພອນ ຄໍາວົງສາ ເລຂາໜ່ວຍພັກ, ຫົວໜ້າຫ້ອງ ໄດ້ສະຫຼຸບສັງລວມຄືນກອງປະຊຸມກ່ຽວກັບການຈັດຕັ້ງເຊື່ອມຊຶມ, ເຜີຍແຜ່ເອກະສານວັນປະຫວັດສາດສໍາຄັນຂອງຊາດ ຂອງພັກ ແລະສາ ກົນເຊິ່ງທ່ານໄດ້ກ່າວວ່າ: ເອກະສານທີ່ໄດ້ເຊື່ອມຊຶມມາຂ້າງເທິ່ງນັ້ນລ້ວນແລ້ວແຕ່ເປັນເອກະສານທີ່ສໍາຄັນ, ເຊິ່ງເປັນບາດລ້ຽວອັນໃຫຍ່ຫຼວງ, ເປັນບ່ອນອີງ ແລະເປັນເຂັມທິດເຍືອງທາງໃຫ້ແກ່ການຕໍ່ສູ້ຂອງຊົ້ນຊັ້ນກໍາມະກອນ ແລະປະຊາ ຊົນບັນດາເຜົ່າຂອງບັນດາປະເທດທີຖືກກົດຂີ່ຂູດຮີດໃນໂລກຈາກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະແບບໃໜ່ ແລະໄດ້ເນັ້ນຕື່ມໃຫ້ສະມະຊິກພັກທຸກສະຫາຍໃນຫ້ອງກໍາໄດ້ບັນດາເນື້ອໃນຈິດໃຈ ດັ່ງກ່າວເພື່ອນໍາໄປຄົ້ນຄວ້າເຂົ້າໃນການສຶກສາຮໍ່າຮຽນ. ໃນວາລະດັ່ງກ່າວນັ້ນ, ປະທານກອງປະຊຸມໄດ້ເນັ້ນເຖິງວຽກພັກເຊິ່ງຮຽກຮ້ອງມາຍັງນັກສຶກສາທຸກສະ ຫາຍເປັນເຈົ້າການໃນການເພີ່ມທະວີວຽກງານການເມືອງແນວຄິດ, ເຕົ້າໂຮມຄວາມສາມັກຄີພາຍໃນຫ້ອງ ແລະວຽກງານການຮຽນ-ການສອນ ແລະຂໍໃຫ້ທຸກສະຫາຍເອົາໃຈໃສ່ເລັງຂຽນບົດໃຫ້ທັນຕາມກໍານົດເວລາ ແລະຖືເອົາວາລະດັ່ງກ່າວເປັນການຮັບສ່ອງແສງວຽກງານຕໍານິ, ສົ່ງຂ່າວ ແລະການສົ່ງບົດສະຫຼຸບຂອງພັກແຕ່ລະເດືອນໃຫ້ກັບກົມຈັດຕັ້ງ-ພະນັກງານຂອງ ສມປຊ ໃຫ້ທັນຕາມກໍານົດເວລາ.

ຂ່າວ/ພາບ: ນາງ ທິດດາວອນດວງປະເສີດ

          ບັນນາທິການ: ປທ ບຸນປັນ ສຸມຸນທອງ