ໃນຕອນເຊົ້າຂອງວັນທີ 26/07/2024 ໜ່ວຍພັກຮາກຖານ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ແລະ ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ II ຂອງຕົນຂຶ້ນ, ພາຍໃຕ້ການເປັນປະທາຂອງ ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ສະຫາຍ ປອ ນາງ ລໍາພູນ ດວນສຸວັນ ເລຂາໜ່ວຍພັກຮາກຖານສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ແລະສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ສະຫາຍ ປທ ນາງ ພອນໄຊ ລາດຊະວົງ ກໍາມະການຄະນະພັກ ສມປຊ, ຫົວໜ້າກົມຈັດຕັ້ງ-ພະນັກງານ, ມີຜູ້ຕາງໜ້າຈາກບັນດາໜ່ວຍພັກຮາກຖານ ອ້ອມຂ້າງອົງຄະນະພັກ ສມປຊ ແລະສະມາຊິກພັກພາຍໃນໜ່ວຍພັກຮາກຖານເຂົ້າຮ່ວມຢ່າງພ້ອມພຽງ.

          ສະຫາຍ ປອ ນາງ ລໍາພູນ ດວນສຸວັນ ເລຂາໜ່ວຍພັກຮາກຖານສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ແລະສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ໄດ້ຂຶ້ນຜ່ານຮ່າງບົດລາຍງານການເມືອງ ທັງ 2 ພາກ, ໂດຍໄດ້ຍົກໃຫ້ເຫັນຜົນສໍາເລັດໃນແຕ່ລະດ້ານ ໃນການນໍາພາ-ຊີ້ນໍາ ຕະຫຼອດໄລຍະທີ່ຜ່ານມາ (2019-2024) ເປັນຕົ້ນແມ່ນນໍາພາວຽກງານການເມືອງແນວຄິດ ເຊິ່ງຄະນະໜ່ວຍພັກຮາກຖານໄດ້ຖືວຽກນີ້ເປັນວຽກງານກົກ ໂດຍນໍາພາສະມາຊິກເຂົ້າຮ່ວມເຊື່ອມຊຶມບັນດາເອກະສານສໍາຄັນຕ່າງໆຂອງພັກ-ລັດວາງອອກໄດ້ 80 ກວ່າຄັ້ງ, ມີ 132 ເນື້ອໃນເອກະສານ, ນອກນີ້ ຍັງມີການເຊື່ອມຊຶມພາຍໃນໜ່ວຍພັກໄດ້ 10 ຄັ້ງ, ມີ 14 ເນື້ອໃນເອກະສານ, ຈາກການເຊື່ອມຊຶມບັນດາເອກະສານຕ່າງໆນັ້ນ ເຮັດໃຫ້ສະມາຊິກພັກພາຍໃນໜ່ວຍພັກມີຄວາມໜັກແໜ້ນທາງດ້ານການເມືອງ ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີຄວາມອຸ່ນອ່ຽນທຸ່ນທ່ຽງຕໍ່ສະພາບການທີ່ຍຸ້ງຍາກທ້າທ້າຍ, ຕັ້ງໜ້າປະຕິບັດໜ້າທີ່ການເມືອງທີ່ການຈັດຕັ້ງມອບໝາຍໃຫ້ ເຮັດໃຫ້ໜ່ວຍພັກເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ ເຊິ່ງຕະຫຼອດໄລຍະສະໄໝກອງປະຊຸມຄັ້ງທີ I ທີ່ຜ່ານມາສາມາດຂະຫຍາຍພັກໄດ້ 16 ສະຫາຍ, ຍິງ 6 ສະຫາຍ. ນອກນີ້, ຍັງໄດ້ນໍາພາ-ຊີ້ນໍາ 2 ອົງຈັກລັດຂັ້ນກົມຄື: ສູນຂໍ້ມູນຂ່າວສານການເມືອງ-ການປົກຄອງ ແລະ ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ປະຕິບັດໜ້າທີ່ວຽກງານວິຊາສະເພາະ ເຊິ່ງໄດ້ຍາດໄດ້ຜົນງານຫຼາຍດ້ານເປັນຕົ້ນ ການສະໜອງຂໍ້ມູນຂ່າວສານ, ບໍລິການຫໍສະໝຸດ, ຄຸ້ມຄອງ ແລະສະໜອງຕໍາລາຮຽນໃຫ້ລະບົບໂຮງຮຽນພັກໃນຂອບເຂດທົ່ວປະເທດ, ການຄົ້ນຄວ້າຄິດໄກສອນ ພົມວິຫານ ສໍາເລັດຈັດພິມເປັນປຶ້ມ 8 ຫົວຂໍ້ໃຫຍ່ ໃນ 8 ຂົງເຂດ, ຜ່ານສະພາທິດສະດີສູນກາງ 7 ຫົວຂໍ້ໃຫຍ່ ເພື່ອຈັດພິມເປັນປຶ້ມ ແລະກຳລັງດຳເນີນການຄົ້ນຄວ້າອີກ 4 ຫົວຂໍ້ໃຫຍ່, ສໍາເລັດການຕີພິມນິພົນຄົບຊຸດ ໄກສອນ ພົມວິຫານ ໄດ້ 6 ເຫຼັ້ມ; ວຽກງານຄົ້ນຄວ້າວິທະຍາສາດ ຄະນະໜ່ວຍພັກຮາກຖານໄດ້ນໍາພາ, ຊຸກຍູ້ສະມາຊິກພາຍໃນໜ່ວຍພັກຮາກຖານ ສຂມປ-ສນຫ ຄົ້ນຄວ້າ ຂີດຂຽນຢ່າງເປັນຂະບວນຟົດຟື້ນ ເປັນຕົ້ນແມ່ນ:ຂຽນບົດວາລະສານໄດ້ 72 ບົດ, ບົດວິທະຍາສາດໄດ້ 19 ບົດ, ຊີ້ນໍາບົດປ້ອງກັນໃນລະບົບຮຽນຕ່າງໆ ໄດ້ 84 ບົດ, ຂຽນປຶ້ມຕໍາລາແບບຮຽນ ໄດ້ 11 ເຫຼັ້ມ, ຍາດເວລາຂຶ້ນຫ້ອງສິດສອນໃນລະບົບຮຽນຕ່າງໆ ໄດ້ 3.340 ຊົ່ວໂມງ.

