ຫ້ອງຮຽນຂົງຈື ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປັນວຽກໜຶ່ງທີ່ຂຶ້ນກັບພະແນກພົວພັນຕ່າງປະເທດ ຊີ້ນຳໂດຍ: ຫ້ອງການສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ສະນັ້ນຕອນເຊົ້າໃນວັນທີ 16 ກໍລະກົດ 2024 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປິດເຝິກອົບຮົມພາສາຈີນ ຂອງຫ້ອງຮຽນຂົງຈື ສົກປີ 2023-2024 ພາຍໃຕ້ການເປັນປະທານໂດຍ: ທ່ານ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ ກຳມະການຄະນະພັກ, ຮອງຫົວໜ້າ ສມປຊ, ມີ ທ່ານ ລົວ ມິງ (Luoming) ອຳນວຍການສະຖາບັນຂົງຈືຝ່າຍຈີນ, ທ່ານ ຄໍາຮຸ່ງ ຈັນ ທະວົງ ອຳນວຍການສະຖາບັນຂົງຈືຝ່າຍລາວ ມີຕາງໜ້າແຕ່ລະກົມ, ຄະນະວິຊາ, ສູນແນວຄິດ ໄກສອນ ພົມວິຫານ ແລະສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ, ຄູ-ອາຈານ, ຊ່ຽວຊານຈາກສະຖາບັນຂົງຈື ແລະນັກເຝິກ ອົບຮົມເຂົ້າຮ່ວມຢ່າງພ້ອມພຽງລວມທັງໝົດ 33 ທ່ານ, ຍິງ 16 ທ່ານ.

          ທ່ານ ປທ ສົນທະຍາ ເທບນຸຮັກ ຮອງຫົວໜ້າຫ້ອງການ ສມປຊ ໄດ້ຂຶ້ນຜ່ານບົດລາຍງານການຈັດຈັ້ງປະຕິ ບັດວຽກງານຫ້ອງຮຽນຂົງຈື ສົກປີ 2023-2024 ຂອງຫ້ອງຮຽນຂົງຈື ຢູ່ ສມປຊ ເຊິ່ງໃນນັ້ນໄດ້ກ່າວເຖິງສະ ພາບລວມ, ການສະຫຼຸບຕີລາຄາດ້ານດີ ແລະຂໍ້ຄົງຄ້າງໃນການເຄື່ອນໄຫວວຽກງານຫ້ອງຮຽນຂົງຈື ຂອງ ສມປຊ ປະຈໍາ 6 ເດືອນຕົ້ນປີ 2024 ແລະແຜນການເຝິກອົບຮົມພາສາຈີນ ປະຈໍາ 06 ເດືອນທ້າຍປີ 2024. ນອກຈາກນັ້ນ ແລ້ວກໍ່ຍັງໄດ້ກ່າວເຖິງຜົນສໍາເລັດການຈັດຕັ້ງເຝິກອົບຮົມພາສາຈີນໃຫ້ແກ່ ຄູ-ອາຈານ ສມປຊ ຈໍານວນ 3ຊຸດ, ມີ 04 ຫ້ອງຮຽນຄື:

  1. ຫ້ອງເທີມ II ແລະ IV, ຊຸດທີ 1 ເລີ່ມຕັ້ງແຕ່ວັນທີ 18/10/2023 ເຖິງ 18/01/2024 ແລະຊຸດທີ 2 ເລີ່ມຕັ້ງແຕ່ວັນທີ 11/03/2024 ເຖິງ 11/07/2024, ມີຄຸ-ອາຈານເຂົ້າຮຽນທັງໝົດ 25 ຄົນ, ຍິງ 8 ຄົນ.
  2. ຫ້ອງເທີມ II (ພາກວັນເສົາ-ອາທິດ) ເລີ່ມຕັ້ງແຕ່ວັນທີ 09/12/2024 ເຖິງ 04/03/2024, ມີລຸກຫຼານພັກນັກງານມາຮຽນທັງໝົດ 41 ຄົນ, ຍິງ 27 ຄົນ.

3.ຫ້ອງເທີມ I (ພາກວັນເສົາ-ອາທິດ) ເລີ່ມຕັ້ງແຕ່ວັນທີ 02/03/2024 ເຖິງ 15/06/2024, ມີລຸກຫຼານພັກນັກງານມາຮຽນທັງໝົດ 25 ຄົນ, ຍິງ 17 ຄົນ.

.              ການຮຽນ-ການສອນໄລຍະຜ່ານມາ ຄູ-ອາຈານ ແມ່ນໄດ້ເອົາໃຈໃສ່ຂຶ້ນຫ້ອງສິດສອນຢ່າງຕໍ່ເນື່ອງຮັບປະ ກັນການຂຶ້ນຫ້ອງຝຶກອົບຮົມໄດ້ 100% ບໍ່ມີຊົ່ວໂມງປະລະ ແລະຄູ-ອາຈານ ຍັງໄດ້ເຮັດກິດຈະກໍາຮ່ວມກັນໃນຫ້ອງຮຽນ, ນອກຫ້ອງຮຽນ ແລະຮູບແບບການສອນທີ່ຫຼາກຫຼາຍໂດຍເອົານັກຮຽນເປັນໃຈກາງ ເຊິ່ງຜ່ານການຮຽນ-ການສອນເຫັນວ່ານັກເຝິກອົບຮົມມີຄວາມຮູ້ທາງດ້ານພາສາຈີນ ແລະມີການພັດທະນາທີ່ດີຂຶ້ນເລື້ອຍໆ, ຈາກທີ່ບໍ່ມີຄວາມຮູ້ພື້ນຖານທາງດ້ານພາສາຈີນມາກ່ອນ ກໍ່ສາມາດເວົ້າ ແລະຂຽນໄດ້ໃນລະດັບພື້ນຖານ.

          ໃນຕອນທ້າຍພິທີ ທ່ານປະທານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຄະນະຈັດເຝິກອົບຮົມ ແລະນັກເຝິກ ອົບຮົມທຸກໆທ່ານທີ່ໄດ້ເອົາໃຈໃສ່ຕັ້ງໜ້າຄົ້ນຄວ້າຮ່ຳຮຽນເຊິ່ງເຮັດໃຫ້ມີຜົນສໍາເລັດ ແລະເຕັມໄປດ້ວຍບັນຍາກາດທີ່ຟົດຟື້ນ, ເຊິ່ງທ່ານໄດ້ເນັ້ນໃຫ້ນັກເຝິກອົບຮົມທັງໝົດເອົາໃຈໃສ່ ນໍາເອົາບົດຮຽນທີ່ໄດ້ຈາກການເຝິກອົບຮົມ ແລະກິດຈະກຳຕ່າງໆໃນການເຝິກອົບຮົມຄັ້ງນີ້ມາພັດທະນາຕົນເອງໃຫ້ມີຄວາມໜັກແໜ້ນທາງດ້ານພາສາຈີນພ້ອມທັງສາ ມາດຍາດແຍ້ງເອົາທຶນໄປສຶກສາໃນໄລຍະສັ້ນ ແລະໄລຍະຍາວ ຢູ່ ສປຈີນ ໃນອະນາຄົດ.

ຂ່າວ/ພາບ: ນາງ ທິດດາວອນ ດງວປະເສີດ

ບັນນາທິການ: ປທ ບຸນປັນ ສຸມຸນທອງ