ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 18 ກໍລະກົດ 2024 ຢູ່​ທີ່​ສະ​ໂມ​ສອນ​ຂອງ​ກຸ່ມ​ງານ ​ເມືອງ​ຄູນ ​ໄດ້ຈັດ​ພິທີ​ປິດ​​ເຝິກ​ອົບຮົມທິດ​ສະ​ດີກາ​ນ​ເມືອງ ​ແລະ ການ​ປົກຄອງລະບົບ 10​ ວັນ ​ໃຫ້​ແກ່ຄະນະ​ພັກ​ບ້ານ, ນາຍບ້ານ ຮຸ່ນ​ທີ II ຂອງ​ເມືອງ​ຄູນ ຢູ່​ກຸ່ມ​ງານ​ແຂວງ​ຊຽງຂວາງຂຶ້ນ ພາຍ​ໃຕ້​ການ​ເປັນ​ປະທານ​​ໂດຍ: ທ່ານ  ໜໍບີ​ຫາ ຕົ່ງ​ປາວ  ຮອງ​ເລຂາ​ພັກ​ແຂວງ ຜູ້​ຊີ້​ນຳ​ວຽກງານ​ການ​ເມືອງ-​ແນວ​ຄິດຂັ້ນ​ແຂວງ, ມີ​ທ່ານ ສີວ​ອນ ບຸດດາ​ຈັນ ກຳ​ມະກາ​ນພັກ​ແຂວງ ຫົວໜ້າ​ໂຮງຮຽນການ​ເມືອງ ​ແລະ ການ​ປົກຄອງ​ແຂວງ, ມີພະນັກງານ, ຄູ-ອາຈານ, ມີຄະນະ​ຮັບຜິດຊອບ​ຊຸດ​ຮຽນ ແລະແຂ​ກຖືກ​ເຊີນຕະຫຼອດຮອດ ນັກສຳມະ​ນາກອນ​ເຂົ້າ​ຮ່ວມທັງໝົດ 60 ສະຫາຍ, ຍິງ 20 ສະຫາຍ.

