ໃນຕອນເຊົ້າຂອງວັນທີ 02/08/2024 ທີ່ ຫ້ອງປະຊຸມຊັ້ນ 3 ຕຶກ H ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໜ່ວຍພັກຮາກຖານກົມຄຸ້ມຄອງການຮຽນ-ການສອນ ແລະກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ໄດ້ເປີດກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ VII ຂອງຕົນຂຶ້ນ, ໂດຍການເປັນປະທານຂອງ ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີສະຫາຍ ປທ ນາງ ພອນໄຊ ລາດສະວົງ ຄະນະບໍລິຫານງານພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ, ສະຫາຍ ປທ ນາງ ສຸດໃຈ ວົງພະຈັນ ກໍາມະການໜ່ວຍພັກຮາກຖານ, ມີຜູ້ຕາງໜ້າບັນດາໜ່ວຍພັກຮາກຖານ ອ້ອມຂ້າງ ອົງຄະນະພັກ ສມປຊ ແລະສະມາຊິກພັກພາຍໃນໜ່ວຍພັກຮາກຖານ ຄຮສ+ຄວສ ເຂົ້າຮ່ວມຢ່າງພ້ອມພຽງ.

        ສະຫາຍ ປອ ສຸພາວະດີ ຫຼ້າຄໍາສາຍ ຫົວໜ້າຄະນະຮັບຜິດຊອບຈັດກອງປະຊຸມໃຫຍ່ໜ່ວຍພັກຮາກຖານ ຄຮສ+ຄວສ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ຂຶ້ນຜ່ານຮ່າງບົດລາຍງານການເມືອງ ເຊິ່ງໄດ້ຕີລາຄາການນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI (2019-2024) ໂດຍໄດ້ຍົກໃຫ້ເຫັນຜົນສຳເລັດທີ່ຍາດມາໄດ້ ເປັນຕົ້ນແມ່ນວຽກງານການເມືອງນໍາພາແນວຄິດ ໃນບັນດາສະມາຊິກພັກພາຍໃນໜ່ວຍພັກ ໂດຍໄດ້ນໍາພາສະມາຊິກພັກພາຍໃນໜ່ວຍພັກຮາກຖານເຂົ້າຮ່ວມເຊື່ອມຊຶມບັນດາເອກະສານທີ່ສໍາຄັນຂອງພັກ-ລັດ ທີ່ ສມປຊ ຈັດຂຶ້ນໄດ້ທັງໝົດ135 ຄັ້ງ, ຈາກການເຊື່ອມຊຶມບັນດາເອກະສານນັ້ນໄດ້ສ້າງຄວາມເຂົ້າໃຈອັນຖືກຕ້ອງໃຫ້ແກ່ສະມາຊິກພັກອັນໄດ້ສ້າງ ແລະຮັກສາໄດ້ຄວາມຄຸນທາດການເມືອງອັນໜັກແໜ້ນ ມີຄວາມໝັນທ່ຽງຕໍ່ທຸກສະພາບການທີ່ກະທົບໃສ່ ໃນສະພາບທີ່ມີຄວາມຍຸ້ງຍາກໃນຫຼາຍດ້ານໃນປັດຈຸບັນ. ດັ່ງນັ້ນ, ຈຶ່ງເຮັດໃຫ້ໜ່ວຍພັກສາມາດຂະຫຍາຍພັກໄດ້ທັງໝົດ 9 ສະຫາຍ, ຍິງ 4 ສະຫາຍ. ຈາກການຂະຫຍາຍກຳລັງແຮງດັ່ງກ່າວເຮັດໃຫ້ໜ່ວຍພັກຮາກຖານນໍາພາ-ຊີ້ນໍາການປະຕິບັດໜ້າທີ່ການເມືອງດ້ານວິຊາສະເພາະຕາມພາລະບົດຂອງ 2 ກົງຈັກລັດຂັ້ນກົມ ຄື:

         ກົມຄຸ້ມຄອງການຮຽນ-ການສອນໄດ້ສໍາເລັດການເປີດການຮຽນການອນໃນ 2 ລະບົບຄື:

