ໃນວັນທີ 9 ກໍລະກົດ 2024 ເພື່ອເປັນການປະເມີນຄວາມຮັບຮູ້ ແລະເຂົ້າໃຈກ່ຽວກັບທິດສະດີການເມືອງທີ່ໄດ້ຜ່ານການຮໍ່າຮຽນມາໃນແຕ່ລະວິຊາທີ່ໄດ້ກໍານົດໄວ້ສະນັ້ນ, ສມປຊ ຈຶ່ງໄດ້ເປີດພິທີປ້ອງກັນບົດຈົບຊັ້ນຊຸດຮຽນຂອງນັກສຶກສາທິດສະດີການເມືອງຂັ້ນສູງຮຸ່ນທີ IV ຂຶ້ນທີ່ຫ້ອງຮຽນ 203, 207, 213, 306 ແລະ406 ຕຶກຈັດຕັ້ງ-ພະນັກງານ ໃຫ້ກຽດເປັນຄະນະກໍາມະການປ້ອງກັນບົດຈົບຊັ້ນໂດຍ: ທ່ານ ປທ ນາງ ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ ຮອງຫົວໜ້າ ສມປຊ, ມີ ທ່ານ ປທ ນາງ ຄໍາຫຼ້າ ແກ້ວອຸ່ນຄໍາ ກໍາມະການຄະນະພັກ ຮອງຫົວໜ້າ ສມປຊ, ທ່ານ ປອ ສາຍຄໍາ ມູນມະນີວົງ ກໍາມະການຄະນະພັກ ຫົວໜ້າຄະນະປັດຊະຍາ, ທ່ານ ປອ ຄໍາໃບ ມາລາສິງ ກໍາມະການຄະນະພັກ ຫົວໜ້າລັດທິສັງຄົມນິຍົມວິທະຍາສາດ ແລະທ່ານ ປທ ແສງທອງ ພຸດທະວົງ ກໍາມະການຄະນະພັກ ຫົວໜ້າຄະນະກໍ່ສ້າງພັກ ແລະປະຫວັດສາດພັກ ກໍ໋ເຂົ້າຮ່ວມເປັນຄະນະກໍາມະການປ້ອງກັນບົດຈົບຊັ້ນ, ​ເຊິ່ງໃນນັ້ນມີນັກສຶກສາເຂົ້າຮ່ວມປ້ອງກັນບົດຈົບຊັ້ນຈຳນວນທັງໝົດ 59 ທ່ານ, ຍິງ 15 ທ່ານ.

          ຫຼັກສູດທິດສະດີຂັ້ນສູງແມ່ນໄດ້ເລີ່ມຕົ້ນເປີດແຕ່ເດືອນ ຕຸລາ ປີ 2023 ຈົນມາເຖິງເດືອນກໍລະກົດ ປີ 2024 ແມ່ນຄົບຕາມໂຄງການຫຼັກສູດການຮຽນ-ການສອນຂອງລະບົບຮຽນ 9 ເດືອນ ໃນ 5ກຸ່ມວິຊາຄື: ກຸ່ມວິຊາ ການປົກຄອງ, ກຸ່ມວິຊາຄອງເສດຖະກິດ, ກຸ່ມວິຊາການເມືອງ 1, ກຸ່ມວິຊາການເມືອງ 2 ແລະກຸ່ມວິຊາການເມືອງ 3 ລວມທັງໝົດມີ 1.113ຊົ່ວໂມງ. ພິທີປ້ອງກັນບົດໃນຄັ້ງນີ້ແຕ່ລະກຸ່ມວິຊາ ໄດ້ພ້ອມກັນເອົາໃຈໃສ່ສຸມທຸກສະຕິປັນ ຍາໃນການຄົ້ນຄວ້າຕໍ່ບົດທີ່ນໍາມາປ້ອງກັນ ແລະຄະນະກຳມະການໄດ້ປະກອບຄໍາຄິດເຫັນໃສ່ແຕ່ລະບົດທີ່ຂຶ້ນມານໍາສະ ເໜີພ້ອມທັງຕັ້ງຄໍາຖາມແລກປ່ຽນຢ່າງກົງໄປກົງມາ.

          ພິທີປ້ອງກັນບົດຈົບຂັ້ນດັ່ງກ່າວ, ແມ່ນໄດ້ສຳເລັດລົງໃນຕອນແລງຂອງວັນດຽວກັນ ແລະມີຜົນສຳເລັດຕາມຄາດໝາຍຂອງຄະນະກຳມະການທີ່ໄດ້ກໍານົດໄວ້, ສິ່ງສໍາຄັນຜົນສຳເລັດໃນຄັ້ງນີ້ ນັກສຶກສາໄດ້ພິສູດຕົນເອງຕໍ່ການປະເມີນຄວາມຮັບຮູ້ເຂົ້າໃຈກ່ຽວກັບທິດສະດີການເມືອງຂັ້ນສູງຕະຫຼອດໄລຍະ 9 ເດືອນ ທີ່ໄດ້ຮຽນມາເພື່ອນຳໄປຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບໜ້າວຽກງານຂອງຕົນຢູ່ກົມກອງ, ມີທັດສະນະຫຼັກໝັ້ນການເມືອງ, ຖືເອົາທິດສະດີການ ເມືອງເປັນພື້ນຖານໃນການເສີມຂະຫຍາຍທັດສະນະປະຕິວັດໃຫ້ໜັກແໜ້ນຂຶ້ນຕື່ມ, ຍົກສູງຄວາມສາມາດໃນການວິ ເຄາະບັນຫາຢ່າງມີວິທະຍາສາດ ແລະເຝິກຝົນຫຼໍ່ຫຼອມຕົນເອງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງຕົນໃນໄລຍະໃໝ່.

ຂ່າວ/ພາບ: ນ. ທິດດາວອນ ດວງປະເສີດ

ບັນນາທິການ: ປທ ບຸນປັນ ສຸມຸນທອງ