​          ໃນ​ພິທີ ຕາງໜ້າຄະນະ​ຮັບຜິດຊອບ​ຊຸດ​ຮຽນຂອງ​ເມືອງຄູນ ​ໄດ້​ຂຶ້ນ​ຜ່ານມະຕິຂອງ​ຄະນະ​ປະຈຳ​ພັກ​ແຂວງສະບັບ​ເລກທີ 76/ຄປພຂ, ລົງ​ວັນ​ທີ 16ກໍລະກົດ 2024ວ່າ​ດ້ວຍ​ ການ​ອະນຸມັດ​ປິດ​ຊຸດ​ເຝິກອົບຮົມ​ທິດ​ສະ​ດີກາ​ນ​ເມືອງ ​ແລະ ການ​ປົກຄອງ​ໃຫ້​ແກ່​ຄະນະ​ພັກ​ບ້ານ, ນາຍບ້ານ ຮຸ່ນ​ທີ IIຂອງ​ເມືອງ​ຄູນຢູ່​ກຸ່ມ​ງານ. ພ້ອມ​ນັ້ນ, ທ່ານ​ ບຸນ​ຊູ ອິດ​ທິພົນ ຮອງ​ຫົວໜ້າ​ໂຮງຮຽນການ​ເມືອງ ​ແລະ ການ​ປົກຄອງ​ແຂວງ ຕາງໜ້າ​ໃຫ້​ຄະນະ​ຮັບ​ຜິດ​ຊອບ​ຊຸດ​ຮຽນກໍ໋​ໄດ້​ຂຶ້ນ​ຜ່ານບົດ​ສະຫຼຸບການຈັດ​ຕັ້ງ​ປະຕິບັດ​ໂຄງການຫຼັກສູດ​ການ​ຮຽນ-ການ​ສອນ ​ໂດຍ​ໃຫ້​ຮູ້​ວ່າ ຊຸດ​ເຝິກອົບຮົມ​ນີ້ ໄດ້​ເລີ່​ມ​ເປີດ​ຢ່າ​ງ​ເປັນ​ທາງ​ການ ​ແລະຈັດ​ຕັ້ງການ​ຮຽນ-ການ​ສອນ​ມາ​ແຕ່​ວັນ​ທີ 5ກໍລະ​ກົດ 2024ເຖິງ​ວັນ​ທີ 18ກໍລະກົດ 2024​ພາຍ​ໃຕ້​ການ​ສົມທົບ​ກັນ ​ລະຫວ່າງ ​ໂຮງຮຽນການ​ເມືອງ ​ແລະ ການ​ປົກຄອງ​ແຂວງ ກັບ​ຄະນະ​ປະຈຳ​ພັກ​ເມືອງ​ຄູນ ​ໂດຍທາງ​ໂຮງຮຽນ​ໄດ້ແມ່ນຮັບຜິດຊອບ​ທາງ​ດ້ານ​ວິຊາ​ການ ສ່ວນເມືອງ​ຄູນແມ່ນຮັບຜິດຊອບ​ທາງ​ດ້ານ​ບຸກຄະລາ​ກອນ​ເຂົ້າ​ເຝິກອົບຮົມ ​ແລະດ້ານ​ງົບ ປະມານ. ຊຸດ​ເຝິກອົບຮົມ​​ປະກອບ​ມີ 3ກຸ່ມ​ວິຊາ​ຮຽນຄື: ໜຶ່ງ, ກຸ່ມ​ວິຊາພື້ນຖານ​ທິດ​ສະ​ດີ ​ແລະທິດ​ທາງ​ລວມປະກອບ​ມີ 5 ບົດ; ສອງ, ກຸ່ມ​​ວຽກງານ​ພັກ-ພະນັກງານປະກອບ​ມີ 7ບົດ; ສາມ, ກຸ່ມ​ວຽກງານ​ບໍລິຫານ ​ແລະ ການ​ປົກຄອງປະກອບ​ມີ 8 ບົດລວມທັງໝົດ ມີ 20 ບົດ (20 ຫົວ​ຂໍ້), ສຳ​ມະ​ນາ ແລະ​ແກ້​ຂໍ້​ຂ້ອງ​ໃຈລວມ 4ຊົ່ວ​​ໂມງ.​ ໃນ​ຫ້ອງ​ຮຽນຈັດ​ຕັ້ງ​ເປັນ 1 ຫ້ອງແບ່ງ​ເປັນ 5ຈຸ​ຄົ້ນຄວ້າ, ມີ​ຜູ້​ເຂົ້າ​​ເຝິກອົບຮົມທັງໝົດ 47 ສະຫາຍ, ຍິງ 16ສະຫາຍ ມາ​ຈາກ 10 ກຸ່ມບ້ານ ພາຍ​ໃນ​ກຸ່ມງານຂອງເມືອງ​ຄູນ. ຫຼັງຈາກ​ນັ້ນ, ທ່ານ ສີວ​ອນ ບຸດ​ດາ​ຈັນ ກຳມະກາ​ນພັກ​ແຂວງ ຫົວໜ້າ​ໂຮງຮຽນການ​ເມືອງ ​ແລະ ການ​ປົກຄອງ​ແຂວງ ກໍ່​ໄດ້​ໃຫ້ກຽດຂຶ້ນ​ມອບ​ໃບ​ຢັ້ງຢືນໃຫ້​ແກ່​ນັກ​ສຳ​ມະ​ນາກ​ອນຜູ້​ທີ່​ສຳ​ເລັດ​ການ​ເຝິກອົບຮົມ​ທິດ​ສະ​ດີກາ​ນ​ເມືອງ ​ແລະ ການ​ປົກຄອງລະບົບ 10​ວັນໃນ​ຄັ້ງ​ນີ້ອີກ​ດ້ວຍ.

​          ໃນ​ຕອນ​ທ້າຍ​ພິທີ ທ່ານ  ໜໍບີ​ຫາ ຕົ່ງ​ປາວ  ຮອງ​ເລຂາ​ພັກ​ແຂວງ ຜູ້​ຊີ້​ນຳ​ວຽກງານ​ການ​ເມືອງ-​ແນວ​ຄິດຂັ້ນ​ແຂວງ ​ກໍ່​ໄດ້​ໃຫ້ກຽດ​ໂອ້​ລົມ​ຕໍ່ພິທີ ເຊິ່ງທ່ານ​ກໍ່​ໄດ້​ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍມາ​ຍັງ​ຄະນະ​ພັກ, ຄະນະ​ນຳ​ຂອງ​ເມືອງ​ຄູນ, ຄະນະ​ພັກ, ຄະນະ​ນຳ  ພະນັກ​ງານ, ຄູ-ອາຈານ ​ໂຮງຮຽນການ​ເມືອງ ​ແລະ ການ​ປົກ ຄອງ​ແຂວງ, ຄະນະ​ຮັບຜິດຊອບ​ຊຸດຮຽນທີ່​ຍາມ​ໃດ​ກໍ່​ໄດ້​ເອົາ​ໃຈ​ໃສ່ຍົກ​ລະດັບ​ຄວາມຮູ້, ຄວາມສາມາດໃຫ້ແກ່ພະນັກງານ, ສະມາຊິກ​ພັກ​ຢູ່​ຂັ້ນ​ບ້ານ ເວົ້າ​ລວມ, ​ເວົ້າ​ສະ​ເພາະກໍ່​ແມ່ນ​ຍົກ​ລະດັບ​ທາງ​ດ້ານ​ທິດ​ສະ​ດີກາ​ນ​ເມືອງ ​ແລະ ການ​ປົກຄອງ ແລະກໍ່ສະ​ແດງ​ຄວາມ​ຍ້ອງຍໍ​ຊົ​ມ​ເຊີຍ​ຕໍ່ນັກ​ສຳ​ມະ​ນາກ​ອນຜູ້​ທີ່​ສຳ​ເລັດ​ການ​ເຝິກອົບຮົມ ​ພ້ອມ​ນີ້ທ່ານ​ກໍ່​ຍັງ​ໄດ້​ເນັ້ນໜັກບາງ​ບັນຫາດັ່ງນີ້:

