ໃນຕອນ​ບ່າຍ​ຂອງ​ວັນ​ທີ 11 ກໍ​ລະ​ກົດ 2024 ທີ​ຜ່ານ​ມານີ້ ຢູ່​ໂຮງ​ຮຽນ​​ການ​ເມືອງ​ ແລະການ​ປົກ​ຄອງ​ແຂວງ​ໄຊ​ຍະ​ບູ​ລີ​ໄດ້ຈັດຕັ້ງ​ພິ​ທີ​ປິດ​ຊຸດຮຽນ​ແລະ​​ໄດ້ມອບ​ຮັບ​ໃບຢັ້ງ​ຢືນ​​ທິດ​ສະ​ດີ​ຂັ້ນ​ຕົ້ນ​ຮູ່ນ​ທີII, ພາຍໃຕ້ການເປັນປະທານ ຂອງ ສະຫາຍ ອາ​ເມ​ຊົງເຢຍ​ເລັງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີ ສະຫາຍ ປອ ສີສອນພັນ ບຸນສີ ກໍາມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ມີສະຫາຍ ເສນ ພັນລັກ ເລຂາພັກເມືອງ ວ່າການເຈົ້າເມືອງ ເມືອງໄຊຍະບູລີ, ມີຜູ້ຕາງໜ້າຈາກບັນດາພະແນກການອ້ອມຂ້າງແຂວງ, ພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.

         ສະຫາຍ ປທ ໄຊພອນ ມະນີວົງ ຮອງຫົວໜ້າໂຮງຮຽນ,  ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຫຼັກສູດການຮຽນການສອນໃນລະບົບຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ II ຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ ໃນໄລຍະທີ່ຜ່ານມາ ເຊິ່ງມີເນື້ອໃນບາງຕອນວ່າ: ​ຊຸດຮຽນທິດສະດີການເມືອງຂັ້ນຕົ້ນ  ຊຸດທີ II ມີນັກສຶກສາທັງໝົດ 50 ສະຫາຍ ຍິງ 12 ສະຫາຍ, ເຊິ່ງມາຈາກບັນດາພະແນກການອ້ອມຂ້າງແຂວງ ແລະບັນດາເມືອງພາຍໃນແຂວງໄຊຍະບູລີ; ໃນລະບົບຮຽນ ມີ​ທັງ​ໝົດ 14 ວິຊາຄື:

  1. ວິຊາປັດຊະຍາມາກ-ເລນິນມີ 17 ຊົວ​ໂມງ,
  2. ວິ​ຊາ ​ທິດ​ສະ​ດີ​ລັດ​ແລະ​ກົດ​ໝາຍມີ​ 20 ຊົວໂມງ,
  3. ​ ວິ​ຊາ​​ ການບໍ​ລິ​ຫານ​ອົງ​ການ 14 ຊົວ​ໂມງ.
  4. ວິ​ຊາ​ ລັດ​ທິ​ສັງ​ຄົມ​ນິ​ຍົມ​ວິ​ທະ​ຍາ​ສາດ​ມີ 24 ຊົວ​ໂມງ​.
  5. ວິ​ຊາສັງ​ຄົມ​ສາດມີ 21 ຊົວ​ໂມງ​.
  6. ວິ​ຊາ ​ພົວ​ພັນ​ສາ​ກົນມີ 20 ຊົ່ວ​ໂມງ.
  7. ວິ​ຊາ​ ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ 24 ຊົວ​ໂມງ.
  8. ວິ​ຊາແນ​ວ​ຄິດ​ໄກ​ສອນພົມ​ວິ​ຫານ 46 ຊົວ​ໂມງ.
  9. ວິ​ຊາປະ​ຫວັດ​ສາດ​ພັກແລະ​ກໍ່​ສ້າງ​ພັກ​ມີ65ຊົວ​ໂມງ.
  10. ວິ​ຊາເສດ​ຖະ​ສາດ​ການ​ເທືອງ​ມາກ​ເລ​ນີນ 51 ຊົວ​ໂມງ.
  11. ວິ​ຊາ ​ຄຸ້ມ​ຄອງ​ເສດ​ຖະ​ກິດມີ 12 ຊົມ​ໂມງ
  12. ວິ​ຊາ​ ການ​ເມືອງວິ​ທະ​ຍາ​ມີ 13 ຊົວ​ໂມງ
  13. ວິ​ຊາການຄຸມ​ຄອງ​ບໍ​ລິ​ຫານ​ລັດ​ມີ 17 ຊົວ​ໂມງ
  14.  ວິ​ຊາເຕັກ​ນີກ​ບໍ​ລິ​ຫານ​ມີ 7 ຊົວ​ໂມງ.