ລະບົບບຳລຸງ: ສໍາເລັດການຝຶກອົບຮົມເລາຂາພັກ ແລະຄະນະພັກເມືອງ ໄດ້ 2 ຊຸດ, ຝຶກອົບຮົມຄູການເມືອງ ໄດ້ 1 ຊຸດ, ລະບົບເລັ່ງລັດ 5 ເດືອນ ໄດ້ 5 ຮຸ່ນ, ຝຶກອົບຮົມທິດສະດີການເມືອງຂັ້ນຕົ້ນໄດ້ 1 ຊຸດ, ທິດສະດີການເມືອງຂັ້ນກາງໄດ້ 1 ຮຸ່ນ (ກຳລັງດຳເນີນການຮຽນ-ການສອນຢູ່ 2 ຊຸດ), ທິດສະດີການເມືອງ ຂັ້ນສູງໄດ້ 3 ຮຸ່ນ (ກຳລັງດຳເນີນການຢູ່ 2 ຮຸ່ນ), ມີຜູ້ເຂົ້າຝຶກອົບຮົມທັງໝົດ 737 ຄົນ,  ຍິງ 178 ຄົນ.

        ລະບົບກໍ່ສ້າງ: ອະນຸປະລິນຍາໄດ້ 2 ຮຸ່ນ, ປະລິນຍາຕີໄດ້ 6 ຮຸ່ນ ແລະລະບົບປະລິນຍາໂທ 5 ຮຸ່ນ, ມີຜູ້ເຂົ້າຮຽນທັງໝົດ 991 ຄົນ, ຍິງ 264 ຄົນ.  ນອກນີ້, ຍັງໄດ້ຕິດຕາມ ແລະອະນຸມັດເປີດຮຽນທິດສະດີລະບົບ 45 ວັນ ໃຫ້ບັນດາກະຊວງ, ອົງການອ້ອມຂ້າງສູນກາງໄດ້ 14 ຊຸດ, ຂັ້ນຕົ້ນໄດ້ 13 ຊຸດ, ມີຜູ້ເຂົ້າຮຽນທັງໝົດ 1.389 ຄົນ, ຍິງ 578 ຄົນ, ຕິດຕາມບັນດາໂຮງຮຽນການເມືອງ ແລະ ການປົກຄອງທ້ອງຖິ່ນໃນລະບົບຮຽນຕ່າງໆໃນທົ່ວປະເທດໄດ້ທັງໝົດ 151 ຊຸດຮຽນ, ມີຜູ້ເຂົ້າຝຶກອົບຮົມ-ຮຽນທັງໝົດ 7.904 ຄົນ, ຍິງ 2.143 ຄົນ.

ກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ແມ່ນໄດ້ເປັນເສນາທິການ, ປະສານງານ ແລະກະກຽມດ້ານຕ່າງໆໃຫ້ແກ່ການຄົ້ນຄວ້າວິທະຍາສາດທັງໝົດໄດ້ 48 ຫົວຂໍ້ໃຫຍ່, 363 ຫົວຂໍ້ຍ່ອຍ. ຄົ້້ນຄວ້າ ແລະຂຽນບົດວິທະຍາສາດຮ່ວມກັບຕ່າງປະເທດທັງໝົດ 20 ຫົວຂໍ້ໃຫຍ່, ມີ 52 ຫົວຂໍ້ຍ່ອຍ; ສໍາເລັດການຈັດພິມປຶ້ມຮັບໃຊ້ລະບົບຮຽນ 45 ວັນ ໄດ້ 5 ວິຊາ, ປຶ້ມແບບຮຽນທົ່ວໄປໄດ້ 116 ວິຊາ, ຈັດພິມປຶ້ມຫຼັກສູດທິດສະດີ 3 ຂັ້ນ ແລະລະບົບປະລິນຍາໂທ 10 ລາຍການ.

        ສະເພາະສະມາຊິກພັກພາຍໃນໜ່ວຍພັກຮາກຖານກົມ ຄຮສ+ຄວສ ໄດ້ປະກອບສ່ວນຄົ້ນຄວ້າ ແລະຂຽນບົດວິທະຍາສາດໄດ້ທັງໝົດ 41 ບົດ, ໃນນີ້ 2 ບົດສົ່ງເຂົ້າແຂ່ງຂັນ ຢູ່ ສສ ຫວຽດນາມ ໄດ້ລັງວັນປະເພດ B, ຂຽນວາລະສານໄດ້ 25 ບົດ, ຂຽນປຶ້ມຕໍາລາຮຽນ ໄດ້ 15 ເຫຼັ້ມ.  ນອກນີ້, ໃນບົດລາຍງານການເມືອງຍັງໄດ້ຕີລາຄາຢ່າງພາວະວິໄສ ແລະກົງໄປ ກົງມາ ຕໍ່ກັບຂໍ້ຂາດຕົກບົກພ່ອງ ທີ່ບໍ່ສາມາດເຮັດສໍາເລັດຕາມແຜນດານໄດ້, ໂດຍໄດ້ຍົກບັນດາສາເຫດທີ່ພາໃຫ້ມີຜົນສໍາເລັດ, ສາເຫດທີ່ໃຫ້ມີຂໍ້ຄົງຄ້າງ ແລະບົດຮຽນທີ່ຖອດຖອນໄດ້.

