ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ (NAPPA)ໄດ້ເປັນເຈົ້າພາບຈັດກອງປະຊູມສຳມະນາວິທະຍາສາດສາກົນ 4 ສະຖາບັນ ປະຈໍາປີ 2024 ທີ່ ນະຄອນຫຼວງພະບາງ, ແຂວງຫຼວງພະບາງ ສປປ ລາວ ເຊິ່ງເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດລາວ (LASES), ສະຖາບັນບັນບັນດິດວິທະຍາສາດສັງຄົມຫວຽດນາມ (VASS) ແລະ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ (HCMA) ຢູ່ ພາຍໃຕ້ຫົວຂໍ້: ບົດຮຽນ 40 ປີ ແຫ່ງການປ່ຽນແປງໃໝ່ ແລະ ພັດທະນາ ຢູ່ ສປປ ລາວ ແລະ ສສ ຫວຽດນາມ ເຊິ່ງເປັນຫົວຂໍ້ໃຫຍ່ ທີ່ມີຄວາມໝາຍທາງດ້ານທິດສະດີ ແລະ ພຶດຕິກຳສູງ ແລະ ເປັນບັນຫາທີ່ສັງຄົມໃຫ້ຄວາມສົນໃຈ ໃຫ້ກຽດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ປະກອບມີ ສະຫາຍ ຮສ. ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ຫົວໜ້າສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ມີສະຫາຍ ປອ. ຟານ ຈິ້ ຫ້ຽວ ປະທານສະຖາບັນບັນດິດ ວິທະຍາສາດສັງຄົມຫວຽດນາມ, ມີສະຫາຍ ສຈ. ປອ. ເລ ວັນ ເລີ້ຍ ຄະນະປະຈຳພັກ, ຮອງຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ມີສະຫາຍ ສຸກັນ ບຸນຍົງ ຮອງເລຂາພັກແຂວງແຂວງຫຼວງພະບາງ, ມີ ພາກສ່ວນທີ່ກ່ຽວຂ້ອງຂອງສອງ 4 ຝ່າຍ ແລະ ພະແນກການຕ່າງໆຂອງແຂວງເຂົ້າຮ່ວມ.

