ໂດຍປະຕິບັດຕາມໜັງສືສະເໜີຂອງຄະນະປະຈຳພັກເມືອງຄູນ ສະບັບເລກທີ 238/ຄປພມ ລົງວັນທີ 17 ມິຖຸນາ 2024 ແລະປະຕິບັດຕາມມະຕິຂອງຄະນະປະຈຳພັກແຂວງ ວ່າດ້ວຍການອະນຸມັດເປີດ ເຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ລະບົບ 10 ວັນ ໃຫ້ຄະນະພັກບ້ານ, ນາຍບ້ານ ຂອງເມືອງຄູນ ຮຸ່ນທີ 2 ປະຈໍາປີ 2024 ສະບັບເລກທີ 63/ຄປພຂ ລົງວັນທີ 3ກໍລະກົດ 2024.

          ໃນຕອນເຊົ້າ ຂອງວັນທີ 5 ກໍລະກົດ 2024 ຢູ່ທີ່ສະໂມສອນຂອງກຸ່ມງານ ເມືອງຄູນ ໄດ້ຈັດພິທີເປີດເຝິກອົບຮົມທິດສະດີການເມືອງ ແລະ ການປົກຄອງ ລະບົບ 10 ວັນ ໃຫ້ຄະນະພັກບ້ານ, ນາຍບ້ານ ຮຸ່ນທີ 2 ຂອງເມືອງຄູນ ຢູ່ກຸ່ມງານ ແຂວງຊຽງຂວາງຂຶ້ນ ພາຍໃຕ້ການເປັນປະທານໂດຍ: ທ່ານ ນາງ ບົວສີ ນາຖາວົງ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ, ມີ ທ່ານ ສີວອນ ບຸດດາຈັນ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ມີພະນັກງານ, ຄູ-ອາຈານ, ມີຄະນະຮັບຜິດຊອບຊຸດຮຽນ ແລະແຂກຖືກເຊີນ ຕະຫຼອດຮອດນັກສຳມະນາກອນເຂົ້າຮ່ວມທັງໝົດ 65 ສະຫາຍ, ຍິງ 20 ສະຫາຍ.

          ໃນພິທີ ທ່ານ ນີວອນ ໄຊຍະວົງ ກຳມະການພັກເມືອງ ເລຂາຄະນະພັກຮາກຖານກຸ່ມງານຕາງໜ້າໃຫ້ຄະນະຮັບຜິດຊອບຊຸດຮຽນ ຂອງເມືອງຄູນ ໄດ້ຂຶ້ນຜ່ານມະຕິ ຂອງຄະນະປະຈຳພັກແຂວງ ສະບັບເລກທີ 63/ຄປພຂ ລົງວັນທີ 3 ກໍລະກົດ 2024 ວ່າດ້ວຍການອະນຸມັດເປີດ ເຝິກອົບຮົມທິດສະດີການເມືອງ ແລະ ການປົກຄອງ ລະບົບ 10 ວັນ ໃຫ້ຄະນະພັກບ້ານ, ນາຍບ້ານ ຂອງເມືອງຄູນຮຸ່ນທີ 2 ປະຈໍາປີ 2024, ຜ່ານມະຕິຂອງຄະນະປະຈຳພັກເມືອງ ສະບັບເລກທີ 242/ຄປພມ ລົງວັນທີ 19 ມິຖຸນາ 2024 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊຸດຮຽນ ທິດສະດີການເມືອງ ແລະ ການປົກຄອງ ລະບົບ 10 ວັນ ໃຫ້ຄະນະພັກບ້ານ, ນາຍບ້ານ ຮຸ່ນທີ 2 ຢູ່ກຸ່ມງານ ເມືອງຄູນ, ຜ່ານຂໍ້ຕົກລົງ ຂອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ສະບັບເລກທີ 272/ຮມປຂ ລົງວັນທີ 20 ມິຖຸນາ 2024 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊຸດຮຽນ ທິດສະດີການເມືອງ ແລະ ການປົກຄອງ ລະບົບ 10 ວັນ ໃຫ້ຄະນະພັກບ້ານ, ນາຍບ້ານ ຮຸ່ນທີ 2 ຢູ່ກຸ່ມງານ ເມືອງຄູນປະຈຳປີ 2024, ຜ່ານມະຕິຂອງຄະນະປະຈຳພັກເມືອງ ສະບັບເລກທີ 259/ຄປພມ ລົງວັນທີ 4 ກໍລະກົດ 2024ວ່າດ້ວຍການອຸມັດລາຍຊື່ຜູ້ເຂົ້າເຝິກອົບຮົມທິດສະດີການເມືອງ ແລະ ການປົກຄອງ ລະບົບ 10 ວັນ ໃຫ້ຄະນະພັກບ້ານ, ນາຍບ້ານ ຮຸ່ນທີ 2 ຢູ່ກຸ່ມງານ ເມືອງຄູນ ຈຳນວນ 57 ສະຫາຍ ຍິງ 16 ສະຫາຍ. ຈາກນັ້ນ ທ່ານ ບຸນຊູ ອິດທິພົນ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ຕາງໜ້າໃຫ້ຄະນະຮັບຜິດຊອບຊຸດຮຽນຂອງໂຮງ ຮຽນໄດ້ຂຶ້ນຜ່ານລາຍລະອຽດກ່ຽວກັບແຜນການຈັດຕັ້ງປະຕິບັດ ໂຄງການຫຼັກສູດການຮຽນ-ການສອນສຳລັບລະບົບ 10 ວັນໃຫ້ບັນດານັກສຳມະນາກອນໄດ້ຮັບຮູ້ ແລະພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີຕື່ມອີກ.

