ພິທີເລື່ອນສະມາຊິກພັກສໍາຮອງ ຂຶ້ນເປັນສະມາຊິກພັກສົມບູນ ຂອງໜ່ວຍພັກຮາກຖານສູນຂໍ້ມູນຂ່າວສານການ ເມືອງ ແລະການປົກຄອງ ແລະສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໄດ້​ຈັດ​ຂຶ້ນຂອງຕອນເຊົ້າວັນ​ທີ 25 ກໍລະກົດ 2024 ທີ່ຫ້ອງປະຊຸມຊັ້ນ 3 ຕຶກຫ້ອງການ ສມປຊ, ໃຫ້​ກຽດ​ເປັນປະທານໂດຍ: ສະຫາຍ ປອ ດາວສະ ຫວັນ ເຄືອມີໄຊ, ຄະນະປະຈໍາພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີແຂກ​ຖືກ​ເຊີນຈາກຕາງໜ້າໜ່ວຍພັກບັນດາຄະນະວິຊາຕ່າງໆ, ກົມ ແລະສະມະຊິກພັກພາຍໃນໜ່ວຍພັກລວມທັງໝົດ 21 ສະຫາຍ, ຍິງ 10 ສະຫາຍ.

          ໃນກອງປະຊຸມ ສະຫາຍ ປທ ນ.ຈອນນີ ໄຊຍະຈັກ ຮອງຫົວໜ້າພະແນກພັກ ແລະປ້ອງກັນພັກ ໄດ້ຂຶ້ນຜ່ານມະ ຕິຕົກລົງຂອງອົງຄະນະພັກ ສມປຊ ວ່າດ້ວຍການເລື່ອນສະມາຊິກພັກສໍາຮອງ ຂຶ້ນເປັນສະມາຊິກພັກສົມບູນຈຳນວນ 1 ສະຫາຍ ແລະສະຫາຍ ປອ ນ. ລໍາພູນ ດວນສຸວັນ ເລຂາໜ່ວຍພັກຮາກຖານສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ແລະສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ຫົວໜ້າສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ຂື້ນກ່າວຮັບເອົາສະມາຊິກພັກສົມບູນ ແລະໄດ້ມອບມະຕິຕົກລົງເລື່ອນຂຶ້ນເປັນສະມາຊິກພັກສົມບູນ ວັນທີ 24 ກໍລະກົດ 2024ໃຫ້ແກ່ສະຫາຍ ວຽງພັນ ຈິດສະດີ.

          ຕອນທ້າຍ ທ່ານ ປະທານໄດ້ມີຄຳເຫັນໂອ້ລົມຕໍ່ສະມາຊິກພັກສົມບູນໃໝ່ ແລະສະມາຊິກພາຍໃນໜ່ວຍພັກຮາກຖານສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ແລະສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານຄື:

  • ຕໍ່ກັບສະມາຊິກພັກສົມບູນໃໝ່.
  • ຕ້ອງກໍາໄດ້ບັນດາກົດລະບຽບຂອງພັກ ແລະເຊື່ອມຊຶມບັນດາມະຕິ, ກົດລະບຽບຂອງພັກ ແລະເນື້ອໃນຈິດໃຈແນວທາງຂອງພັກ;
  • ສືບຕໍ່ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງນັບທັງຄວາມຮູ້, ຄວາມສາມາດຢ່າງຮອບດ້ານ ລວມທັງແບບ ແຜນການດໍາລົງຊີວິດ;
  • ປະກອບສ່ວນເຂົ້າໃນການປັບປຸງກໍ່ສ້າງພັກຕາມ 5 ທິດນໍາ 3 ຫຼັກການ ແລະຕ້ອງມີການໄກ້ຊິດຕິດແທດກັບປະຊາຊົນ;
  • ກໍາແໜ້ນນະໂຍບາຍການຕ່າງປະເທດຂອງພັກ ແລະເອົາໃຈໃສ່ເຂົ້າຮ່ວມຊີວິດພາຍໃນຈຸພັກ ແລະໜ່ວຍພັກ.
  • ຕໍ່ກັບສະມາຊິກພັກພາຍໃນໜວ່ຍ.

            1) ໃຫ້ສືບຕໍ່ກໍ່ສ້າງຊ່ວຍເຫຼືອສະມະຊິກພັກສົມບູນໃໝ່ ແລະເພີ່ມທະວີຄວາມສາມັກຄີພາຍໃນໜ່ວຍ;

            2) ສືບຕໍ່ຊຸກຍູ້ກໍ່ສ້າງໜ່ວຍພັກປອດໃສ, ໜັກແໜ້ນ, ເຂັ້ມແຂງໂດຍເນັ້ນຄຸນນະພາບເປັນກົກ. ນອກ ຈາກນັ້ນ, ທ່ານຍັງໄດ້ເນັ້ນໜັກເຖິງບັນດາໜ່ວຍພັກຮາກຖານພາຍໃນ ສມປຊ ໃຫ້ກຽມຄວາມພ້ອມໃນການຈັດກອງປະຊຸມໃຫຍ່ຂອງໜ່ວຍພັກຮາກຖານຕົນເອງ.

ຂ່າວ/ພາບ: ນາງ ທິດດາວອນ ດວງປະເສີດ

ບັນນາທິການ: ປທ ບຸນປັນ ສຸມຸນທອງ