          ໃນນັ້ນ, ສະຫາຍ ຮສ. ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະພັກ, ຫົວຫນ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ມີຄຳເຫັນວ່າ: ການຈັດກອງປະຊຸມສໍາມະນາວິທະຍາສາດສາກົນ ລະຫວ່າງ 4 ອົງການ ເປັນການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງ ລາວ-ຫວຽດນາມ, ຫວຽດນາມ-ລາວ ໂດຍສະເພາະ ແມ່ນ 4 ອົງການພວກເຮົາ ໃຫ້ນັບມື້ແຕກດອກອອກຜົນ ແລະ ຈະເລີນງອກງາມຢ່າງບໍ່ຢຸດຢັ້ງ. ນັບແຕ່ປີ 2017 ເປັນຕົ້ນມາ, ພາຍໃຕ້ບົດບັນທຶກການຮ່ວມມື ລະຫວ່າງ 4 ອົງການ ຂອງພວກເຮົາ ທີ່ໄດ້ລົງນາມນໍາກັນໃນປີ 2016, ສາມາດຈັດກອງປະຊຸມສໍາມະນາວິທະຍາສາດຮ່ວມກັນທັງແບບເຊິ່ງໜ້າ ແລະ ທາງໄກ ໄດ້ 4 ຄັ້ງ ແລະ ຄັ້ງນີ້ ກໍເປັນຄັ້ງທີ 5 ທີ່ໄດ້ພັດປ່ຽນການເປັນເຈົ້າພາບ. ພ້ອມນີ້, ສະຫາຍຍັງໄດ້ຍົກໃຫ້ເຫັນເຖິງສະພາບການປ່ຽນແປງໃໝ່ ແລະ ພັດທະນາຂອງ ສປປ ລາວ ກໍຄື ການປ່ຽນແປງໃໝ່ ຮອບດ້ານ ແລະ ມີຫຼັກການຂອງ ພັກ ປປ ລາວ ພາຍຫລັງສໍາເລັດການປະຕິວັດຊາດຢ່າງສົມບູນ ແລະ ສະຖາປະນາປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພາຍໃຕ້ການນໍາພາ-ຊີ້ນໍາຂອງພັກ ແລະ ຄວາມບາກບັ່ນພະຍາຍາມຂອງທົ່ວປວງຊົນ, ພ້ອມກັບການຊ່ວຍເຫລືອອັນໃຫຍ່ຫລວງຂອງບັນດາປະເທດເພື່ອນມິດ, ມາເຖິງປັດຈຸບັນ ການປ່ຽນແປງໃໝ່ ຢູ່ ສປປ ລາວ ໄດ້ດໍາເນີນມາເປັນເວລາ 40 ກວ່າປີ ໂດຍສະເພາະແມ່ນ ການປ່ຽນແປງໃໝ່ລະບົບການເມືອງ, ການປ່ຽນແປງໃໝ່ທາງດ້ານເສດຖະກິດ, ການປ່ຽນແປງໃໝ່ຂົງເຂດວັດທະນະທໍາ-ສັງຄົມ ແລະ ຂົງເຂດອື່ນໆ ໃນພາລະກິດປ່ຽນແປງໃໝ່ ພັກໄດ້ຖືເອົາການສຶກສາໄປກ່ອນບາດກ້າວໜຶ່ງ, ດ້ວຍການກຳນົດຍຸດທະສາດພັດທະນາຊັບພະຍາກອນມະນຸດ ເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ, ເອົາໃຈໃສ່ຍົກລະດັບຄຸນນະພາບການສຶກສາ ຂອງຊາດໃຫ້ເຂົ້າສູ່ມາດຕະຖານເທື່ອລະກ້າວໆ, ສ້າງ ແລະ ຍົກລະດັບສີມືແຮງງານໄປຄ່ຽງຄູ່ກັບການຄຸ້ມຄອງຕຳແໜ່ງງານ ແລະ ການຈັດຫາງານຢ່າງແຂງແຮງ ແລະ ທົ່ວເຖິງ ເພື່ອຮັບປະກັນລາຍໄດ້ອັນໝັ້ນຄົງ ຍົກລະດັບການອອກແຮງງານຂອງຜູ້ອອກແຮງງານໃຫ້ສູງຂຶ້ນ; ຍົກລະດັບການບໍລິຫານໃຫ້ການ ບໍລິການດ້ານສາທາລະນະສຸກໃຫ້ກັບປະຊາຊົນ ຢ່າງຕໍ່ເນື່ອງ ແລະ ອື່ນໆ ແລະ ນະໂຍບາຍປ່ຽນແປງໃໝ່ທາງດ້ານການຕ່າງປະເທດ  ກໍໄດ້ກໍານົດໃຫ້ສອດຄ່ອງກັບທ່າອ່ຽງຂະຫຍາຍຕົວ ຂອງສາກົນ, ກອງປະຊຸມໃຫຍ່ຄັ້ງທີ IV ຂອງພັກ ໄດ້ວາງແນວທາງ “ຂະຫຍາຍການພົວພັນກັບທຸກໆປະເທດໃນໂລກ ໂດຍບໍ່ຈໍາແນກລະບອບການເມືອງ ແລະ ສັງຄົມແຕກຕ່າງກັນ ບົນພື້ນຖານແຫ່ງການເຄົາລົບເອກະລາດ, ອະທິປະໄຕຂອງກັນ, ສະເໝີພາບ ແລະ ຕ່າງຝ່າຍ ຕ່າງມີຜົນປະໂຫຍດ” ແລະ ຍຶດໝັ້ນຫລັກການ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີ ຕົ້ນສະເໝີປາຍ ບົນພື້ນຖານບັນດາຫລັກການເຄົາລົບເອກະລາດ, ອະທິປະໄຕຂອງກັນແລະກັນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ສະເໝີພາບ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ. ປະຕິບັດນະໂຍບາຍພົວພັນແບບຫລາຍທິດ, ຫລາຍຝ່າຍ ແລະ ຫລາຍຮູບແບບ, ເປີດກວ້າງເປັນແຕ່ລະບາດກ້າວຢ່າງເໝາະສົມ ຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ, ເອົາການພົວພັນດ້ານການເມືອງ, ການທູດຕິດພັນກັບການຮ່ວມມືືທາງດ້ານເສດຖະກິດກັບສາກົນ”.

          ການວາງແນວທາງການຕ່າງປະເທດ ໃນໄລຍະປ່ຽນແປງໃໝ່ ຂອງພັກເຮົາ ແມ່ນ ແນ່ໃສ່ສ້າງສະພາບແວດລ້ອມແຫ່ງສັນຕິພາບ ແລະ ການຮ່ວມມື ເພື່ອຮັບປະກັນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສູ່ຈຸດໝາຍສັງຄົມນິຍົມ ໂດຍນໍາເອົາຈິນຕະນາການໃໝ່ ເຂົ້າມາໝູນໃຊ້ໃນວຽກງານການຕ່າງປະເທດ ຖືເອົາການເປີດກວ້າງ ການພົວພັນເສດຖະກິດກັບຕ່າງປະເທດເປັນໜ້າທີ່ໃຈກາງ ແນ່ໃສ່ຍາດແຍ່ງທຶນຮອນ, ວິທະຍາສາດ ແລະ ເຕັກໂນໂລຊີ ແລະ ອື່ນໆ ມາຮັບໃຊ້ໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ບົນພື້ນຖານຫລັກການ ສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ທັງຮັບປະກັນຄວາມເປັນເອກະລາດ, ອໍານາດອະທິປະໄຕ ແລະ ຄວາມໝັ້ນ ຄົງຂອງຊາດ.

