ໃນຕອນເຊົ້າຂອງວັນທີ 15 ສິງຫາ 2024 ທີ່ ຫ້ອງປະຊຸມຊັ້ນ 3 ຕຶກ H ສະຖາບັນການເມືອງ ແລະ ການ ປົກຄອງແຫ່ງຊາດ, ໜ່ວຍພັກຮາກຖານຄະນະບໍລິຫານສາດ ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ II ຂອງຕົນຂຶ້ນ, ໃຫ້ກຽດ ເປັນປະທານໂດຍ: ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີສະຫາຍ  ປອ ໝອນແກ້ວ ຈິດຕະລາດ ເລຂາໜ່ວຍພັກຮາກຖານ ຄະນະບໍລິຫານສາດຫົວໜ້າຄະນະບໍລິຫານສາດ, ສະຫາຍ ປທ ນາງ ພອນໄຊ ລາດຊະວົງ ກຳມະການຄະນະພັກຫົວ ໜ້າກົມຈັດຕັ້ງ-ພະນັກງານ, ມີຜູ້ຕາງໜ້າບັນດາໜ່ວຍພັກຮາກຖານອ້ອມຂ້າງອົງຄະນະພັກ ສມປຊ ແລະມີສະມາຊິກພັກ ພາຍໃນໜ່ວຍພັກຮາກຖານຄະນະບໍລິຫານສາດ ເຂົ້າຮ່ວມຢ່າງພ້ອມພຽງ. ລວມທັງໝົດ 24 ສະຫາຍ, ຍິງ 10ສະຫາຍ.

         ສະຫາຍ ປອ ໝອນແກ້ວ ຈິດຕະລາດ ເລຂາໜ່ວຍພັກຮາກຖານຄະນະບໍລິຫານສາດ ຫົວໜ້າຄະນະບໍລິຫານ ສາດໄດ້ຂຶ້ນຜ່ານຮ່າງບົດລາຍງານການເມືອງການຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ I ຂອງໜ່ວຍພັກຮາກຖານ ຄະນະບໍລິຫານສາດໃນໄລຍະຜ່ານມາ. ເຊິ່ງໄດ້ຕີລາຄາການນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ I (2019- 2024) ໂດຍໄດ້ຍົກໃຫ້ເຫັນຜົນສຳເລັດ ທີ່ຍາດມາໄດ້ໃນແຕ່ລະດ້ານເປັນຕົ້ນແມ່ນ: ວຽກງານການເມືອງ-ແນວຄິດຕະ ຫຼອດໄລຍະການເຄື່ອນໄຫວນໍາພາ-ຊີ້ນໍາໃນໄລຍະ 1ສະໄໝຜ່ານທີ່ມາ ຂອງຄະນະໜ່ວຍພັກໄດ້ຖືສຳຄັນ ແລະເອົາໃຈໃສ່ ສຶກສາອົບຮົມການເມືອງ-ແນວຄິດໃຫ້ບັນດາສະມາຊິກພັກ, ພະນັກງານຢູ່ໃນຄວາມຮັບຜິດຊອບຂອງໜ່ວຍພັກເຊິ່ງ ສະ ແດງອອກຄື: ໄດ້ເອົາໃຈໃສ່ປູກລະດົມສະມາຊິກພັກ, ພະນັກງານ, ຄູ-ອາຈານ ເຂົ້າຮ່ວມຟັງການເຜີຍແຜ່, ເຊື່ອມຊຶມບັນ ດາເອກະສານຕ່າງໆ ໂດຍສະເພາະແມ່ນເຊື່ອມຊຶມແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ, ກົດໝາຍ, ລະ ບຽບການຕ່າງໆຂອງລັດມີ 132 ເອກະສານ, ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດທີ່ ສມປຊ ຈັດຂຶ້ນໄດ້ທັງໝົດ 77ຄັ້ັ້ັ້ັ້ັ້ັ້ັ້ັ້ງ ແລະເຂົ້າຮ່ວມກອງປະຊຸມສຳຄັນຕ່າງໆໄດ້ທັງໝົດ 135ຄັ້ງ ແລະວຽກການນໍາພາ-ຊີ້ນໍາດ້ານວິຊາສະເພາະໃນແຕ່ ລະຂົງເຂດ, ວຽກການນໍາພາປັບປຸງການຈັດຕັ້ງ ແລະຂະຫຍາຍພັກ, ວຽກການນໍາພາວຽກງານກວດກາ ແລະປ້ອງກັນ ພັກ, ວຽກນໍາພາວຽກງານອົງການຈັດຕັ້ງມະຫາຊົນ ແລະຂະບວນການ. ນອກນັ້ນ, ໃນບົດລາຍງານການເມືອງຍັງໄດ້ ວາງທິດທາງແຜນການໃນຕໍ່ໜ້າ ແລະຕີລາຄາຢ່າງພາວະວິໄສຕໍ່ກັບຂໍ້ຄົງຄ້າງທີ່ຍັງບໍ່ສາມາດບັນລຸ ໄດ້ຕາມແຜນການພ້ອມ ທັງສ່ອງແສງໃຫ້ເຫັນສາເຫດທີ່ພາໃຫ້ມີຈຸດດີ, ຈຸດອ່ອນ ແລະບົດຮຽນທີ່ຖອດຖອນໄດ້.

