ເພື່ອເປັນການສ້າງຄວາມປອດໃສໃຫ້ແກ່ພະນັກງານ, ລັດຖະກອນ. ດັ່ງນັ້ນ, ໃນຕອນເຊົ້າຂອງວັນທີ 20 ສິງຫາ 2024 ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈຶ່ງໄດ້ຈັດພິທີເຜີຍແຜ່ເອກະສານການແຈ້ງຊັບສິນ ແລະລາຍຮັບ ຂອງພະນັກງານ-ລັດຖະກອນ ຢູ່າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໂດຍການເປັນປະທານຂອງ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ມີພະນັກງານ, ຄູ-ອາຈານເຂົ້າຮ່ວມ ລວມທັງໜົດ 138 ທ່ານ, ຍິງ 63 ທ່ານ.

ໃນພິທີໄດ້ຮັບຟັງເຊື່ອມຊຶມເອກະສານທີ່ສໍາຄັນຄື:

1). ຄໍາແນະນໍາ ການຈັດຕັ້ງປະຕິບັດກົດໜາຍ ວ່າດ້ວຍການກວດກາລັດ (ສະບັບປັບປຸງ) ເລກທີ 25/ສພຊ, ລົງວັນທີ 29 ທັນວາ 2022 ໃຫ້ກຽດບັນລະຍາຍໂດຍທ່ານຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ;

2). ດໍາລັດຂອງລັດຖະບານ ສະບັບເລກທີ 159/ລບ, ລົງວັນທີ 04 ມິຖຸນາ 2013 ວ່າດ້ວຍການແຈ້ງຊັບສິນ ໃຫ້ກຽດບັນລະຍາຍໂດຍທ່ານ ປທ ນາງ ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ປະທານກວດກາພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ;

3). ບົດແນະນໍາການຈັດຕັ້ງປະຕິບັດດໍາລັດ ວ່າດ້ວຍການແຈ້ງຊັບສິນ (ສະບັບປັບປຸງ) ເລກທີ 46/ອກລ, ນະຄອນຫຼວງວຽງຈັນ, ວັນທີ 20 ກຸມພາ 2017 ໃຫ້ກຽດບັນລະຍາຍໂດຍທ່ານ ປອ ຄໍາຫຼ້າ ລໍວານໄຊ ຫົວໜ້າກົມກວດກາ;

4). ບົດແນະນໍາ ວ່າດ້ວຍລະບຽບການຄຸ້ມຄອງ ແລະນໍາໃຊ້ສໍານວນເອກະສານແຈ້ງຊັບສິນ ສະບັບ ເລກທີ 307/ອກລ, ນະຄອນຫຼວງວຽງຈັນ, ວັນທີ 30 ກັນຍາ 2015 ໃຫ້ກຽດບັນລະຍາຍໂດຍທ່ານ ປທ ສົມສີ ຈັນທະພົມ ຮອງຫົວໜ້າກົມກວດກາ.

ນອກຈາກນີ້, ທ່ານ ປທ ນາງ ພອນໄຊ ລາດຊະວົງ, ກຳມະການຄະນະພັກ ສມປຊ, ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຂຶ້ນຜ່ານ ຂໍ້ຕົກລົງ ຂອງ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ວ່າດ້ວຍການແຕ່ງຕັ້ງພະນັກງານເຂົ້າໃສ່ຕໍາແໜ່ງບໍລິຫານຂັ້ນຮອງກົມ ແລະທຽບເທົ່າ ຈໍານວນ 5 ທ່ານຄື:

  1. ແຕ່ງຕັ້ງ ທ່ານ ປອ ນາງ ພອນມະນີ ບຸນຄໍ້າ ຫົວໜ້າພາກວິຊາວິທະຍາສາດການປົກຄອງ ຂຶ້ນເປັນຮອງຫົວໜ້າຄະນະບໍລິຫານສາດ.

  2. ແຕ່ງຕັ້ງ ທ່ານ ປອ ນາງ ຈິດພະໄທ ສໍວະລິດ ຫົວໜ້າພາກວິຊາປັດຊະຍາມາກ-ເລນິນ ຂຶ້ນເປັນຮອງຫົວໜ້າຄະນະປັດຊະຍາ.