        ເຖິງແມ່ນວ່າ ການປະຕິບັດພາລະກິດປ່ຽນແປງໃໝ່ ຮອບດ້ານ ແລະ ມີຫລັກການຂອງພັກ ຕະຫລອດໄລ ຍະ 40 ປີ ຜ່ານມາ ຈະສາມາດຍາດໄດ້ຜົນສໍາເລັດຫລາຍດ້ານກໍຕາມ, ແຕ່ຜ່ານການຈັດຕັ້ງປະຕິບັດ ເຫັນວ່າຍັງມີບາງດ້ານທີ່ ຕ້ອງສືບຕໍ່ແກ້ໄຂ ເປັນຕົ້ນ ການສ້າງພື້ນຖານເສດຖະກິດເອກະລາດ ເປັນເຈົ້າຕົນເອງຍັງເຮັດໄດ້ໜ້ອຍ; ການດໍາເນີນນະໂຍບາຍເສດຖະກິດຕະຫລາດ ຕາມທິດສັງຄົມນິຍົມ ເຊິ່ງການຈັດຕັ້ງປະຕິບັດໃນຕົວຈິງ ຍັງພົບຄວາມຫຍຸ້ງ, ຄວາມສາມາດໃນການແກ້ງແຍ່ງແຂ່ງຂັນ ຂອງຜະລິດຕະພັນສິນຄ້າ ບໍ່ທັນຖືກຍອມຮັບຈາກຕະຫລາດພາກພື້ນ ແລະ ຂອງໂລກ; ການປະຕິບັດສິດ ແລະ ຜົນປະໂຫຍດຂອງພົນລະເມືອງ ຍັງພົບອຸປະສັກ ເຮັດໃຫ້ການດໍາເນີນ ແນວທາງປ່ຽນແປງໃໝ່ ຍັງມີປະສິດທິຜົນບໍ່ສູງ; ການພັດທະນາຊັບພະຍາກອນມະນຸດ ບໍ່ທັນສົມຄູ່ກັບຄວາມຕ້ອງການຕົວຈິງຂອງການພັດທະນາ; ຄວາມສາມາດໃນການຍາດແຍ້ງການຮ່ວມມື, ຄວາມສາມາດໃນການວິເຄາະສະຖານນະການ, ການນໍາໃຊ້ກາລະໂອກາດເງື່ອນໄຂເອື້ອອໍານວຍຈາກພາຍນອກ ເພື່ອນໍາມາພັດທະນາເສດຖະກິດ-ສັງຄົມ ກໍຄື ການດໍາເນີນນະໂຍບາຍປ່ຽນແປງໃໝ່ໃຫ້ມີປະສິດທິຜົນນັ້ນ ກໍຍັງບໍ່ທັນໄດ້ດີ.

          ສະຫາຍ ຮສ. ພູວົງ ອຸ່ນຄໍາແສນ ຍັງໄດ້ກ່າວອີກວ່າ: ບົດຮຽນ 40 ປີ ແຫ່ງການປ່ຽນແປງໃໝ່ ແລະ ພັດທະນາ ຢູ່ ສປປ ລາວ ແລະ ສສ ຫວຽດນາມ ມີເນື້ອໃນກວ້າງຂວາງ, ເລິກເຊິ່ງ ແລະ ກວມລວມເອົາທຸກຂົງເຂດ, ຕ້ອງໄດ້ມີການຄົ້ນຄວ້າ, ວິໄຈໃຫ້ຊັດເຈນ ແລະ ມີການເບິ່ງບັນຫາຢ່າງພາວະວິໄສ.  ບັນດານັກວິທະຍາສາດ, ນັກທິດສະດີ ຈະຕ້ອງໄດ້ພ້ອມກັນຍົກສູງຄວາມຮັບຜິດຊອບໃນການຄົ້ນຄິດ, ປະກອບຄຳເຫັນຢ່າງກົງໄປກົງມາ, ໃຫ້ຮັບປະກັນທັງລັກສະນະ ທິດສະດີ ແລະ ພຶດຕິກຳຢ່າງມີຊີວິດຊີວາ, ຮຽກຮ້ອງບັນດາສະຫາຍຜູ້ແທນທີ່ເຂົ້າຮ່ວມກອງປະຊຸມສຳມະນາ ຮັບຟັງ ແລະ ຕັ້ງບັນຫາແລກປ່ຽນບົດຮຽນໃຫ້ມີບັນຍາກາດທີ່ຄືກຄຶ້ນ ແລະ ມີເນື້ອໃນອຸດົມສົມບູນຕອບສະໜອງໄດ້ຕາມລະດັບຄາດໝາຍທີ່ກຳນົດໄວ້. ເຊິ່ງກອງປະຊຸມຄັ້ງນີ້ໄດ້ດຳເນີນໄປເປັນເວລາໜຶ່ງວັນເຕັມ ແລະອັດລົງ ໃນຕອນແລງຂອງວັນທີ 27 ມິຖຸນາ 2024 ທີ່ຜ່ານມາ.

ຂໍ້ມູນ-ພາບ: ສູນຂໍ້ມູນຂ່າວສານ, ສມປຊ