ໃນຕອນແລງວັນທີ 17 ກໍລະກົດ 2024 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບສະຖາບັນຄົ້ນຄວ້າການພົວພັນສາກົນໃນໄລຍະໃໝ່ ສປ ຈີນ, ເຊິ່ງໃຫ້ກຽດຕ້ອນຮັບ ທ່ານ ປອ ຟູ ຊຽວສຽງ  ຮອງຫົວຫນ້າສະຖາບັນຄົ້ນຄວ້າການພົວພັນສາກົນໃນໄລຍະໃໝ່ ສປ ຈີນ ພ້ອມດ້ວຍຄະນະໂດຍ: ທ່ານ ປອ ຄໍາໃບ ມາລາສິງ ກຳມະການຄະນະພັກ,  ຫົວໜ້ຄະນະລັດທິສັງຄົມນິຍົມວິທະຍາສາດ ພ້ອມດ້ວຍຄະນະ, ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 16 ທ່ານ, ຍິງ 5 ທ່ານ.

         ຈຸດປະສົງໃນການມາຄັ້ງນີ້ກໍ່ເພື່ຶອເຂົ້າຮ່ວມພົບປະ ແລະແລກປ່ຽນບົດວິທະຍາສາດພາຍໃຕ້ຫົວຂໍ້: ການພັດທະນາລະບອບສັງຄົມນິຍົມ ແລະທັດສະນະ ສປປ ລາວ ຕໍ່ບັນຫາສາກົນ. ໂດຍສະເພາະແມ່ນການບໍລິຫານກ່ຽວກັບເສັ້ນທາງລົດໄຟລາວ-ຈີນ ແລະການເຜີຍແຜ່ຜົນປະໂຫຍດເສັ້ນທາງລົດໄຟ ລະຫວ່າງ ສປປລາວ ແລະສປຈີນ. ນອກນັ້ນກໍ່ມີການສົນທະນາແລກປ່ຽນກັນໄປກ່ຽວກັບຜົນສໍາເລັດຂອງການສຶກສາຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ການຄຸ້ມຄອງທາງສື່ອອນລາຍ ແລະການເຂົ້າມາແຊກແຊງຂອງບັນດາປະເທດຕາເວັນຕົກ ແລະບັນຫາອື່ນໆທີ່ກ່ຽວຂ້ອງ.

      ໃນຕອນທ້າຍພິທີ ທ່ານ ປອ ຄໍາໃບ ມາລາສິງ ກໍາມະການຄະນະພັກ,  ຫົວໜ້ຄະນະລັດທິສັງຄົມນິຍົມວິທະຍາສາດ ພ້ອມດ້ວຍຄະນະ ໄດ້ກ່າວຄໍາຂອບໃຈມາຍັງ ທ່ານ ປອ ຟູ ຊຽວສຽງ  ຮອງຫົວຫນ້າສະຖາບັນຄົ້ນຄວ້າການພົວພັນສາກົນໃນໄລຍະໃໝ່ ສປຈີນ ພ້ອມດ້ວຍຄະນະ ທີ່ໃຫ້ກຽດມາຢ້ຽມຍາມ, ແລກປ່ຽນບົດຮຽນ ເຊິ່ງທ່ານໄດ້ກ່າວຕື່ມວ່າການລົງມາພົບປະຄັ້ງນີ້ແມ່ນມີຄວາມໝາຍສໍາຄັນ ເປັນບົດຮຽນອັນລໍ້າຄ່າ ແລະຈະນໍາເອົາບົດຮຽນຄັ້ງນີ້ປະກອບສ່ວນເຂົ້າໃນການສຶກສາຄົ້ນຄວ້າຮໍ່າຮຽນ.

ຂ່າວ/ພາບ: ນາງ ທິດດາວອນ ດວງປະເສີດ

                 ບັນນາທິການ: ປທ ບຸນປັນ ສຸມຸນທອງ