          ໃນຕອນທ້າຍພິທີ ທ່ານ ນາງ ບົວສີ ນາຖາວົງ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ ກໍ່ໄດ້ໃຫ້ກຽດມີຄຳຄິດຄຳເຫັນໂອ້ລົມຕໍ່ພິທີ ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ມາຍັງບັນດາສະຫາຍການນຳຂອງເມືອງຄູນ, ພະນັກງານ, ຄູ-ອາຈານ, ຄະນະຮັບຜິດຊອບຊຸດຮຽນຕະຫຼອດຮອດນັກສຳມະນາກອນທັງໝົດທີ່ຕາງໜ້າຈາກຄະນະພັກ-ອົງ ການປົກຄອງບ້ານຈຳນວນ 11ບ້ານ ໃນກຸ່ມງານຂອງເມືອງຄູນ ທີ່ໄດ້ຕັດສິນໃຈກະກຽມຄວາມພ້ອມດ້ານຕ່າງໆ ແລະຄວາມເສຍສະຫຼະເພື່ອສ່ວນລວມ, ສຸມທຸກສະຕິປັນຍາ ເຂົ້າໃນການປະຕິບັດໜ້າທີ່-ທີ່ໄດ້ຮັບການມອບໝາຍ ພ້ອມນີ້ທ່ານຍັງໄດ້ເນັ້ນໜັກບາງບັນຫາຕື່ມອີກວ່າ:

  1. ຕໍ່ກັບນັກສຳມະນາກອນ:
  • ຕ້ອງຍົກສູງຄວາມຮັບຜິດຊອບຂອງບັນດາສະຫາຍ ໃນການຄົ້ນຄວ້າ ສຶກສາຮໍ່າຮຽນທິດສະດີການເມືອງ ແລະ ການປົກຄອງຕາມແນວທາງຂອງພັກ.
  • ຄົ້ນຄວ້າທິດສະດີ ຕ້ອງຕິດພັນກັບພຶດຕິກຳ ແລະກຳແໜ້ນທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານແນວທາງຂອງພັກ, ລະບຽບກົດໝາຍຂອງລັດ.
  • ສ້າງຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນແລະກັນ, ແລກປ່ຽນຄໍາຄິດຄຳເຫັນທາງດ້ານທິດສະດີ ແລະພຶດຕິກຳ ລະ ຫວ່າງ ນັກສຳມະກອນດ້ວຍກັນ ແລະລະຫວ່າງ ນັກສຳມະນາກອນກັບຄູ-ອາຈານໃຫ້ສູງຂຶ້ນ.
  1. ຕໍ່ກັບຄູ-ອາຈານ ແລະຄະນະຮັບຜິດຊອບຊຸດຮຽນ:
  • ເອົາໃຈໃສ່ໃນການຄົ້ນຄວ້າບົດສອນ, ແຕ່ງບົດສອນ ຕາມຫົວຂໍ້ບົດທີ່ຕົນຮັບຜິດຊອບ ບົນພື້ນຖານທິດສະດີຕ້ອງຕິດພັນກັບພຶດຕິກຳຕົວຈິງ.
  • ເອົາໃຈໃສ່ສ້າງສິ່ງເອື້ອອຳນວຍຄວາມສະດວກ ໃຫ້ແກ່ການເຄື່ອນໄຫວຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ແລະອຸປະກອນຮັບໃຊ້ຕ່າງໆໃນການເຝິກອົບຮົມ.
  • ເອົາໃຈໃສ່ຄຸ້ມຄອງກົດລະບຽບ ຂອງການເຝິກອົບຮົມຄັ້ງນີ້ຢ່າງເຂັ້ມງວດ ໃນນີ້ຄູ-ອາຈານ ແລະຄະນະຮັບຜິດຊອບ ຄວນເປັນແບບຢ່າງນຳໜ້າໃນການຈັດຕັ້ງປະຕິບັດຕະຫຼອດໄລຍະເຝິກອົບຮົມ.

ຈາກນັ້ນ ທ່ານກໍໄດ້ກ່າວເປີດບັ້ນເຝິກອົບຮົມ ທິດສະດີການເມືອງລະບົບ 10 ວັນໃນຄັ້ງນີ້ຢ່າງເປັນທາງການເຊິ່ງພິທີດັ່ງກ່າວໄດ້ດຳເນີນໄປເປັນເວລາເຄິ່ງວັນ ແລະສຳເລັດລົງຢ່າງຈົບງາມ.

ພາບ-ຂ່າວ: ​ໄຊ​ສົມ​ແພງ ສີ​ສົມບັດ ​ໂຮງຮຽນການ​ເມືອງ ​ແລະ ການ​ປົກຄອງ ​ແຂວງ​ຊຽງຂວາງ.