ໃນລະຫວ່າງວັນທີ 15-19 ກໍລະກົດ 2024 ການນໍາຂັ້ນສູງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ນໍາພາໂດຍ ທ່ານ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈຳພັກ, ຮອງຫົວໜ້າ ສະຖານບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ພ້ອມຄະນະໄປຢ້ຽມຢາມແລກປ່ຽນບົດຮຽນການຄົ້ນຄວ້າວິທະຍາສາດ ຢູ່ໂຮງຮຽນການປົກຄອງແຂວງຢຸນນານ ສປ ຈີນ. ໃຫ້ກຽດຕ້ອນຮັບຂອງ ທ່ານ ຢາງຈີ້ ຮອງປະທານຄະນະບໍລິຫານງານພັກແຂວງ ຢຸນນານ, ຜູ້ປະຈໍາການ, ຮອງຫົວໜ້າໂຮງຮຽນການປົກຄອງ ແຂວງຢຸນນານ, ສປ ຈີນ ພ້ອມຄະນະໂຮງຮຽນ.

         ທ່ານ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈຳພັກ, ຮອງຫົວໜ້າ ສະຖານບັນການເມືອງ ແລະການປົກຄອງແຫ່ງຊາດລາວ ໄດ້ເນັ້ນໜັກຕໍ່ກັບສາຍພົວພົນຂອງສອງສະຖາບັນຂອງພວກເຮົາ ໃນການເອົາໃຈໃສ່ເສີມຂະຫຍາຍການຮ່ວມມື ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ພວກເຮົາໄດ້ມີສາຍພົວພັນຮ່ວມມືຂອງສອງສະຖາບັນ ຢູ່ພາຍໃຕ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະການເປັນຄູ່ຮ່ວມຍຸດທະສາດ ຮອບດ້ານໜັ້ນຄົງຍາວນານຕາມທິດ 4 ດີ, ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ. ພວກເຮົາເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ຕິດພັນກັບການແລກປ່ຽນດ້ານການຄົ້ນຄວ້າວິທະຍາສາດ, ຊອກຮູ້ບົດຮຽນເຊິ່ງກັນ ແລະກັນໃນບັນຫາທີ່ສອງຝ່າຍເຫັນວ່າມີຜົນປະໂຫຍດ, ທັງເປັນການຊ່ວຍເປັນເສນາທິການ ໃຫ້ແກ່ພັກ, ລັດຖະບານ ໃນບັນຫາດັ່ງກ່າວ.

ຈຸດປະສົງໃນການໄປຄັ້ງນີ້ກໍ່ເພື່ຶອຢ້ຽມຢາມ, ເຂົ້າຮ່ວມພົບປະ ແລະແລກປ່ຽນບົດວິທະຍາສາດພາຍໃຕ້ຫົວຂໍ້: “ການພັດທະນາເສດຖະກິດຕາມທິດທັນສະໄໝ ຢູ່ ສປປ ລາວ ແລະ ສປ ຈີນ” ໂດຍສະເພາະແມ່ນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງຢູ່ ສປປ ລາວ, ຫັນເປັນທັນສະໄໝໃນການຄຸ້ມຄອງງົບປະມານ ຢູ່ ສປປ ລາວ, ພັດທະນາການທ່ອງທ່ຽວແບບຍືນຍົງຢູ່ ສປປ ລາວ, ວັດທະນະທຳ-ປະຫວັດສາດ ແລະຂະບວນການຕົ້ນຕໍໃນການປະຕິຮູບລະບຽບດ້ານງົບປະມານຂອງຈີນ, ຜົນສຳເລັດຕົ້ນຕໍໃນການປະຕິຮູບລະບຽບການດ້ານງົບປະມານຂອງຈີນ, ບູລະນະລະບົບການຄຸ້ມຄອງງົບປະມານແບບທັນສະໄໝຂອງ ຈີນໃນອະນາຄົດ. ເຊິ່ງນັກວິທະຍາສາດ 2 ສະຖາບັນການສຶກສາຂອງ 2 ພັກລາວ-ຈີນ ໄດ້ມີຄໍາເຫັນແລກປ່ຽນບົດຮຽນນໍາກັນ ໃນບັນຫາດັ່ງກ່າວແບບກົງໄປ ກົງມາ, ເລິກເຊິ່ງ ຖອດໄດ້ບັນດາບົດຮຽນໃນໄລຍະທີ່ຜ່ານມາ ແລະປຶກສາຫາລືທິດທາງໃນການຮ່ວມມືໃນຕໍ່ໜ້າ.

          ນອກຈາກນີ້ ຄະນະ ສມປຊ, ຍັງໄດ້ຖືໂອກາດໄປຢ້ຽມຢາມ ໂຮງຮຽນພັກ ຂອງເມືອງໝີເລີ ແຂວງ ຫວງເຫີ ສປ ຈີນ, ເຊິ່ງໄດ້ຢ້ຽມຊົມພື້ນຖານໂຄງລ່າງ, ລະບົບບໍລິການສະໜອງຂໍ້ມູນຂ່າວສານ ແລະຮັບຟັງການນໍາສະເໜີວິທີການຮຽນ-ການສອນຂອງໂຮງຮຽນພັັກ ເມືອງໝີເລີ ອີກດ້ວຍ.

ຂ່າວ/ພາບ : ທ ຄຳຫຼ້າ ທອງພະຈັນ

ບັນນາ: ປທ ບຸນປັນ ສຸມຸນທອງ