ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ມອບໃຫ້ຄະນະຮັບຜິດຊອບລົງເຄື່ອນໄຫວເກັບກໍາຂໍ້ມູນປະເມີນຜົນນັກສຶກສາທີ່ສໍາເລັດການສຶກສາຄົ້ນຄວ້າ ຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນໄລຍະປີ 2021-2023 ຢູ່ 4ແຂວງພາກເໜືອ(ກຸ່ມທີ 1) ຄື: ແຂວງຊຽງຂວາງ, ແຂວງຫົວພັນ, ແຂວງຫຼວງພະບາງ ແລະແຂວງໄຊຍະບູລີ, ໃນ ລະຫວ່າງ ວັນທີ 9-18 ມິຖຸນາ 2024 (ເປັນເວລາ 11 ວັນ 10 ຄືນ), ເຊິ່ງທ່ານ ປອ ຄໍາຫຼ້າ ລໍວານໄຊ ຫົວໜ້າກົມກວດກາ ເປັນຫົວໜ້າຄະນະ ເປັນຜູ້ນໍາພາລົງເກັບກໍາຂໍ້ມູນພ້ອມດ້ວຍຄະນະ. ລວມທັງໝົດ 5ທ່ານ, ຍິງ 2 ທ່ານ.

                                                     ລາຍລະອຽດໃນການລົງເກັບກໍາຂໍ້ມູນຄັ້ງນີ້ມີຄື:

  • ວັນທີ 9-10 ມິຖຸນາ 2024 ອອກເດີນທາງຈາກ ສມປຊ ເຖິງແຂວງຊຽງຂວາງ ແລະໄດ້ປະຊຸ່ມຮ່ວມກັບຄະນະນໍາ, ຄະນະຈັດຕັ້ງແຂວງຊຽງຂວາງ ແລະນັກສຶກສາທີ່ສໍາເລັດການສຶກສາ ຈາກ ສະຖາບັນການເມືອງ ແລະ ການປົກຄອງແແຫ່ງຊາດ ແລະໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ; ປະຊຸມຮ່ວມກັບຄະນະປະຈໍາພັກແຂວງຜູ້ຊີ້ນໍາໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ.
  • ວັນທີ 11-12 ມິຖຸນາ 2024: ອອກເດີນທາງໄປແຂວງຫົວພັນ; ປະຊຸ່ມຮ່ວມກັບຄະນະນໍາ, ຄະນະຈັດຕັ້ງແຂວງຫົວພັນ ແລະນັກສຶກສາທີ່ສໍາເລັດການສຶກສາ ຈາກ ສມປຊ ແລະໂຮງຮຽນການເມືອງ-ການປົກຄອງແຂວງຫົວພັນ; ປະຊຸມຮ່ວມກັບຄະນະປະຈໍາພັກແຂວງ ຜູ້ຊີ້ນໍາໂຮງຮຽນການເມືອງ ແລະ ການປົກຄອງແຂວງຫົວພັນ.
  • ວັນທີ 13-14 ມິຖຸນາ 2024: ອອກເດີນທາງໄປແຂວງຫຼວງພະບາງ; ປະຊຸມຮ່ວມກັບຄະນະນໍາ, ຄະນະຈັດຕັ້ງແຂວງຫຼວງພະບາງ ແລະນັກສຶກສາທີ່ສໍາເລັດການສຶກສາ ຈາກ ສມປຊ ແລະໂຮງຮຽນການເມືອງ ແລະການປົກຄອງ ແຂວງຫຼວງພະບາງ; ປະຊຸມຮ່ວມກັບຄະນະປະຈໍາພັກແຂວງ ຜູ້ຊີ້ນໍາໂຮງຮຽນການເມືອງ ແລະການປົກຄອງແຂວງຫຼວງພະບາງ.
  • ວັນທີ 16-18 ມິຖຸນາ 2024: ອອກເດີນທາງໄປແຂວງໄຊຍະບູລີ; ປະຊຸມຮ່ວມກັບຄະນະນໍາ, ຄະນະຈັດຕັ້ງແຂວງໄຊຍະບູລີ ແລະນັກສຶກສາທີ່ສໍາເລັດການສຶກສາ ຈາກ ສມປຊ ແລະໂຮງຮຽນການເມືອງ ແລະການປົກຄອງ ແຂວງໄຊຍະບູລີ; ປະຊຸມຮ່ວມກັບຄະນະປະຈໍາພັກແຂວງຜູ້ຊີ້ນໍາໂຮງຮຽນການເມືອງ-ການປົກຄອງ ແຂວງໄຊຍະບູລີ;

ການລົງເກັບກໍາຂໍ້ມູນຄັ້ງນີ້ປະກອບມີ: ບົດລາຍງານຕາມຄໍາຖາມເຈາະຈີ້ມ ຂອງ ສມປຊ ເຊັ່ນ: ບັນດາຈຸດປະສົງ ແລະລະດັບຄາດໜາຍ, ສະພາບລວມ, ວຽກງານການເມືອງແນວຄິດ, ການຈັດຕັ້ງການຮຽນ-ການສອນ, ການຕີລາຄາການເຄື່ອນໄຫວປະເມີນຜົນຂອງນັກສຶກສາທີ່ສໍາເລັດການສຶກສາຄົ້ນຄວ້າຈາກ ສມປຊ, ບັນດາບົດຮຽນທີ່ຖອດຖອນໄດ້ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະບັນດາຂໍ້ສະເໜີຕ່າງໆຂອງບັນດາ 4 ແຂວງພາກເໜືອ(ກຸ່ມທີ 1)ຄື: ແຂວງຊຽງຂວາງ, ແຂວງຫົວພັນ, ແຂວງຫຼວງພະບາງ ແລະແຂວງໄຊຍະບູລີ.

ພາຍຫຼັງທີ່ລົງເກັບກໍາຂໍ້ມູນປະເມີນຜົນນັກສຶກສາທີ່ສໍາເລັດການສຶກສາຄົ້ນຄວ້າ ຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນໄລຍະປີ 2021-2023 ຢູ່ 4ແຂວງພາກເໜືອ (ກຸ່ມທີ 1).

ທ່ານ ປອ ຄໍາຫຼ້າ ລໍວານໄຊ ຫົວໜ້າກົມກວດກາຫົວໜ້າຄະນະ ແລະພ້ອມດ້ວຍຄະນະກໍ່ໄດ້ເກັບກໍາສັງລວມຄືນເພື່ອລາຍງານໃຫ້ຄະນະພັກ, ຄະ ນະນໍາ ສມປຊ ແລະເກັບກໍາໄວ້ເປັນຂໍ້ມູນ.

ຂ່າວ: ນາງ ທິດດາວອນດວງປະເສີດ

                                                         ບັນນາທິການ: ປທ ບຸນປັນ ສຸມຸນທອງ