  3. ແຕ່ງຕັ້ງ ທ່ານ ປອ ນາງ ດວງຈັນ ນັນທາ ຫົວໜ້າພະແນກເຜີຍແຜ່ກ່ນຄົ້ນຄວ້າວິທະຍາສາດ, ຂຶ້ນເປັນຮອງຫົວໜ້າກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ.

  4. ແຕ່ງຕັ້ງ ທ່ານ ປທ ນາງ ກິ່ງໄຜ່ ພະສະຫວັນໄຊ ຫົວໜ້າພະແນກຄຸ້ມຄອງລະບົບກໍ່ສ້າງ, ຂຶ້ນເປັນຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ.

  5. ແຕ່ງຕັ້ງ ທ່ານ ປທ ນາງ ຂັນໄຊ ກິດຕິລາດ ຫົວໜ້າພະແນກກວດກາລັດ, ຂຶ້ນເປັນຮອງຫົວໜ້າກົມກວດກາ.

ແຕ່ງຕັ້ງຂັ້ນພະນແກ 1 ທ່ານ ຄື ແຕ່ງຕັ້ງທ່ານ ປທ ຕູບີ ຈັນທະພານິດ ຮອງຫົວໜ້າພາກວິຊາວິທະຍາສາດບໍລິຫານ ຂຶ້ນເປັນຫົວໜ້າພາກວິຊາວິທະຍາສາດບໍລິຫານ ແລະປະກາດຍົກຍ້າຍບ່ອນປະຈໍາການພາຍໃນ ສມປຊ ຈໍານວນໜຶ່ງຕື່ມອີກ.

          ໃນຕອນທ້າຍທ່ານປະທານໄດ້ມີຄໍາໂອລົມ ຕໍ່ພິທີເຊິ່ງເພິ່ນໄດ້ເນັ້ນໜັກໃຫ້ພະນັກງານ, ຄູ-ອາຈານຕ້ອງປະກອບສ່ວນເສະສະຫຼະເວລາໃນການແຈ້ງຊັບສິນ ເພື່ອສົ່ງໃຫ້ຄະນະຮັບຜິດຊອບໃຫ້ທັນຕາມກໍານົດເວລາ. ພ້ອມກັນນັ້ນກໍ່ໃຫ້ກໍາໄດ້ບັນດາເນື້ອໃນຫຼັກ ຂອງບັນດາເອກະສານທີ່ໄດ້ເຊື່ອມຊຶມ, ນໍາໄປໝູນໃຊ້ເຂົ້າໃນບົດຮຽນ, ບົດສອນ, ນໍາໄປຄົ້ນຄວ້າເຊື່ອມຊຶມດ້ວຍຕົນເອງຕື່ມ ແລະເປັນແບບແຜນວິທີທີ່ຈັດຕັ້ງປະຕິບັດໃນກົມກອງຂອງຕົນໃຫ້ມີປະສິດທິພາບສູງໃນຕໍ່ໜ້າ ເພື່ອໃຫ້ມີຄວາມໝາຍເລິກເຊິ່ງ ແລະກວ້າງຂວາງ ເພື່ອບັນລຸຕາມຄາດໝາຍ ພິທີດັ່ງກ່າວໄດ້ດໍາເນີນເປັນເວລາເຄິ່ງວັນ ແລະປະສົບຜົນສໍາເລັດຢ່າງຈົບງາມ. ພ້ອມນີ້, ຍັງໄດ້ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບຕໍາແໜ່ງໃໝ່ເພີ່ມທະວີເອົາໃຈໃສ່ປະຕິບັດໜ້າທີ່ວຽກງານໃຫ້ມີຜົນສໍາເລັດຕາມທີ່ການຈັດຕັ້ງໄດ້ມອບໝາຍໃຫ້.

  ຂ່າວ/ພາບ: ພະແນກຄົ້ນຄວ້າວິໄຈຂ່າວ

ບັນນາທິການ: ປທ ບຸນປັນ ສຸມຸນທອງ ຮອງຫົວໜ້າສູນຂໍ້ມູນຂ່າວສານ.