          ນອກຈາກຜົນງານທີ່ຍາດມາໄດ້ໃນບົດລາຍງານການເມືອງຍັງໄດ້ຍົກໃຫ້ເຫັນຈຸດຂາດຕົກບົກພ່ອງ ແລະຂໍ້ຄົງຄ້າງທີ່ບໍ່ສາມາດບັນລຸໄດ້, ພ້ອມທັງຍົກໃຫ້ເຫັນສາເຫດທີ່ພາໃຫ້ມີດ້ານດີ ແລະດ້ານອ່ອນ ແລະບົດຮຽນທີ່ຖອດຖອນໄດ້.

          ນອກນີ້, ສະມາຊິກພັກພາຍໃນໜ່ວຍພັກຖານທັງໝົດ 27 ສະຫາຍ, ຍິງ 14 ສະຫາຍ, ຍັງໄດ້ໃຊ້ສິດປະຊາທິປະໄຕເລືອກຕັ້ງເອົາຄະນະໜ່ວຍພັກຮາກຖານຊຸດໃໝ່, ໂດຍມີຜູ້ລົງຮັບສະໝັກເລືອກຕັ້ງ 5 ສະຫາຍ, ຍິງ 3 ສະຫາຍ, ເລືອກເອົາ 3 ສະຫາຍ; ກອງປະຊຸມຄັ້ງປະຖົມມະລືກໄດ້ເລືອກເອົາສະຫາຍ

  1. ສະຫາຍ ປອ ນາງ ລໍາພູນ ດວນສຸວັນ ເປັນເລຂາ,
  2. ສະຫາຍ ປທ ນາງ ວະໄລລັກ ອະໄພ ເປັນຮອງເລຂາ ທັງເປັນຜູ້ກວດກາ,
  3. ສະຫາຍ ປທ ທະວີພອນ ສຸດທິວົງນໍລາດ ເປັນ ຄະນະ.

          ໃນຕອນທ້າຍກອງປະຊຸມໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ປະທານກອງປະຊຸມ ເຊິ່ງສະຫາຍໄດ້ເໜັ້ນໜັກ 4 ບັນຫາໃຫຍ່ຄື:

  1. ເພີ່ມທະວີວຽກງານສຶກສາອົບຮົມການເມືອງແນວຄິດ, ສ້າງຄວາມຕື່ນຕົວໃຫ້ແກ່ສະມາຊິກພາຍໃນຮາກຖານ, ກຳໄດ້ແນວຄິດບັນດາເປົ້າໝາຍ ເພື່ອໃຫ້ການຊີ້ນໍາ, ສຶກສາອົບຮົມ ກໍ່ສ້າງໃຫ້ໄດ້ ບໍ່ໃຫ້ສະມາຊິກຕົກໄປຢູ່ໃນສະພາບທີ່ອ່ອນເພຍ ແລະຫງໍ້ຫງ່ຽງ.
  2. ເອົາໃຈໃສ່ປັບປຸງກໍ່ສ້າງພາຍໃນໜ່ວຍພັກ ໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ ເລີ່ມທີ່ສະມາຊິກ, ຮ່ວມຊີວິດການເມືອງເມືອງໃຫ້ເປັນປົກກະຕິ, ຮັບປະກັນໃຫ້ໄດ້ 3 ລັກສະນະ.
  3. ຍຶດໝັ້ນການກໍ່ສ້າງພັກໃຫ້ໄດ້ຕາມ 5 ຫຼັກການ, 3 ທິດນຳ, ໂດຍແບ່ງຄວາມຮັບຜິດຊອບ, ແບ່ງໜ້າທີ່ພາຍໃນຄະນະໜ່ວຍພັກຢ່າງຄັກແນ່.
  4. ຍົກສູງຄວາມຮັບຜິດຊອບຕາມພາລະບົດບາດຂອງ 2 ກົງຈັກລັດ, ປະຕິບັດວິຊາສະເພາະໃຫ້ມີຄວາມສໍາເລັດຜົນຕາມແຜນການທີ່ວາງໃວ້.

 

ພາບ/ຂ່າວ: ພະແນກຄົ້ນຄວ້າວິໄຈຂ່າວ

ບັນນາ: ປທ ບຸນປັນ ສຸມັນທອງ ຮອງຫົວໜ້າສູນຂໍ້ມູນຂ່າວສານ.