          ໃນກອງປະຊຸມຄັ້ງນີ້ສະມາຊິກພັກພາຍໃນໜ່ວຍພັກຮາກຖານໄດ້ໃຊ້ສິດປະຊາທິປະໄຕຢ່າງເຕັມສ່ວນໃນເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່, ເຊິ່ງມີຜູ້ລົງສະໝັກຮັບເລືອກຕັ້ງທັງໝົດ 5 ສະຫາຍ, ຍິງ 2 ສະຫາຍ, ກອງປະຊຸມຄັ້ງ ປະຖົມມະລືກໄດ້ເປັນເອກະສັນເລືອກເອົາ:

1). ສະຫາຍ ປທ ນາງ ອານົງ ຂັນທະຍົງ     ເປັນເລຂາ;

2). ສະຫາຍ ປອ ນາງ ພອນມະນີ ບຸນຄໍ້າ    ເປັນຮອງເລຂາ, ທັງເປັນຜູ້ກວດກາ;

3). ສະຫາຍ ປທ ຄໍາຝັ້ນ ແສງແກ້ວ          ເປັນກຳມະການ

       ໃນຕອນທ້າຍກອງປະຊຸມໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ, ເລ ຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທັງເປັນປະທານກອງປະຊຸມໃນ ຄັ້ງນີ້ເຊິ່ງສະຫາຍໄດ້ເໜັ້ນໜັກຄື:

1). ສືບຕໍ່ການສຶກສາອົບການເມືອງແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ, ຄູ-ອາຈານທີ່ຢູ່ ພາຍໃຕ້ການນໍາພາ-ຊີ້ນໍາຂອງຕົນ, ຈັດຕັ້ງເຊື່ອມຊຶມແນວທາງນະໂຍບາຍຂອງພັກ-ລັດ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ເປັນແບບຢ່າງທີ່ດີແກ່ມະຫາຊົນ, ເຕົ້າໂຮມຄວາມສາມັກຄີ, ເສີມຂະຫຍາຍກຳລັງແຮງສາມັກຄີພາຍໃນພັກໃຫ້ໜັກ ແໜ້ນ;

2). ເອົາໃຈໃສ່ປັບປຸງໜ່ວຍພັກຮາກຖານຂອງຕົນໃຫ້ປອດໃສ, ເຂັ້ມແຂງ ແລະໜັກແໜ້ນ, ພ້ອມທັງຮັບປະ ກັນທາງດ້ານປະລິມານ ແລະຄຸນນະພາບ; ກໍ່ສ້າງສະມາຊິກພັກໃຫ້ມີຄວາມຮູ້ຄວາມສາມາດ, ມີຄວາມຊໍານິຊຳນານທາງ ດ້ານວິຊາສະເພາະ, ເປັນເຈົ້າການໃນການປຶກສາຫາລື ແລະສົມທົບແໜ້ນກັບທຸກການເຄື່ອນໄຫວວຽກງານ ຂອງອົງການ ຈັດຕັ້ງມະຫາຊົນ;

3). ສືບຕໍ່ຢຶດໝັ້ນໃນການກໍ່ສ້າງ ແລະປັບປຸງຕົນເອງຕາມ 5 ຫຼັກການ ແລະ 3 ທິດນໍາ ຂອງພັກໂດຍຢຶດໝັ້ນ ລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ບຸກຄົນຮັບ ຜິດຊອບ ແລະມີຄວາມສາມັກຄີເປັນເອກະພາບ;

4). ສະມາຊິກພັກທຸກສະຫາຍຕ້ອງຖືສໍາຄັນໃນການສຶກສາອົບຮົມແນວຄິດ ເພື່ອກໍາແໜ້ນແນວທາງນະໂຍບາຍ ຂອງພັກ-ລັດຢ່າງເລິກເຊິ່ງ ແລະຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ;

5). ເອົາໃຈໃສ່ນໍາພາ-ຊີ້ນໍາໃນການຈັດຕັ້ງປະຕິບັດວຽກງານທີ່ນອນຢູ່ໃນຄວາມຮັບຜິດຊອບຂອງຕົນ ແລະພາ ລະບົດບາດຕົ້ນຕໍຂອງໜ່ວຍພັກ ຕ້ອງມີແຜນການເຄື່ອນໄຫວໃຫ້ລະອຽດ ໃນການນໍາພາ-ຊີ້ນໍາຂົງເຂດວຽກງານໂດຍສະ ເພາະການຂື້ນຫ້ອງສິດສອນ ແລະການຄົ້ນຄວ້າບົດທະຍາສາດຕ່າງໆ.

  ຂ່າວ/ພາບ: ພະແນກຄົ້ນຄວ້າວິໄຈຂ່າວ

ບັນນາທິການ: ປທ ບຸນປັນ ສຸມຸນທອງ