ວັນທີ 21 ມິຖຸນາ 2024 ຢູ່ທີ່ຫ້ອງປະຊຸມໂຮງຮຽນການເມືອງ-ການປົກຄອງແຂວງຫຼວງນໍ້າທາ ໄດ້ຈັດຕັ້ງກອງປະຊຸມຖອດຖອນບົດຮຽນການປະຕິບັດຫຼັກສູດການຮຽນ-ການສອນຂຶ້ນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວຽງສະຫວັດ ສີພັນດອນ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຫຼວງນໍ້າທາ, ມີທ່ານ ປອ ຄຳພັນ ເຈອາ ກໍາມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ທ່ານ ປອ ສຸພາວະດີ ຫຼ້າຄຳສາຍ ຫົວໜ້າກົມຄຸ້ມຄອງການຮຽນ – ການສອນ ສະຖາບັນກນເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະ, ຄະນະອຳນວຍການຕະຫຼອດຮອດຄູ – ອາຈານເຂົ້າຮ່ວມ.

ທ່ານ ປອ ຄຳພັນ ເຈອາ ກໍາມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ-ການປົກຄອງແຂວງຫຼວງນໍ້າທາ ໄດ້ລາຍງານສະພາບລວມການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ໃນປີ 2024 ເຊິ່ງທາງໂຮງຮຽນໄດ້ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະຂະແໜງການ. ໂດຍສະເພາະແມ່ນ ຂະແໜງວິຊາການ ແລະ ຂະແໜງຄຸ້ມຄອງການຮຽນ-ການສອນໄດ້ຈັດຕັ້ງປະຕິບັດຄຸ້ມຄອງຫຼັກສູດການຮຽນ-ການສອນ, ທຸກລະບົບຮຽນ ໂດຍປະຕິບັດຕາມໂຄງການຫຼັກສູດທີ່ທາງສະຖາບັນການເມືອງ ແລະ ປົກຄອງແຫ່ງຊາດ ວາງອອກຢ່າງເຂັ້ມງວດ. ໃນການຈັດຕັ້ງປະຕິບັດໂຄງການຫຼັກສູດອັນໃໝ່ ຕາມສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ວາງອອກ. ເຊິ່ງກໍາລັງຈັດຕັ້ງປະຕິບັດໂຄງການຫຼັກສູດການຮຽນ-ການສອນ ລະບົບຂັ້ນກາງ ຮຸ່ນທີ I ມີນັກສຶກສາ 62 ຄົນ, ແລະ ລະບົບຂັ້ນຕົ້ນ ຮຸ່ນທີ II ມີນັກສຶກສາ 44 ຄົນ, ໃນຕົ້ນເດືອນ ກໍລະກົດ 2024 ຈະໄດ້ເປີດຮຽນລະບົບ 10 ວັນ ໃຫ້ແກ່ເລຂາຄະນະພັກບ້ານ, ນາຍບ້ານ ແລະ ວຽກງານອື່ນໆທີ່ປີ່ນອ້ອມ.

ທ່ານ ປອ ຄໍາຟອງ ລາດຊະພົນ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໄດ້ລາຍງານ ຂໍ້ຫຍຸ້ງຍາກບາງບັນຫາເພື່ອປັບປຸງ ແລະ ຊອກວິທີແກ້ໄຂໃນຕໍ່ໜ້າ, ສະເໜີໃຫ້ປັບປຸງດ້ານເນື້ອໃນຕໍາລາຮຽນມີບາງບົດຍັງບໍ່ທັນສອດຄ່ອງເພາະອີງໃສ່ເວລາມັນສັ້ນ, ຫຼັກສູດຂັ້ນຕົ້ນໃຫ້ ເພີ່ມວິຊາຄຸ້ມຄອງເສດຖະກິດເຂົ້າໃໝ່, ຫຼັກສູດຂັ້ນກາງ: ໃນກຸ່ມວິຊາເສດຖະສາດການເມືອງ, ໃຫ້ສະຖາບັນຝຶກອົບຮົມທັກສະຄູ-ອາຈານໃນກຸ່ມວິຊາແນວຄິດ ໄກສອນ ພົມວິຫານ, ຢາກໃຫ້ມີຫ້ອງສະມຸດ, ຫໍພັກນັກສຶກສາ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ. ພ້ອມນັ້ນຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ປະກອບຄຳຄິດເຫັນຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ເພື່ອປັບປຸງ ແລະ ແກ້ໄຂ ໃຫ້ສອດຄ່ອງກັບການຮຽນ – ການສອນໃນຕໍ່ໜ້າໃຫ້ມີປະສິດທິພາບສູງຂື້ນ.

 

                                                                                                           ຂ່າວ-ພາບ: ມຸນຕີ (ຂ່າວສານແຂວງຫຼວງນໍ້າທາ)