ເພື່ອເປັນການລະນຶກເຖິງບຸນຄຸນ ແລະຮໍ່າຮຽນເອົາບຸນສົມບັດອັນດີງາມ ຂອງອະດີດການນໍາຂອງພັກ-ລັດ ເວົ້າລວມ, ເວົ້າສະເພາະແມ່ນ ປະທານສຸພານຸວົງ ແລະເພື່ອສ້າງຄວາມຮັບຮູ້ອັນເລິກເຊິ່ງ ແລະມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດຕໍ່ກັບລະບຽບນິຕິກຳຕ່າງໆທີ່ພັກ-ລັດໄດ້ວາງອອກໃນແຕ່ລະໄລຍະນັ້ນ.

ດັ່ງນັ້ນ, ໃນຕອນເຊົ້າຂອງວັນທີ 08 ສິງຫາ 2024 ຢູ່ທີ່ ສະໂມສອນໃຫຍ່ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈຶ່ງໄດ້ຈັດພິທີເລົ່າຄືນຜົນງານ ແລະແບບແຜນການດຳລົງຊີວິດຂອງ ປະທານສຸພານຸວົງ ແລະມີເຊື່ອມຊຶມບັນດາເອກະສານທີ່ສໍາຄັນຂອງພັກຂຶ້ນ, ໂດຍພາຍໃຕ້ການເປັນປະທານ ແລະໃຫ້ໃນການເຜີຍແຜ່ຂອງ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີຄະນະພັກ, ຄະນະອຳນວຍການ, ພະນັກງານ, ຄູ-ອາຈານ ແລະນັກສຶກສາທຸກຮຸ່ນ ທຸກລະບົບພາຍໃນ ສມປຊ ເຂົ້້າຮ່ວມ 200 ກວ່າຄົນ.

          ບັດາເອກະສານທີ່ນໍາມາເຜີຍແຜ່ໃນຄັ້ງນີ້ມີຄື:

          ໜຶ່ງ, ປະທານສຸພານຸວົງ ເປັນຄັນທຸງແຫ່ງການເຕົ້າໂຮມຄວາມສາມັກຄີ ຂອງປະຊາຊົນລາວບັນດາເຜົ່າ.

          ສອງ, ສືບຕໍ່ຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ.

          ສາມ,  ຂໍ້ກຳນົດ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 41/ຄລສພ, ລົງວັນທີ 28 ກຸມພາ 2024 ວ່າດ້ວຍຕາປະທັບ.

          ສີ່, ຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 152/ຄຈສພ, ລົງວັນທີ 13 ມິຖຸນາ 2024 ວ່າດ້ວຍ ການຈັດຕັ້ງປະຕິບັດຂໍ້ກຳນົດ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍຕາປະທັບ.

ຂ່າວ/ພາບ: ພະແນກຄົ້ນຄວ້າວິໄຈຂ່າວ

ບັນນາທິການ: ປທ ບຸນປັນ ສຸມັນທອງ