ໃນຕອນເຊົ້້າວັນທີ 8 ກໍລະກົດ 2024 ທີ່ ຫໍສະໜຸດ ສມປຊ ຊັ້ນ 2 ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ. ສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໄດ້ມອບມອບປຶ້ມໃຫ້ ຫໍສະໝຸດ ສມປຊ ເຊິ່ງມອບໂດຍ: ທ່ານ: ປອ ນາງ ລໍາພູນ ດວນສຸວັນ ຫົວໜ້າສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ພ້ອມດ້ວຍຄະນະ ແລະຕາງໜ້າຮັບໂດຍ: ທ່ານ ປທ ບຸນປັນ ສຸມຸນທອງ ຮອງຫົວໜ້າສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ພ້ອມດ້ວຍຄະນະ.

         ປຶ້ມດັ່ງກ່າວລວມທັງໝົດ 160 ຫົວ, ມີ 8ຂົງເຂດ, ເຊິ່ງລາຍລະອຽດມີດັ່ງລຸ່ມນີ້:

  1. ແນວຄິດ ໄກສອນ ພົມວິຫານ ກ່ຽວກັບພັກ ປະຊາຊົນປະຕິວັດລາວ ໃນພາລະກິດປ່ຽນແປງໃໜ່ຈໍານວນ 20 ຫົວ.
  2. ແນວຄິດ ໄກສອນ ພົມວິຫານ ກ່ຽວກັບວຽກພະນັກງານ ໃນພາລະກິດປ່ຽນແປງໃໜ່ຈໍານວນ 20 ຫົວ.
  3. ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໜ່ ໃນຂົງເຂດອໍານາດລັດຈໍານວນ 20 ຫົວ.
  4. ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໜ່ ໃນຂົງເຂດເສດຖະກິດຈໍານວນ 20 ຫົວ.
  5. ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໜ່ ໃນຂົງເຂດວຽກງານປ້ອງກັນຊາດຈໍານວນ 20 ຫົວ.
  6. ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໜ່ ໃນຂົງເຂດວຽກງານປ້ອງກັນຄວາມສະຫງົບຈໍານວນ 20 ຫົວ.
  7. ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໜ່ ໃນຂົງເຂດວັດທະນະທໍາ-ສັງຄົມຈໍານວນ 20 ຫົວ.
  8. ແນວຄິດ ໄກສອນ ພົມວິຫານ ກ່ຽວກັບວຽກງານແນວໂຮມ ແລະອົງການຈັດຕັ້ງມະຫາຊົນ ໃນພາລະກິດປ່ຽນແປງ ໃໜ່ຈໍານວນ 20 ຫົວ.

          ໃນຕອນທ້າຍ ທ່ານ ປທ ບຸນປັນ ສຸມຸນທອງ ຮອງຫົວໜ້າສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ພ້ອມດ້ວຍຄະນະ ໄດ້ສະແດງຄໍາຂອບໃຈມາຍັງ ທ່ານ: ປອ ນາງ ລໍາພູນ ດວນສຸວັນ ຫົວໜ້າສູນຄົ້ນຄວ້າແນວຄິດ ໄກ ສອນ ພົມວິຫານ ປະທານສະຫະພັນແມ່ຍິງ ສມປຊ ພ້ອມດ້ວຍຄະນະ ທີ່ໄດ້ມອບປຶ້ມອັນແສນທີ່ມີຄຸນຄ່າໃຫ້ແກ່ ຫໍສະໝຸດສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະຈະນໍາເອົາປຶ້ມດັ່ງກ່າວປະກອບສ່ວນເຂົ້າໃນການສະໜອງຂໍ້ມູນຂ່າວສານໃຫ້ແກ່ການຄົ້ນຄວ້າສິດ-ສອນຂອງພະນັກງານ, ຄູ-ອາຈານ ແລະນັກສຶກສາ ທັງເປັນການປະກອບສ່ວນອັນມີຄຸນຄ່າໃຫ້ກັບຜູ້ມັກໃນການສຶກສາ, ຄົ້ນຄວ້າເອົາບົດຮຽນທັງພາຍໃນ ແລະຕ່າງປະເທດໃຫ້ເກີດຜົນປະໂຫຍດສູງທີ່ສຸດ.

ຂ່າວ/ພາບ: ນາງ ທິດດາວອນ ດວງປະເສີດ

ບັນນາທິການ: ປທ ບຸນປັນ ສຸມຸນທອງ