ໃນຕອນເຊົ້າວັນທີ 26ມິຖຸນາ 2024ທີ່ຫ້ອງປະຊຸມຊັ້ນ 3ຫ້ອງ 302ຕຶກຫັດ ສະຫະພັນແມ່ຍິງຮາກຖານເສດຖະ ກິດຄອບຄົວ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ lVຂອງຮາກຖານຕົນເອງຂຶ້ນ ພາຍໃຕ້ການເປັນປະທານໂດຍ: ທ່ານ ປທ ນາງ ອານົງ ຂັນທະຍົງ ຮອງຫົວໜ້າຄະນະບໍລິຫານສາດ, ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງ ສມປຊ, ມີສະຫາຍ ນ. ລາລີວັນ ວົງພະຈັນ ຫົວໜ້າພະແນກອົງການຈັດຕັ້ງ ແລະສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ມີທ່ານ ປອ ແພງສອນ ຄູນທອງຄໍາ ເລຂາໜ່ວຍພັກບໍານານ ແລະບັນດາແຂກຮັບເຊີນຈາກບັນດາຮາກຖານແມ່ຍິງອ້ອມຂ້າງລວມທັງໝົດ 28ທ່ານ, ຍິງ27ທ່ານ.

          ທ່ານ ນາງ ບົວວັນ ມະຫາໄຊ ປະທານສະຫະພັນແມ່ຍິງຮາກຖານເສດຖະກິດຄອບຄົວຊຸດທີ III ໄດ້ຂຶ້ນຜ່ານບົດລາຍງານການເມືອງ ແລະທິດທາງແຜນການເຄື່ອນໄຫວວຽກງານຂອງສະຫະພັນແມ່ຍິງ ຮາກຖານເສດຖະກິດຄອບຄົວ ສະໄໝທີ III, ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ ແລະຮັບຮອງເອົາບົດລາຍງານການເມືອງ, ໃນກອງປະຊຸມໄດ້ຕີລາຄາສູງຕໍ່ບົດລາຍງານການເມືອງ ແລະທິດທາງແຜນການເຄື່ອນໄຫວວຽກງານ ໃນການຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ຄັ້ງທີ IIIໃນໄລຍະຜ່ານມາຂອງວຽກງານສະຫະພັນແມ່ຍິງ ຮາກຖານເສດຖະກິດຄອບຄົວເຊິ່ງໃນນັ້ນໄດ້ຕີລາຄາດ້ານດີ, ດ້ານອ່ອນ, ສາເຫດ ແລະບົດຮຽນຕະຫຼອດການເຄື່ອນໄຫວວຽກງານຜ່ານມາ. ໃນກອງປະ ຊຸມໄດ້ເປັນເອກະພາບກັນຮັບຮອງເອົາບົດລາຍງານດັ່ງກ່າວ ແລະໄດ້ຮັບຟັງການຜ່ານບົດສໍາຫຼວດ ແລະກ່າວອໍາລາໜ້າທີ່. ພ້ອມກັນນັ້ນ, ສະມາຊິກພາຍໃນຮາກຖານໄດ້ພ້ອມກັນໃຊ້ສິດຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະສະຫະພັນແມ່ຍິງ ຊຸດທີ IVຂອງສະຫະພັນແມ່ຍິງຮາກຖານເສດຖະກິດຄອບຄົວດັ່ງນີ້:

ຄະນະສະຫະພັນແມ່ຍິງຮາກຖານເສດຖະກິດຄອບຄົວສະໄໝທີ  lVມີຜູ້ລົງສະໝັກເລືອກຕັ້ງ 5ທ່ານ. ເຊິ່ງຜົນສໍາເລັດຂອງການປ່ອນບັດຄັດເລຶອກມີດັ່ງນີ້:

  1. ທ່ານ ນາງ ອານົງ ສີໂພນໄຊ ເປັນປະທານ;
  2. ທ່ານ ນາງ ພວງຄໍາ ແກ້ວວິໄລ ເປັນຮອງປະທານ, ເຮັດວຽກກວດກາ;
  3. ທ່ານ ນາງ ແສງເດືອນ ຈັນທະຈິດ ເປັນຄະນະ.

          ໃນຕອນທ້າຍກອງປະຊຸມ ທ່ານປະທານໄດ້ໂອ້ລົມຕໍ່ກອງປະຊຸມ ເຊິ່ງທ່ານໄດ້ຮຽກຮ້ອງມາຍັງຄະນະສະຫະພັນແມ່ຍິງຊຸດໃໜ່ ແລະສະມາຊິກພາຍໃນຮາກຖານຄື:

– ຕໍ່ກັບຄະນະສະຫະພັນແມ່ຍິງຮາກຖານເສດຖະກິດຄອບຄົວຊຸດໃໝ່:

1). ເພີ່ມທະວີການນໍາພາ-ຊີ້ນໍາວຽກງານສຶກສາອົບຮົມການເມືອງ-ແນວຄິດ;

2). ເພີ່ມທະວີຄວາມເປັນເອກະພາບພາຍໃນຄະນະ, ປັບປຸງແບບແຜນວິທີເຮັດວຽກ, ມີການແບ່ງງງານ, ແບ່ງຄວາມຮັບຜິດຊອບກັນຢ່າງລະອຽດ, ຈະແຈ້ງ ແລະເຮັດວຽກຢ່າງມີແຜນການ;

3). ເປັນເຈົ້າການໃນການນໍາພາຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນແມ່ຍິງ 3ດີ ແລະເອົາໃຈໃສ່ກວດກາ, ຕິດ ຕາມສະມະຊິກຂອງຕົນເອງ;

4). ເປັນເຈົ້າການໃນການປຸກລະດົມປະກອບສ່ວນຢ່າງຮອບດ້ານໃນວຽກງານຂະບວນການ;

– ຕໍ່ກັບສະມາຊິກແມ່ຍິງຮາກຖານເສດຖະກິດຄອບຄົວ:

1). ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ ແລະເອົາໃຈໃສ່ພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ;

2). ເອົາໃຈໃສຮັກສາມູນເຊື້ອແມ່ຍິງ ເປັນຕົ້ນການວາຈາ ແລະການນຸ່ງຖື;

3). ຕັ້ງໜ້າປະກອບສ່ວນໃນການເຂົ້າຮ່ວມຂະບວນການຕ່າງໆ ຂອງສະຖາບັນ ກໍ່ຄືຂະບວນການຂອງສະຫະ ພັນແມ່ຍິງຈັດຂຶ້ນ

ຂ່າວ/ພາບ: ນາງ ທິດດາວອນດວງປະເສີດ

          ບັນນາທິການ: ປທ ບຸນປັນ ສຸມຸນທອງ