ໃນຕອນເຊົ້າ ຂອງວັນ​ທີ 26 ມີຖຸນາ 2024ຢູ່ທີ່ຫ້ອງປະຊຸມໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ແຂວງຫຼວງນ້ຳທາ ໄດ້ຈັດພິທີມອບໃບປະກາດ ແລະພ້ອມທັງປິດຊຸດຮຽນທິດສະດີການເມືອງ-ການປົກຄອງລະບົບຂັ້ນຕົ້ນຮຸ່ນທີ II, ໂດຍການເປັນປະທານ ຂອງສະຫາຍ ປອ ຄຳພັນ ເຈຍອາ ກຳມະການພັກແຂວງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ໃຫ້ກຽດເຂົ້າຮ່ວມໃນພິທີ ເປັນກຽດເຂົ້າຮ່ວມຂອງທ່ານຈັນທອງແກ້ວປະເສີດຮອງເລຂາພັກແຂວງຫົວໜ້າຄະນະຈັດຕັ້ງ ແຂວງຫຼວງນໍ້າທາ, ມີແຂກຖືກເຊີນ, ຕະຫຼອດຮອດພະນັກງານຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.

          ທ່ານ ຄຳຟອງ ລາດຊະພົນ ຮອງຫົວໜ້າໂຮງຮຽນການເມືອງ-ການປົກຄອງແຂວງໄດ້ຕີລາຄາການຈັດຕັ້ງປະຕິບັດການຮຽນ-ການສອນທິດສະດີການເມືອງ-ການປົກຄອງລະບົບຂັ້ນຕົ້ນຮຸ່ນທີII ປີ 2024ເຊິ່ງທ່ານໃຫ້ຮູ້ວ່າ: ນັກສຶກສາທິດສະດີການເມືອງ-ການປົກຄອງລະບົບຂັ້ນຕົ້ນຮຸ່ນທີII ລວມ 44ສະຫາຍ, ຍີງ 11ສະຫາຍ, ມາຈາກເມືອງ25ຍິງ 3 ສະຫາຍ, ພະແນກການອ້ອມຂ້າງແຂວງ9, ຍິງ 5ສະຫາຍແລະມາຈາກກອງກຳລັງປະກອບອາວຸດ10ສະຫາຍ,ຍິງ 3 ສະຫາຍເຊິ່ງເລີ່ມການຮຽນ-ການສອນແຕ່ກາງເດືອນມີນາ 2023 ມາຮອດວັນທີ 24ມິຖຸນາ 2024, ໃຊ້ເວລາຮຽນ 420 ຊົ່ວໂມງ, 6 ກຸ່ມວິຊາຮຽນເຊັ່ນ: ກຸ່ມວິຊາເສດຖະສາດການເມືອງ 9 ບົດ, ກຸ່ມວິຊາປັດຊະຍາມາກ-ເລນິນ 7 ບົດ, ລັດທິສັງຄົມນິຍົມວິທະຍາສາດ 12 ບົດ, ແນວຄິດໄກສອນພົມວີຫານ 5 ບົດ, ພື້ນຖານການຄຸ້ມຄອງບໍລິຫານ 7 ບົດ, ປະຫວັດສາດພັກແລະກໍ່ສ້າງພັກ 10 ບົດແລະຂຽນບົດຈົບຂັ້ນ 1 ບົດ, ການຄົ້ນຄວ້າຮໍ່າຮຽນດັ່ງກ່າວກໍ່ໄດ້ຈັດຕັ້ງສອບເສັງແຕ່ລະວິຊາເພື່ອປະເມີນການຮຽນແລະວັດແທກຄວາມຮູ້ຂອງນັກສຶກສາໃນນັ້ນ, ສາມາດຕີລາຄາໄດ້ຄະແນນA ດີເລີດກວມ61,36%, B+ ດີຫຼາຍ36,36%, ນອກຈາກ, ການຮຽນ-ການສອນແລ້ວທາງໂຮງຮຽນຍັງໄດ້ນໍພານັກສຶກສາທັດສະນະສຶກສາອີກດ້ວຍ. ໂອກາດດຽວກັນ  ກໍ່ໄດ້ມອບໃບຢັ້ງຢືນທິດສະດີການເມືອງ-ການປົກຄອງຂັ້ນຕົ້ນລະບົບ 3 ເດືອນຮຸ່ນທີIIໃຫ້ນັກສຶກສາ ແລະ ມອບໃບຍ້ອງຍໍຂອງທ່ານເຈົ້າແຂວງ, ໃບຊົມເຊີຍຂອງໂຮງຮຽນການເມືອງ-ການປົກຄອງແຂວງໃຫ້ຜູ້ທີ່ມີຜົນງານດີເດັ່ນໃນການຮຽນດີ, ມີວິໄນ ໃຫ້ກຽດ ມອບ ໂດຍ ທ່ານ ປອ ຄຳພັນ ເຈຍອາ ກໍາມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ-ການປົກຄອແຂວງ ແລະພ້ອມດຽວກັນນັ້ນຍັງໄດ້ຮັບການໂອລົມ ຂອງທ່ານ ຈັນທອງ  ແກ້ວປະເສີດ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ເຊິງທ່ານໄດ້ຍົກໃຫ້ເຫັນຄວາມສໍາຄັນ ຂອງການຄົ້ນຄວ້າຮໍ່າຮຽນທິດສະດີການເມືອງ-ການປົກຄອງ ແລະຕ່າງໜ້ານັກສຶກສາກໍໄດ້ຂຶ້ນຮັບຄຳໂອວາດ ຂອງທ່ານ.

          ຈາກ​ນັ້ນ, ສະຫາຍ ປອ ຄຳພັນ ເຈຍອາ ກຳມະການ​ພັກ​ແຂວງ ​ເລຂາ​ໜ່ວຍ​ພັກ, ຫົວໜ້າ​ໂຮງຮຽນ​ການ​ເມືອງ ​ແລະ​ ການ​ປົກຄອງ​ແຂວງກໍໄດ້​ຂຶ້ນ​ກ່າວ​ປິດ​ຊຸດ​ຮຽນ ຢ່າງ​ເປັນ​ທາງ​ການ.

ຂຽນໂດຍ: ປທ ນ. ມະນີລາ ແກ້ວລະກໍາ