ໃນຕອນເຊົ້້າວັນທີ 12 ກຸມພາ 2024 ຫຼັງຈາກວາງກະຕ່າດອກໄມ້ ໜ້າຮູບປັ້ນປະທານ ໄກສອນ ພົມວິ ຫານ ນໍາພາໂດຍ: ທ່ານ ປທ ແສງແກ້ວ ວົງລໍາພັນ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ. ທີ່ສະໂມສອນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປິດສົກຮຽນປະຈໍາປີ 2024 ແລະເປີດສົກຮຽນປີ 2024 ຢ່າງເປັນທາງການ. ໃຫ້ກຽດເປັນປະທານໂດຍ: ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ​ ມີຄະນະພັກ, ພ້ອມດ້ວຍບັນດາພະນັກງານ, ຄູ-ອາຈານ ແລະນັກສຶກສາ ທິດສະດີການເມືອງຂັ້ນສູງ 9ເດືອນ ຊຸດທີ 4-5-6, ນັກສຶກສາທິດສະດີການເມືອງ ຂັ້ນກາງ 6 ເດືອນ ຊຸດທີ 3 ແລະຄະນະພັກຄະນະຫ້ອງນັກສຶກສາປະລິນຍາໂທຮຸ່ນທີ 19 (ຫ້ອງ ກ+ຂ) ແລະນັກສຶກສາ ຂັ້ນກາງ 6 ເດືອນ ຊຸດທີ 2 ເຂົ້າຮ່ວມຢ່າງພ້ອມພຽງ ລວມທັງໝົດ 336 ທ່ານ, ຍິງ 117 ທ່ານ.

          ໃນພິທີ ທ່ານ ປອ ສຸພາວະດີ ຫຼ້າຄໍາສາຍ ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ກໍ່ໄດ້ຂຶ້ນຜ່ານບົດສະ ຫຼຸບພິທີປິດຊຸດຮຽນນັກສຶກສາທິດສະດີການເມືອງຂັ້ນສູງ 9ເດືອນຮຸ່ນທີ 4, ປະລິນຍາໂທຮຸ່ນທີ 18 ແລະແຜນການເປີດຊຸດຮຽນທິດສະດີການເມືອງຂັ້ນສູງຮຸ່ນທີ 6 ແລະຂັ້ນກາງຮຸ່ນທີ 3 ເຊິ່ງມີລາຍລະອຽດດັ່ງນີ້:

         ມີຜູ້ສໍາເລັດການສຶກສາສົກຮຽນປະຈໍາປີ 2024 ມີທັງໝົດ 59 ທ່ານ, ຍິງ 15 ທ່ານ ສາມາດຍາດໄດ້ຄະ ແນນເກຼດ A ຫຼື ດີເລີດ ມີ 42 ທ່ານ, ຍິງ 08 ທ່ານ ກວມ 71,18%; ໄດ້ຮັບຄະແນນສະສົມເກຼດ B+ ຫຼື ດີຫຼາຍມີ 17 ທ່ານ, ຍິງ 02 ທ່ານ ກວມ 28,82%, ໄດ້ຮັບການຍ້ອງຍໍນັກຮຽນເກັ່ງມີວິໄນດີປະເພດທີ I ມີ 44ທ່ານ, ຍິງ 13 ທ່ານ, ປະເພດທີ II ມີ 17 ທ່ານ, ຍິງ 04 ທ່ານ, ສ່ວນຄະນະຫ້ອງຊີ້ນໍາ-ນຳພາດີເດັ່ນ ແລະຫ້ອງຮຽນດີເດັ່ນ ແມ່ນໄດ້ຮັບການຍ້ອງຍໍປະເພດ I. 