          ລວມທັງໝົດມີ 351 ຊົ່ວໂມງ. ຜ່ານການສຶກສາຮໍ່າຮຽນໄດ້ສ້າງຄວາມເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານໃຫ້ແກ່ນັກສຶກສາຢ່າງເລິກເຊິ່ງໃນລະດັບຂັ້ນພື້ນຖານ, ເຊິ່ງໄດ້ສະແດງອອກໃນການສອບເສັງຂັ້ນສຸດທ້າຍທີ່ມີນັກສຶກສາໄດ້ຄະແນນລະດັບດີເລີດ (Grad A)ຈໍານວນ39 ຄົນຍີງ 13 ຄົນ ລະດັບດີຫຼາຍ (Grad B+)ຈໍານວນ 11 ຄົນຍີງ 1 ຄົນ. ນອກນີ້ຍັງໄດ້ຍ້ອງຍໍ​ນັກ​ສຶກ​ສາ​ຮຽນເກັ່ງ-ມີວິໄນດີຈຳ​ນວນ 11 ສະ​ຫາຍຍິງ 3 ສະ​ຫາຍ.

          ໃນຕອນທ້າຍຂອງພິທີ ສະຫາຍປະທານກອງປະຊຸມໄດ້ມີຄໍາເຫັນໂອ້ລົມ ເຊິ່ງສະຫາຍໄດ້ເນັ້ນໜັກບາງດ້ານວ່າ: ຂໍໃຫ້ນັກສຶກສາທີ່ຮຽນຈົບໃນຄັ້ງນີ້ ນໍາເອົາຄວາມຮູ້ທີ່ໄດ້ຮຽນມານໍາໄປ​ມູນ​ໃຊ້ເຂົ້າໃນວຽກງານທີ່ຕົນຮັບຜິດຊອບ, ເພື່ອໃຫ້ການປະຕິບັດໜ້າທີ່ວຽກງານເດີນໄປຖືກທິດທາງຕາມທີ່ພັກເຮົາໄດ້ກຳນົດໄວ້, ເມື່ອນັ້ນພວກເຮົາຈຶ່ງຈະນໍາເອົາຜົນປະໂຫຍດມາສູ່ປະເທດຊາດ ແລະປະຊາຊົນ, ການນໍາເອົາຜົນປະໂຫຍດມາສູ່ປະເທດຊາດ ແລະປະຊາຊົນ ເມື່ອນັ້ນ ປະຊາຊົນຈຶ່ງຈະສະໜັບສະໜູນ ແລະເປັນກຳລັງແຮງ​ໃຈໃຫ້ແກ່ພັກເຮົາ. ອັນນັ້ນ, ແມ່ນສິ່ງຄໍ້າປະກັນໃຫ້ພັກເຮົາຄົງຕົວ ແລະຂະຫຍາຍຕົວຂຶ້ນໄປເລື່ອຍໆ.

ພາບ​ /ຂ່າວ​: ວັດ​ທະ​ນາພັນ​ລັກ

ບັນ​ນາ​ທິ​ການ​: ປທ ບຸນປັນ ສຸມຸນທອງ