ໃນຕອນເຊົ້າຂອງວັນທີ 09/08/2024 ທີ່ ຫ້ອງປະຊຸມຊັ້ນ 3 ຕຶກ H ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໜ່ວຍພັກຮາກຖານກົມຈັດຕັ້ງ-ພະນັກງານ ແລະກົມກວດກາ ໄດ້ເປີດກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ II ຂອງຕົນຂຶ້ນ, ໂດຍການເປັນປະທານຂອງ ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ສະຫາຍ ປອ ຄໍາຫຼ້າ ລໍວານໄຊ ເລຂາໜ່ວຍພັກຮາກຖານກົມຈັດຕັ້ງ-ພະນັກງານ ແລະກົມກວດກາ, ສະຫາຍ ປອ ນາງ ຈັນທະໜອມ ບັນດາວົງ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ, ມີຜູ້ຕາງໜ້າບັນດາໜ່ວຍພັກຮາກຖານ ອ້ອມຂ້າງ ອົງຄະນະພັກ ສມປຊ ແລະສະມາຊິກພັກພາຍໃນໜ່ວຍພັກຮາກຖານກົມ ຈຕງ+ກກ ເຂົ້າຮ່ວມຢ່າງພ້ອມພຽງ.

          ສະຫາຍ ປອ ຄໍາຫຼ້າ ລໍວານໄຊ ເລຂາໜ່ວຍພັກຮາກຖານກົມ ຈຕງ+ກກ ໄດ້ຂຶ້ນຜ່ານຮ່າງບົດລາຍງານການເມືອງ ເຊິ່ງໄດ້ຕີລາຄາການນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI (2019-2024) ໂດຍໄດ້ຍົກໃຫ້ເຫັນຜົນສຳເລັດທີ່ຍາດມາໄດ້ ໃນແຕ່ລະດ້ານ ເປັນຕົ້ນແມ່ນວຽກງານການເມືອງນໍາພາແນວຄິດ ໄດ້ນໍາພາສະມາຊິກພັກພາຍໃນໜ່ວຍພັກຮາກຖານເຂົ້າຮ່ວມເຊື່ອມຊຶມບັນດາເອກະສານທີ່ສໍາຄັນຂອງພັກ-ລັດ ທີ່ ສມປຊ ໄດ້ຈັດຂຶ້ນ, ເຮັດໃຫ້ສະມາຊິກພັກກຳໄດ້ບັນດາມະຕິຂອງພັກ-ລັດທີ່ໄດ້ວາງອອກແຕ່ລະໄລຍະ, ເຊິ່ງຕະຫຼອດໄລຍະສະໄໝກອງປະຊຸມທີ່ຜ່ານມາໜ່ວຍພັກໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ເພີ່ມກຳລັງແຮງຮູ້ຮົບພາຍໃນໜ່ວຍພັກໃຫ້ເຂັ້ມແຂງ, ປະຕິບັດໜ້າທີ່ວຽກງານດ້ານວິຊາສະເພາະໃນແຕ່ລະຂົງເຂດວຽກງານຢ່າງມີຜົນສໍາເລັດ. ນອກນັ້ນ, ໃນບົດລາຍງານການເມືອງຍັງໄດ້ວາງທິດທາງແຜນການໃນຕໍ່ໜ້າ ແລະຕີລາຄາຢ່າງພາວະວິໄສຕໍ່ກັບຂໍ້ຄົງຄ້າງບໍ່ຍັງບໍ່ສາມາດບັນລຸໄດ້ຕາມແຜນການ, ພ້ອມທັງສ່ອງແສງໃຫ້ເຫັນສາເຫດທີ່ພາໃຫ້ມີຈຸດດີ, ຈຸດອ່ອນ ແລະບົດຮຽນທີ່ຖອດຖອນໄດ້.

          ໃນກອງປະຊຸມຄັ້ງນີ້ ສະມາຊິກພັກພາຍໃນໜ່ວຍພັກຮາກຖານໄດ້ໃຊ້ສິດປະຊາທິປະໄຕຢ່າງເຕັມສ່ວນເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່, ເຊິ່ງມີຜູ້ລົງສະໝັກຮັບເລືອກຕັ້ງທັງໝົດ 5 ສະຫາຍ, ຍິງ 2 ສະຫາຍ, ກອງປະຊຸມຄັ້ງປະຖົມມະລືກໄດ້ເປັນເອກະສັນເລືອກເອົາ:

  1. ສະຫາຍ ປທ ສົມສີ ຈັນຕະພົມ ເປັນເລຂາ
  2. ສະຫາຍ ປອ ນາງ ຈັນທະໜອມ ບັນດາວົງ ເປັນຮອງເລຂາ, ທັງເປັນຜູ້ກວດກາ
  3. ສະຫາຍ ວິໄລສິດ ພິມພັກດີ ເປັນກຳມະການ

          ໃນຕອນທ້າຍກອງປະຊຸມໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ປະທານກອງປະຊຸມ ເຊິ່ງສະຫາຍໄດ້ເໜັ້ນໜັກໃຫ້ຄະນະໜ່ວຍພັກຊຸດໃໝ່ເປັນແກນນໍາໃນການເຕົ້າໂຮມຄວາມສາມັກຄີ ເປັນປຶກແຜ່ນແໜ້ນໜາ ພາຍໃນໜ່ວຍພັກ ແລະສາມັກຄີກັບພາຍນອກ, ໃນຄະນະໜ່ວຍພັກຈົ່ງຮີບຮ້ອນແບ່ງວຽກ, ແບ່ງຄວາມຮັບຜິດຊອບ ເພື່ອນໍາພາການຈັດຕັ້ງປະຕິບັດແຜນການຂອງກອງປະຊຸມໃຫ້ເກີດດອກອອກຜົນ, ເປັນຕົ້ນແມ່ນການຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ເຊິ່ງໃນຖານະທີ່ອົງຈັກ ທີ່ຢູ່ພາຍໃຕ້ການນໍາພາຂອງໜ່ວຍພັກໃນຮັບຜິດຊອບຊີ້ນໍາວຽກອົງການຈັດຕັ້ງມະຫາຊົນ ໃຫ້ເອົາໃຈໃສ່ຕິດຕາມ ຊີ້ນໍາໃຫ້ແທດເຖິງຕົວຈິງ, ນອກນັ້ນ, ກໍໃຫ້ເອົາໃຈໃສ່ປະຕິບັດໜ້າທີ່ວິຊາສະເພາະຕາມພາລະບົດບາດຂອງ 2 ກົງຈັກຂັ້ນກົມນີ້ ໃໄດ້ມີປະສິດທິພາບຍິ່ງຂຶ້ນ.

ພາບ/ຂ່າວ: ພະແນກຄົ້ນຄວ້າວິໄຈຂ່າວ

ບັນນາ: ປທ ບຸນປັນ ສຸມັນທອງ ຮອງຫົວໜ້າສູນຂໍ້ມູນຂ່າວສານ