          ນອກຈາກນັ້ນ, ນັກຄົ້ນຄວ້າປະລິນຍາໂທຮຸ່ນທີ 18 ຫ້ອງ ຂ ກໍ່ເຂົ້າຮ່ວມຮັບໃບຍ້ອງຍໍນັກຮຽນເກັ່ງມີວິໄນດີປະຈໍາສົກ ປີ 2023 ລາຍລະອຽດຄື:​ ນັກຮຽນເກັ່ງມີວິໄນດີປະເພດທີ I ມີ 24 ທ່ານ, ຍິງ 08 ທ່ານ;​ ປະເພດທີ II ມີ 27 ທ່ານ, ຍິງ 08 ທ່ານ ແລະປະເພດ III ມີ 10 ທ່ານ, ສ່ວນຄະນະຫ້ອງຊີ້ນໍາ-ນຳພາດີເດັ່ນ ແລະຫ້ອງຮຽນດີ ເດັ່ນແມ່ນໄດ້ຮັບຍ້ອງຍໍ ປະເພດ I ໃນນັ້ນລວມມີຫ້ອງຮຽນນັກຄົ້ນຄວ້າປະລິນຍາໂທຮຸ່ນທີ 18 ຫ້ອງ ກ.

           ເປັນກຽດມອບ-ຮັບໃບຢັ້ງຢືນ ທິດສະດີການເມືອງຂັ້ນສູງ 9 ເດືອນ ຮຸ່ນທີ IV ໂດຍ: ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ. ຫຼັງຈາກນັ້ນ ທ່ານ ປອ ນາງ ຈັນ ທະໜອມ ບັນດາວົງ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ກໍ່ໄດ້ຂຶ້ນຜ່ານຂໍ້ຕົກລົງ ແລະມອບ-ຮັບໃບຍ້ອງຍໍຫ້ອງຮຽນດີເດັ່ນ, ນັກຮຽນເກັ່ງມີວິໄນດີ ແລະຕາງໜ້າຄະນະພັກ, ຄະນະຫ້ອງຂຶ້ນກ່າວຄໍາຂອບໃຈ.

          ໃນຕອນທ້າຍ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ ມີຄໍາເຫັນໂອ້ລົມ ເຊຶ່ງທ່ານໄດ້ເນັ້ນໜັກຕໍໍ່ບັນດານັກສຶກສາທິດສະດີການເມືອງຂັ້ນສູງ 9 ເດືອນຮຸ່ນທີ IV ແລະເປີດທິດສະດີການເມືອງ ຂັ້ນສູງ 9 ເດືອນ ຮຸ່ນທີ VI ແລະຂັ້ນກາງ 6 ເດືອນ ຮຸ່ນທີ III ດັ່ງນີ້:

ຕໍ່ກັບນັກສຶກສາທິດສະດີການເມືອງຂັ້ນສູງ 9 ເດືອນຮຸ່ນທີ IV.

  • ຕ້ອງກຳແໜ້ນວິທີວິທະຍາປະຕິວັດ ແລະວິທະຍາສາດຂອງລັດທິມາກ-ເລນິນ; ແນວຄິດ ປະທານ ໄກ ສອນ ພົມວິຫານ, ກຳແໜ້ນ ສະພາບຄວາມເປັນຈິງ, ປຶກສາຫາລືກັບໝູ່ຄະນະກ່ຽວກັບວິທີການ, ຮູບການນໍາໃຊ້ບົດ ຮຽນທີ່ຕົນໄດ້ຮຽນມາເຂົ້າໃສ່ວຽກງານຕົວຈິງ ຢ່າງປະດິດສ້າງ ແລະສອດຄ່ອງ;
  • ຈົ່ງນໍາເອົາບົດຮຽນທີ່ໄດ້ຮຽນມາໄປທົດສອບຢູ່ໃນພຶດຕິກຳແຫ່ງການສ້າງສາພັດທະນາປະເທດຊາດຕາມພາລະບົດບາດ ແລະໜ້າທີ່ຂອງຕົນ;
  • ຈາກພຶດຕິກຳຕົວຈິງນັ້ນ ບັນດາທ່ານ ຍັງມີໜ້າທີ່ຄົ້ນຄວ້າວິໄຈ ແລະສະຫຼຸບສັງລວມຢ່າງມີວິທະຍາສາດ ແລ້ວສະເໜີຄຳຄິດຄໍາເຫັນ, ສະເໜີທິດທາງ, ວິທີການ ແລະມາດຕະການທີ່ເປັນໄປໄດ້ ແລະມີປະສິດທິພາບສູງເພື່ອປັບປຸງວຽກງານໃນກົມກອງໃຫ້ດີຂຶ້ນ;
  • ຈົ່ງສືບຕໍ່ກໍ່ສ້າງ, ພັດທະນາຕົນເອງ ໃນຂະບວນການວຽກງານຕົວຈິງໃຫ້ຫຼາຍຂຶ້ນ, ຄວາມຮຽກຮ້ອງຕ້ອງ ການຂອງການພັດທະນາ ກໍ່ຄືນໍາເອົາບົດຮຽນໄປໝູນໃຊ້ໃນພຶດຕິກຳໃຫ້ເກີດດອກອອກຜົນ, ປະດິດສ້າງ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ, ກ້າປ່ຽນແປງຈາກອັນເກົ່າໄປສູ່ອັນໃໝ່ໃຫ້ດີກວ່າເກົ່າ.

