ໃນຕອນເຊົ້າວັນທີ 20ມິຖຸນາ2024 ທີ່ຫ້ອງປະຊຸມຊັ້ນ 3ຫ້ອງ 302 ຕຶກຫັດ ກໍາມະບານຮາກຖານກົມຄຸ້ມຄອງການຮຽນ-ການສອນ ແລະກົມຄຸ້ມຄອງຄົ້ນຄວ້າວິທະຍາສາດໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ VIIຂອງຮາກຖານຕົນເອງຂຶ້ນພາຍໃຕ້ການເປັນປະທານໂດຍ: ທ່ານ ປອ ຄໍາໃບ ມາລາສິງ ກໍາມະການພັກ, ຫົວໜ້າຄະນະລັດທິສັງຄົມນິຍົມວິທະຍາສາດ, ຮອງປະທານຄະນະບໍລິຫານງານສະຫະພັນກໍາມະບານ ສມປຊ; ມີທ່ານ ນ. ລາລີວັນ ວົງພະຈັນ ຫົວໜ້າພະແນກອົງການຈັດຕັ້ງ ແລະສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ມີບັນດາແຂກຮັບເຊີນຈາກບັນດາຮາກຖານກໍາມະບານອ້ອມຂ້າງ; ມີຄະນະໜ່ວຍພັກ ແລະສະມາຊິກກໍາມະບານກໍ່ເຂົ້າຮ່ວມ ລວມທັງໝົດ 35 ທ່ານ, ຍິງ 13 ທ່ານ.

ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ ແລະຮັບຮອງເອົາບົດລາຍງານການເມືອງ, ໃນກອງປະຊຸມໄດ້ຕີລາຄາສູງຕໍ່ບົດລາຍງານການເມືອງ ແລະຜົນງານໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VIໃນໄລຍະຜ່ານມາຂອງວຽກງານກໍາມະບານ ເຊິ່ງໃນນັ້ນໄດ້ຕີລາຄາດ້ານດີ, ດ້ານອ່ອນ, ສາເຫດ ແລະບົດຮຽນຕະຫຼອດການ ເຄື່ອນໄຫວວຽກງານຜ່ານມາ. ໃນກອງປະຊຸມໄດ້ເປັນເອກະພາບກັນຮັບຮອງເອົາບົດລາຍງານດັ່ງກ່າວ ແລະໄດ້ຮັບຟັງການຜ່ານບົດສໍາຫຼວດ ແລະກ່າວອໍາລາໜ້າທີ່. ພ້ອມກັນນັ້ນ, ສະມາຊິກພາຍໃນຮາກຖານໄດ້ພ້ອມກັນໃຊ້ສິດຂອງຕົນປ່ອນບັດເລືອກຕັ້ງເອົາຄະນະກໍາມະບານຊຸດທີ VIIຂອງຮາກຖານກໍາມະບານກົມຄຸ້ມຄອງການຮຽນ-ການສອນ ແລະກົມຄຸ້ມຄອງຄົ້ນຄວ້າວິທະຍາສາດດັ່ງນີ້:

ຄະນະກໍາມະບານຮາກຖານ ສະໄໝທີ Vll ມີຜູ້ລົງສະໝັກເລືອກຕັ້ງ 5ທ່ານ, ຍິງ 1ທ່ານ. ເຊິ່ງຜົນສໍາເລັດຂອງການປ່ອນບັດຄັດເລຶອກມີດັ່ງນີ້:

  1. ທ່ານ ປອ ນາງ ດວງຈັນ ນັນທາ ເປັນປະທານ;
  2. ທ່ານ ພອນປະສົງ ທໍາມະບຸນມີ ເປັນຮອງປະທານ, ເຮັດວຽກກວດກາ;
  3. ທ່ານ ຄໍາໄຊ ພຸດທະວົງ ເປັນຄະນະ.

ໃນຕອນທ້າຍກອງປະຊຸມທ່ານປະທານໄດ້ໂອ້ລົມຕໍ່ກອງປະຊຸມ ເຊິ່ງທ່ານໄດ້ຮຽກຮ້ອງມາຍັງຄະນະກໍາມະບານຊຸດໃໜ່ ແລະສະມາຊິກພາຍໃນຮາກຖານຄື:

– ຕໍ່ກັບຄະນະກໍາມະບານຊຸດໃໝ່:

1). ເພີ່ມທະວີການນໍາພາ-ຊີ້ນໍາ ວຽກງານສຶກສາອົບຮົມການເມືອງ-ແນວຄິດ;

2). ປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ, ເອົາໃຈໃສ່ເພີ່ມທະວີຄວາມເປັນເອກະພາບພາຍໃນຄະນະ, ປັບປຸງແບບແຜນວິທີເຮັດວຽກ, ມີການແບ່ງງານ, ແບ່ງຄວາມຮັບຜິດຊອບກັນຢ່າງລະອຽດ, ຈະແຈ້ງ ແລະເຮັດວຽກຢ່າງມີແຜນການ;

3). ເປັນເຈົ້າການໃນການນໍາພາຈັດຕັ້ງປະກອບຄໍາຄິດ-ຄາເຫັນໃນໜ້າວຽກຂອງສະມາຊິກຕົນເອງ, ກໍາໃຫ້ໄດ້ພາລະບົດບາດຂອງທັງສອງກົມ ເພື່ອເປັນການຍູ້ແຮງໃນການສ້າງຂະບວນການ 5ເປັນເຈົ້າ;

4). ຕ້ອງເອົາໃຈໃສ່ຊຸກຍູ້, ແກ້ໄຂຊີວິດການເປັນຢູ່ຂອງສະມາຊິກກໍາມະບານ, ຄຸ້ມຄອງ-ນໍາໃຊ້ເງິນບໍາລຸງ, ເງິນກອງທຶນຊ່ວຍເຫຼືອເຊິ່ງກັນແລະກັນໃຫ້ຖືກຕາມຫຼັກການ;

ຕໍ່ກັບສະມາຊິກກໍາມະບານ.

1). ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ ເອົາໃຈໃສ່ພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ, ຄົ້ນຄວ້າຊອກຮູ້ຮໍ່າຮຽນ, ຍົກລະດັບດ້ານວິຊາສະເພາະໃຫ້ສູງຂຶ້ນເລື້ອຍໆ;

2). ເພີ່ມທະວີສະຕິຄວາມຕື່ນຕົວ ແລະເປັນເຈົ້າການໃນການປະຕິບັດລະບຽບ ຂອງສະຖາບັນວາງອອກຢ່າງເຂັ້ມງວດ;

3). ຕັ້ງໜ້າປະກອບສ່ວນໃນການເຂົ້າຮ່ວມຂະບວນການຕ່າງໆ ຂອງສະຖາບັນ ກໍ່ຄືຂະບວນການຂອງສະຫະ ພັນກໍາມະບານຈັດຂຶ້ນເຊັ່ນ: ຂະບວນການອອກແຮງງານ, ຂະບວນການສິລະປະ-ກິລາ ແລະຂະບວນການອື່ນໆ

ຂ່າວ/ພາບ: ນາງ ທິດດາວອນດວງປະເສີດ

          ບັນນາທິການ: ປທ ບຸນປັນ ສຸມຸນທອງ