ໂດຍ​ຕອບ​ສະໜອງຕາມ​ການ​ເຊື້ອ​ເຊີນ ຂອງ​ຄະນະ​ພັກ, ຄະນະ​ໂຮງຮຽນການ​ເມືອງ ​ແລະ ການ​ປົກຄອງ​ແຂວງ​ຊຽງຂວາງ. ສະ​ນັ້ນ, ​ໃນ​ຕອນ​ແລງ​ຂອງ​ວັນ​ທີ 7 ສິງຫາ 2024 ທ່ານ ສອນ​ໄຊ ພໍ​ລະ​ສິມ ວ່າການ​ຫົວໜ້າພະ​ແນ​ກການ​ເງິນ​ແຂວງ ພ້ອມ​ດ້ວຍ​ຄະນະ, ພະນັກງານ ພະ​ແນ​ກການ​ເງິນ​ແຂວງ ​ໄດ້​ມາ​ຢ້ຽມຢາມ​ໂຮງຮຽນການ​ເມືອງ ​ແລະ ການ​ປົກຄອງ​ແຂວງ ​​ໃຫ້ກຽດກ່າວ​ຕ້ອນຮັບ​ໂດຍ ທ່ານ ສີວ​ອນ ບຸດ​ດາ​ຈັນ ກຳມະການ​ພັກ​ແຂວງ ຫົວໜ້າ​ໂຮງຮຽນການ​ເມືອງ ​ແລະ ການ​ປົກຄອງ​ແຂວງ, ​ໂອກາດ​ນີ້ ທ່ານ ​ ກໍ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ​ແລະ ດີ​ໃຈ ທີ່​ໄດ້​ຕ້ອນຮັບຄະນະ​ພັກ, ຄະນະ​ນຳ ​ແລະພະນັກງານ​ທັງໝົດ ຈາກ​ພະ​ແນ​ກການ​ເງິນ​ແຂວງ ທີ່​​ໄດ້​​ໃຫ້ກຽດມາ​ຢ້ຽມຢາມ​ແລກປ່ຽນບົດຮຽນ​ເຊິ່ງກັນ​ ແລະກັນ.

          ຈຸດປະສົງ​ໃນ​ການ​ມາ​ຢ້ຽມຢາມ​​ໃນ​ຄັ້ງ​ນີ້ ກໍ່​ເພື່ອ​​​ຢ້ຽມ​ຢາມ​ ຄະ​ນະ​ພັກ, ຄະ​ນະ​ນຳ​ໂຮງ​ຮຽນ, ພະ​ນັກ​ງານ ຄູ-ອາ​ຈານ ແລະ ນັກ​ສຶກ​ສາ​ທີ່​ກຳ​ລັງ​​ຮຳ​ຮຽນ​ຢູ່​ໃນ​ໂຮງ​ຮຽນ ​ແລະມອບ​ອຸ​ປະ​ກອນ​ກິ​ລາ​ຈຳ​ນວນ​ໜຶ່ງ ພ້ອມ​ທັງ​ສ້າງ​ຂະບວນການ​ກິລາ ຜູກ​ແໜ້ນຄວາມ​ສາມັກ​ຄີ​ປອງ​ດອງ, ຊຸກຍູ້​ສົ່ງ​ເສີມ​ສາຍ​ພົວພັນ​ມິດຕະພາບ​ອັນ​ດີງາມ ແລະການຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະກັນ ລະຫວ່າງ ​ໂຮງຮຽນ ການ​ເມືອງ ​ແລະ ການ​ປົກຄອງ​ແຂວງ ກັບ​ພະ​ແນ​ກການ​ເງິນ​ແຂວງ ​ໃນ​ໂອກາດ​ສຳຄັນ​ດັ່ງກ່າວ​ ທ່ານ ​ສອນ​ໄຊ ພໍ​ລະ​ສິມ ວ່າການ​ຫົວໜ້າພະ​ແນ​ກການ​ເງິນ​ແຂວງ ຕາງໜ້າ​ໃຫ້​ພະ​ແນ​ກການ​ເງິນ​ແຂວງ ກໍ​ໄດ້​ມອບ​ອຸປະກອນ​ກິລາ​ຈຳນວນໜຶ່ງ ​ໃຫ້​ແກ່​​ໂຮງຮຽນ ​ເພື່ອ​ເປັນ​ການປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງ​ຂະ​ບວນການ​ທາງ​ດ້ານ​ກິລາ-ສິລະ​ປະ ແລະວັນນະຄະດີ ​ເຊິ່ງຕິດ​ພັນ​ກັບ 5 ຫຼັກມູນ​ ຂອງ​ການ​ສຶກສາ ​ເວົ້າລວມ, ​ເວົ້າ​ສະ​ເພາະ ກໍ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງ​ຂະ​ບວນການ​ຂໍ່ານັບ​ຮັບ​ຕ້ອນ ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ VIII ຂອງໜ່ວຍພັກ​ໂຮງຮຽນການ​ເມືອງ ​ແລະການ​ປົກຄອງ​ແຂວງ ທີ່​ຈະ​ໄດ້​ຈັດຂຶ້ນ​ໃນມໍ່ໆ​ນີ້, ​ການ​ສ້າງ​ຂະ​ບວນການ​ໃນ​ຄັ້ງ​ນີ້​ປະກອບ​ມີ 3 ປະ​ເພດ​ກິລາ​ຄື: ບານ​ເຕະ​ຊາຍ, ບານ​ສົ່ງ​ຊາຍ ​ແລະ ​ເປ​ຕັງ ຊາຍ-ຍິງ.

          ​ໃນ​ໂອກາດ​ຕອນ​ທ້າຍ ທ່ານ ສີວ​ອນ ບຸດ​ດາ​ຈັນ ກຳມະການ​ພັກ​ແຂວງ ຫົວໜ້າ​ໂຮງຮຽນການ​ເມືອງ ​ແລະ ການ​ປົກຄອງ​ແຂວງ ຕາງໜ້າ​ໂຮງ​ຮຽນ ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ ຕໍ່ການ​ມາ​ຢ້ຽມຢາມ​​​ໃນ​ຄັ້ງ​ນີ້ ພ້ອມ​ທັງ​ຈະ​ສືບຕໍ່່ຜູກ​ແໜ້ນຄວາມ​ສາມັກຄີ​ປອງ​ດອງ ​ແລະເພີ່ມ​ພູນ​ຄູນ​ສ້າງ​ສາຍພົວພັນ​ມິດຕະພາບ​ອັນ​ແໜ້ນ​ແຟ້ນ​ ໃຫ້​ນັບ​ມື້ນັບ​​ແຕກດອກ​ອອກ​ຜົນ​ຍິ່ງໆຂຶ້ນ​ໄປ.

ພາບ-ຂ່າວ: ​ໄຊ​ສົມ​ແພງ ສີ​ສົມບັດ ​ໂຮງຮຽນການ​ເມືອງ ​ແລະ ການ​ປົກຄອງ ​ແຂວງ​ຊຽງຂວາງ.

.