ກອງປະຊຸມໃຫຍ່ຄັ້ງນີ້, ສະມາຊິກພັກສົມບູນພາຍໃນໜ່ວຍພັກຮາກຖານກົມ ຄຮສ+ຄວສ ຍັງໄດ້ໃຊ້ສິດປະຊາທິປະໄຕຢ່າງເຕັມສ່ວນເລືອກຕັ້ງເອົາຄະນະໜ່ວຍພັກຮາກຖານຊຸດໃໝ່, ເຊິ່ງມີຜູ້ລົງສະໝັກຮັບເລືອກຕັ້ງໝົ້ດ 5 ສະຫາຍ, ຍິງ 2 ສະຫາຍ; ເລືອກເອົາ 3 ສະຫາຍ; ກອງປະຊຸມຄັ້ງປະຖົມມະລືກໄດ້ເປັນເອກະສັນຄື:

  1. ສະຫາຍ ປອ ສຸພາວະດີ ຫຼ້າຄໍາສາຍ ເປັນເລຂາ
  2. ສະຫາຍ ປອ ສີສົມພອນ ວົງພະຈັນ ເປັນຮອງເລຂາ, ທັງເຮັດວຽກງານກວດກາ
  3. ສະຫາຍ ປທ ນາງ ກິ່ງໄຜ່ ພະສະຫວັນໄຊ ເປັນກຳມະການ

          ໃນຕອນທ້າຍກອງປະຊຸມໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ປະທານກອງປະຊຸມ ເຊິ່ງສະຫາຍໄດ້ເໜັ້ນໜັກ 4 ບັນຫາໃຫຍ່ຄື:

  1. ເພີ່ມທະວີວຽກງານສຶກສາອົບຮົມການເມືອງແນວຄິດ, ສ້າງຄວາມຕື່ນຕົວໃຫ້ແກ່ສະມາຊິກພາຍໃນຮາກຖານ, ກຳໄດ້ແນວຄິດບັນດາເປົ້າໝາຍ ເພື່ອໃຫ້ການຊີ້ນໍາ, ສຶກສາອົບຮົມ ກໍ່ສ້າງໃຫ້ໄດ້ ບໍ່ໃຫ້ສະມາຊິກຕົກໄປຢູ່ໃນສະພາບທີ່ອ່ອນເພຍ ແລະຫງໍ້ຫງ່ຽງ.
  2. ເອົາໃຈໃສ່ປັບປຸງກໍ່ສ້າງພາຍໃນໜ່ວຍພັກ ໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ ເລີ່ມທີ່ສະມາຊິກ, ຮ່ວມຊີວິດການເມືອງເມືອງໃຫ້ເປັນປົກກະຕິ, ຮັບປະກັນໃຫ້ໄດ້ 3 ລັກສະນະ.
  3. ຍຶດໝັ້ນການກໍ່ສ້າງພັກໃຫ້ໄດ້ຕາມ 5 ຫຼັກການ, 3 ທິດນຳ, ໂດຍແບ່ງຄວາມຮັບຜິດຊອບ, ແບ່ງໜ້າທີ່ພາຍໃນຄະນະໜ່ວຍພັກຢ່າງຄັກແນ່.
  4. ຍົກສູງຄວາມຮັບຜິດຊອບຕາມພາລະບົດບາດຂອງ 2 ກົງຈັກລັດ, ປະຕິບັດວິຊາສະເພາະໃຫ້ມີຄວາມສໍາເລັດຜົນຕາມແຜນການທີ່ວາງໃວ້.

ພາບ/ຂ່າວ: ພະແນກຄົ້ນຄວ້າວິໄຈຂ່າວ
ບັນນາ: ປທ ບຸນປັນ ສຸມັນທອງ ຮອງຫົວໜ້າສູນຂໍ້ມູນຂ່າວສານ.