  1. ​ເປັນ​ເຈົ້າ​ການ​ຄົ້ນຄວ້າ, ກຳ​ແໜ້ນ ​ແລະຈັດ​ຕັ້ງ​ຜັນ​ຂະຫຍາຍ​ບົດຮຽນທີ່​ໄດ້​ຮຽນມາ​ ເພື່ອ​ຄວາມ​ເປັນ​ເອກະ​ພາບກັນໃນ​ການ​ປະຕິບັດ​ວຽກງານ​ຕົວ​ຈິງ ​ເພື່ອໃຫ້​ເກີດ​ມີ​ການ​ຫັນປ່ຽນທີ່​ຕັ້ງໜ້າ, ມີ​ການ​ປັບປຸງ​ວຽກງານ​ໄປ​ໃນ​ທາງ​ທີ່​ດີ​ຂຶ້ນ.
  2. ສືບຕໍ່​ເຝິກຝົນຫຼໍ່ຫຼອມຕົນ​ເອງທາງ​ດ້ານ​ຄວາມ​ຮູ້, ຄວາມ​ສາມາດ, ຄຸນ​ທາດ​ການ​ເມືອງ, ຄຸນສົມບັດສິນ​ທຳ​ປະຕິວັດ ​ແລະແບບ​ແຜນ​ວິທີ​ເຮັດ​ວຽກ ​ເພື່ອ​ກຽມພ້ອມ​ເປັນ​ພະນັກງານຫຼັກ​ແຫຼ່ງທີ່​ດີຢູ່​ພາຍ​ໃນ​ບ້ານ​ຂອງ​ຕົນ.
  3. ຕັ້ງໜ້າພັດທະນາ ​ແລະຍົກ​ລະດັບ​ຄວາມ​ຮູ້, ຄວາມ​ສາມາດ​ຂອງ​ຕົນທາງ​ດ້ານ​ວິຊາ​ສະ​ເພາະຄຽງຄູ່​ກັບ​ການ​ຮຽນຮູ້ ​ເອົາ​ວິທະຍາສາດ ​ແລະວິຊາ​ການ​ອັນ​ກ້າວໜ້າ​ໃໝ່ໆ ​ເພື່ອ​ໃຫ້​ທັນ​ກັບ​ສະພາບ​ການ​ປ່ຽນ​ແປງ​ໃໝ່ຕາມ​ເງື່ອນ​ໄຂ​ໃນ​ປັດຈຸບັນ.
  4. ຕັ້ງໜ້າຍົກ​ລະດັບ​ຄວາມ​ຮູ້​ຂອງ​ຕົນໃຫ້​ສູງ​ຂຶ້ນ​ຢ່າງ​ບໍ່ຢຸດ​ຢັ້ງ ໝາຍວ່ານຳ​ເອົາ​ຄວາມ​ຮູ້ ທີ່​ໄດ້​ຮຽນມາ​ໄປ​ນຳ​ໃຊ້​ໃນ​ ພຶດຕິ​ກຳ​ຕົວ​ຈິງ ​ແລະປັບປຸງ​ມັນ​ໃຫ້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ.

     ຈາກ​ນັ້ນ ທ່ານ​ກໍ່​ໄດ້​ກ່າວ​ປິດ​ບັ້ນ​ເຝິກ​ອົບຮົມທິດ​ສະ​ດີກາ​ນ​ເມືອງລະບົບ 10ວັນ​ ຄັ້ງ​ນີ້​ຢ່າງ​ເປັນທາງ​ການເຊິ່ງພິທີ​ດັ່ງກ່າວ​ໄດ້​ດຳ​ເນີນ​ໄປ​ເປັນ​ເວລາ​ເຄິ່ງວັນ​ກໍ່ສຳ​ເລັດລົງ​ຢ່າງ​ຈົບງາມ.

ພາບ-ຂ່າວ: ​ໄຊ​ສົມ​ແພງ ສີ​ສົມບັດ ​ໂຮງຮຽນການ​ເມືອງ ​ແລະ ການ​ປົກຄອງແຂວງ​ຊຽງຂວາງ