ຕໍ່ກັບນັກສຶກສາທິດສະດີການເມືອງຂັ້ນສູງ 9 ເດືອນ ຮຸ່ນທີ VI ແລະຂັ້ນກາງ 6 ເດືອນ ຮຸ່ນທີ III.

  • ຮຽກຮ້ອງມາຍັງນັກສຶກສາໃຫ້ເອົາໃຈໃສ່ປະຕິບັດລະບຽບວິໄນ ທີ່ສະຖາບັນໄດ້ກຳນົດອອກເຊັ່ນ: ລະ ບຽບນັກສຶກສາ, ລະບຽບການເຄື່ອນໄຫວໄປ-ມາ, ລະບຽບອື່ນໆ, ມີຄວາມສາມັກຄີ, ມີຄວາມສະໜິດສະໜົມກັນຢ່າງແໜ້ນແຟ້ນ;
  • ການຮຽນຕ້ອງມີວິທີຮຽນທີ່ສອດຄ່ອງກັບສະພາບຄວາມເປັນຈິງຂອງຕົນເອງ ໝາຍວ່າ: ການຮຽນຕ້ອງຮູ້ສົມທົບ ລະຫວ່າງ ທິດສະດີ ແລະພຶດຕິກຳ, ເອົາພຶດຕິກຳມາເຍືອງໃສ່ທິດສະດີ, ຊອກຫາເຫດຜົນ, ຄົ້ນຄິດຫາວິທີການໃຫ້ຖືກຕ້ອງກັບພື້ນຖານລະບຽບ, ກົດໝາຍ, ຮຽນໄປນໍາ, ຄິດໄປນໍາ; ຕ້ອງຄົ້ນຄວ້າໃຫ້ຫຼາຍ, ຊອກຮູ້ຮໍ່າຮຽນຢ່າງກວ້າງຂວາງນໍາຄູ-ອາຈານ, ຮູ້ຕັ້ງບັນຫາ ແລະວິທີແກ້ໄຂບັນຫາດ້ວຍຄວາມຮັບຜິດຊອບຂອງຕົນເອງ, ຮຽນໄປ ນໍາ, ປັບປຸງປ່ຽນແປງຕົນເອງໄປພ້ອມ.
  • ບັນດາຄະນະພັກ, ຄະນະຫ້ອງ ທີ່ໄດ້ຮັບການແຕ່ງຕັ້ງ ຕ້ອງຍົກສູງຄັນທຸງເຕົ້າໂຮມຄວາມສາມັກຄີ, ຄວາມເປັນແບບຢ່າງຕ້ອງເລີ່ມແຕ່ຄະນະພັກ, ຄະນະຫ້ອງ ຮອດສະມາຊິກ, ມີຫຍັງກໍ່ໃຫ້ປຶກສາຫາລືກັນ, ເສີມຂະ ຫຍາຍປະຊາທິປະໄຕພາຍໃນ ແລະຕົກລົງຮ່ວມກັນພ້ອມກັນຈັດຕັ້ງປະຕິບັດ, ສະມາຊິກກໍ່ຕ້ອງເປັນກຳລັງແຮງສໍາຄັນຕັດສິນຂະບວນການລວມຂອງຫ້ອງຮຽນ.

ຂ່າວ/ພາບ ນາງ ທິດດາວອນ ດວງປະເສີດ

ບັນນາທິການ: ປທ ບຸນປັນ ສຸມົນທອງ